ພົບເຫັນໂຄວິດກາຍພັນຢູ່ໃນ 33 ປະເທດໃນໂລກແລ້ວ
ວັນທີ 8 ພະຈິກ ອັງກິດປະກາດຢ່າງເປັນທາງການວ່າ ພົບເຫັນໂຄວິດ-19 ກາຍພັນຊະນິດໃໝ່ ແລະ ຫຼາຍກວ່າ 40 ປະເທດຫ້າມພົນລະເມືອງຂອງຕົນຈຳກັດການເດີນທາງໄປຍັງ ອັງກິດ ແລະ ໃນຂະນະນີ້ ໄດ້ມີ 33 ປະເທດແລ້ວທີ່ພົບເຫັນໂຄວິດກາຍພັນຊະນິດໃໝ່.
ໂຄວິດກາຍພັນດັ່ງກ່າວມີຊື່ເອີ້ນວ່າ B.1.1.7 ຈົນເຖິງຂະນະນີ້ ບັນດານັກຊ່ຽວຊານທາງການແພດ ຍັງບໍ່ທັນສາມາດກຳນົດໄດ້ຄວາມຮຸນແຮງ ແລະ ຄວາມອັນຕະລາຍ ຂອງໂຄວິດກາຍພັນດັ່ງກ່າວ.
ບັນດາປະເທດທີ່ພົບເຫັນໂຄວິດກາຍພັນຊະນິດໃໝ່ນີ້ ນັບມື້ເພີ່ມຂຶ້ນຢ່າງໄວວາ ແລະ ເມື່ອມາເຖິງວັນທີ 1 ມັງກອນ 2021 ນີ້ ລວມມີ: ສະຫະລັດ, ອັງກິດ ແລະ ຕວກກີ, ອອສຕາລີ,ເບັນຢຽມỉ, ບຣາຊີນ, ການາດາ, ຊີລີ, ຈີນ, ເດັນມາກ, ຟິນແລນ, ຝຣັ່ງ, ເຢຍລະມັນ , ໄອຊີແລນ(ໄອແລນເໜືອ), ອິນເດຍ, ໄອແລນ,ອິສະລາເອລl, ອີຕາລີ, ຍີ່ປຸ່ນ, ຈໍແດນ, ເລບານອນ, ມານຕາ, ເນເທີແລນ, ນໍເວ, ປາກິດສະຖານ, ໂປຕູເກດ, ສິງກະໂປ, ສ. ເກົາຫຼີ, ສະເປນ, ສະວິດເຊີແລນ, ສະວິເດັນ ແລະ ສະຫະລັດເອມິເຣດ…
ຢູ່ທາງ ແອຟຣິກກາໃຕ້ ກໍພົບເຫັນໂຄວິດ ກາຍພັນ ແບບ B.1.1.7 ເຊັ່ນດຽວກັນ ບັນດານັກວິທະຍາສາດເອີ້ນໂຄວິດກາຍພັນຊະນິດນີ້ວ່າ 501.V2 .
ວັນທີ 24 ເດືອນທັນວາ ຫົວໜ້າສູນຄວບຄຸມ ແລະ ຕ້ານພະຍາດຂອງແອຟຣິກກາ ທ່ານ John Nkengasong ໃຫ້ຮູ້ວ່າ ການພົບເຫັນໂຄວິດກາຍພັນຊະນິດໃໝ່ແບບ B.1.207 ແມ່ນຢູ່ໃນ ໄນຈີເຣຍ.