ພົບພະຍາດປິດສະໜາ “ເຊື້ອພະຍາດ X” ແຮງເທົ່າອີໂບລາ-ຮ້າຍກວ່າໂຄວິດ


ສື່ຈາກປະເທດອັງກິດລາຍງານຂໍ້ມູນທີ່ໜ້າຢ້ານກົວ ! ຫລັງພົບເຊື້ອພະຍາດປິດສະໜາ ຊື່ວ່າ: “Disease X” ທີ່ມີການແຜ່ລະບາດໄດ້ໄວເທົ່າກັບໂຄວິດ-19 ແລະ ຮ້າຍແຮງຄືເຊື້ອອີໂບລາ ຢ້ານຈະເປັນຫາຍະນະໃໝ່ທີ່ຈະມາຄຸກຄາມໂລກ.
ໃນວັນທີ 4 ມັງກອນ, ເວັບໄຊຂ່າວປະເທດອັງກິດ ລາຍງານວ່າ: ສາສະດາຈານ ມອງ-ມາກ ມູເຍມເບ ຜູ້ຮ່ວມຄົ້ນພົບຂອງເຊື້ອໄວຣັສອີໂບລາ ເມື່ອປີ 1976 ໄດ້ອອກມາເຕືອນມວນມະນຸດວ່າ: ອາດກຳລັງຈະຜະເຊີນພະຍາດປິດສະໜາຊະນິດໃໝ່ ທີ່ຊື່ວ່າ: Disease X ຫລື ເຊື້ອພະຍາດ X ໃນປະເທດຄອງໂກ ທີ່ເຊື່ອວ່າມີການແຜ່ລະບາດໄດ້ໄວເທົ່າກັບໂຄວິດ-19 ແລະ ຮ້າຍແຮງເທົ່າກັບເຊື້ອອີໂບລາ ທີ່ມີອັດຕາການເສຍຊີວິດສູງເຖິງ 50-90% ແລະ ພະຍາດປິດສະໜານີ້ສາມາດແຜ່ເຊື້ອໄດ້ໄວ ແລະ ອາດມີຄວາມຮຸນແຮງຫລາຍກວ່າໂຄວິດ-19 ນຳອີກ.
ທັງນີ້, ມີລາຍງານວ່າ: ພົບໄວຣັສຊະນິດໃໝ່ໃນປ່າຝົນເຂດຮ້ອນ ໃນທະວີບອາຟຣິກາ ໂດຍພົບຜູ້ຕິດເຊື້ອເປັນເພດຍິງ 1 ຄົນ ໃນພື້ນທີ່ຊົນນະບົດໃນສາທາລະນະລັດ ປະຊາທິປະໄຕ ຄອງໂກ ມີອາການປ່ວຍເບື້ອງຕົ້ນຂອງພະຍາດໄຂ້ເລືອດອອກ ເຊິ່ງຜູ້ປ່ວຍດັ່ງກ່າວໄດ້ກວດຫາເຊື້ອອີໂບລາແລ້ວ ແຕ່ຜົນເປັນລົບ ເຮັດໃຫ້ເກີດຄຳຖາມເຖິງສາເຫດການເກີດພະຍາດ ເຊິ່ງຄະນະແພດກັງວົນວ່າ: ຜູ້ປ່ວຍຄົນນີ້ຈະເປັນຜູ້ປ່ວຍໝາຍເລກ 0 ຂອງເຊື້ອພະຍາດໃໝ່. ເຖິງຢ່າງໃດກໍຕາມ, ອົງການອະນາໄມໂລກ ລະບຸວ່າ: ເຊື້ອພະຍາດ X ເປັນຂໍ້ສົມມຸດ, ແຕ່ບັນດານັກວິທະຍາສາດຢ້ານວ່າເຊື້ອປິດສະໜານີ້ ຈະນຳເອົາໄພຄຸກຄາມໄປທົ່ວໂລກ ຖ້າເກີດຂຶ້ນໃນອະນາຄົດ.