ປີເກົ່າລາວເຮົາໄດ້ຮັບຜົນກະທົບຫນັກຫນ່ວງຈາກໄພພິບັດທຳມະຊາດ ມີຜູ້ເສຍຊີວິດ 27 ຄົນ
ໃນປີເກົ່າ 2020 ຜ່ານມາ, ປະເທດເຮົາໄດ້ຮັບຜົນກະທົບຫນັກຫນ່ວງຈາກໄພພິບັດທາງທຳມະຊາດເຊັ່ນ: ນໍ້າຖ້ວມ, ແຫ້ງແລ້ງ, ດິນເຈື່ອນ, ລົມພາຍຸ, ໄຟໄໝ້, ແຜ່ນດິນໄຫວ, ຟ້າຜ່າ ແລະ ພະຍາດລະບາດ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 27 ຄົນ, ເນື້ອທີ່ການຜະລິດ, ສັດລ້ຽງ ແລະ ຊັບສິນຂອງປະຊາຊົນເສຍຫາຍເປັນຈຳນວນຫລວງຫລາຍ, ໃນນັ້ນ ນັບແຕ່ຕົ້ນປິ 2020 ຜ່ານມາ ໄດ້ເກີດການລະບາດຂອງພະຍາດໂຄວິດ-19 ແລະ ພະຍາດໄຂ້ຍຸງລາຍ, ໄພພິບັດທໍາມະຊາດເຊັ່ນ: ນໍ້າຖ້ວມ, ແຫ້ງແລ້ງ, ດິນເຈື່ອນ, ລົມພາຍຸ, ໄຟໄໝ້, ແຜ່ນດິນໄຫວ, ຟ້າຜ່າ ລວມມີ 177 ຄັ້ງ ແລະ ພະຍາດອະຫິວາໝູອາຟຣິກາ ລະບາດ 2 ຄັ້ງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 17 ແຂວງ ແລະ ນະຄອນຫລວງວຽງຈັນ, ມີ 115 ເມືອງ, 917 ບ້ານ, 38.860 ຄອບຄົວ ໄດ້ຮັບຜົນກະທົບ.
ສະເພາະຢູ່ແຂວງຫລວງພະບາງ ມີຜູ້ເສຍຊີວິດ 7 ຄົນ, ຢູ່ອຸດົມໄຊ 4 ຄົນ ແລະ ຢູ່ແຂວງໄຊຍະບູລີ 3 ຄົນ, ຢູ່ແຂວງເຊກອງມີ 2 ຄົນ, ສະຫວັນນະເຂດ 2 ຄົນ ແລະ ຢູ່ແຂວງສາລະວັນ 2 ຄົນ ແລະ ມີຜູ້ສູນຫາຍ 3 ຄົນ ຢູ່ເມືອງກະລຶມ ແຂວງເຊກອງ.