ລັດຖະມົນຕີ ຮສສ ເນັ້ນໃຫ້ພະນັກງານເອົາໃຈໃສ່ພັດທະນາຕົນເອງໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ
ອາທິດຜ່ານມານີ້, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຫລັກແຫລ່ງຫ້ອງການໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດວຽກງານຫ້ອງການດັ່ງກ່າວໃນຜ່ານມາວ່າ: ກ້າວສູ່ປີໃຫມ່ນີ້ພະນັງານຫ້ອງການ, ນັກວິຊາການຕ່າງໆຂອງກະຊວງ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ແລະ ພັດທະນາຕົນເອງ ໃຫ້ມີຄວາມໜັກແໜ້ນ, ເພື່ອສາມາດຕອບສະຫນອງຕໍ່ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃຫ່ມໃຫ້ມີຜົນສຳເລັດ, ເປັນເສນາທິການໃຫ້ຄະນະນຳກະຊວງ, ຕິດຕາມ, ກວດກາ ຄວາມເປັນລະບຽບຮຽບຮ້ອຍ ໃນວຽກງານຕ່າງໆ ແລະ ຮັບປະກັນໃຫ້ການເຮັດວຽກບໍລິການໄດ້ວ່ອງໄວ ແລະ ທັນການ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ຄຳຂວັນ: “ເພີ່ມທະວີການປັບ ປຸງ-ກໍ່ສ້າງ ອົງຄະນະພັກກະຊວງໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ພັດທະນາກຳລັງແຮງງານໃຫ້ມີຄຸນນະພາບ, ມີວຽກເຮັດທີ່ໝັ້ນຄົງ ແລະ ມີລາຍໄດ້ທີ່ສົມເຫດສົມຜົນ; ພັດທະນາລະບົບປົກປ້ອງສັງຄົມ ແລະ ໃຫ້ການຊ່ວຍເຫລືອດ້ານມະນຸດສະທຳໄດ້ຢ່າງທົ່ວເຖິງ”.