ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ

ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ - 9351826 010421 kgo ap boris johnson img - ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ
ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ - kitchen vibe - ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ

ວັນ​ທີ 4 ມັງກອນ 2021, ທ່ານ ບໍຣິສ ຈອນ​ສັນ ນາຍົກລັດຖະມົນຕີອັງກິດ ປະກາດ​ລັອກດາວອັງກິດ​ຮອດ​ກາງ​ເດືອນ​ກຸມພາ ​ເພື່ອ​ຮັບ​ມື​ໂຄ​ວິດ-19 ກາຍພັນ​ທີ່​ແຜ່​ລະບາດ​ຢ່າງ​ວ່ອງ​ໄວ​ໃນ​ປັດຈຸບັນ, ​ເຖິງ​ວ່າ​ທາງ​ການ​ອັງກິ​ດຈະ​​ເດີນ​ໜ້າ​ຮັບຮອງ ​ແລະ ​ເລີ່​ມການ​ສັກ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ຈາກ Pfizer-BioNTech ​ແລະ AstraZeneca-Oxford ​ແລ້ວ​ກໍ​ຕາມ​ ​ໃນ​ທ້າຍ​ປີ 2020 ຜ່ານ​ມາ.

ທ່ານ ຈອນ​ສັນ ​ແນະນຳ​ໃຫ້​ປະຊາຊົນ​ຢູ່​ແຕ່​ເຮືອນ​ຄື​ກັບ​ໄລຍະ​ລັອກດາວ​ໃນ​ການລະບາດ​ຮອບ​ທຳ​ອິດ​ເມື່ອ​ເດືອນ​ມີນາ​ປີຜ່ານມາ ​ໂດຍ​ໃຫ້ Work from Home ​ເປັນ​ສ່ວນ​ຫລາຍ ​ແລະ ອອກ​ຈາກ​ເຮືອນ​ສະ​ເພາະ​ມີ​ເຫດ​ຈຳ​ເປັນ​ເທົ່າ​ນັ້ນ. ສະ​ຖາ​ບັນ​ການ​ສຶກສາ​ທັງ​ໝົດ​ຈະ​ເລີ່​ມປິດ​ຊົ່ວຄາວ​ນັບ​ແຕ່​ວັນ​ທີ 5 ມັງກອນ, ຮ້ານ​ຕັດ​ຜົມ​ຈະ​ປິດ​ໃຫ້​ບໍລິການ. ຂະນະ​ທີ່​ຮ້ານ​ອາຫານ​ຈະ​ໃຫ້​ບໍລິການ​ສະ​ເພາະ​ຊື້​ເມືອ​ເຮືອນ​ເທົ່າ​ນັ້ນ ​ເພື່ອ​ຫລຸດ​​ໂອກາດ​ສ່ຽງ​ໃນ​ການ​ຕິດ ​ແລະ ​ແຜ່​ກະຈາຍ​ເຊື້ອ.

ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ
ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ

ອັງກິດ​ມີ​ຜູ້​ຕິດ​ເຊື້ອສະ​ສົມ​ແລ້ວ​ຫລາຍ​ກວ່າ 2,72 ລ້ານ​ຄົນ, ​ເສຍ​ຊີວິດ​ແລ້ວ 7,5 ໝື່ນ​ຄົນ. ​ເບື້ອງຕົ້ນຈາກ​ຂໍ້​ມູນ​ຕິດຕາມ​ສະຖານະ​ການ​ການ​ສັກ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ຂອງ Our World in Data ພົບ​ວ່າ​ປະຊາກອນ​ອັງກິດ 1,39 ຄົນ​ໄດ້​ຮັບ​ການ​ສັກ​ວັກ​ຊີ​ນ​ແລ້ວ ​ເມື່ອ​ທຽບ​ໃສ່​ຈຳນວນ​ປະຊາກອນ​ທັງ​ໝົດ 100 ຄົນ.

ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ - 4 - ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ
ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ - 3 - ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ
ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ - 5 - ນາຍົກລັດຖະມົນຕີອັງກິດປະກາດລັອກດາວປະເທດ ຮອດກາງເດືອນກຸມພາ ຮັບມືໂຄວິດ-19 ກາຍພັນ