ທຸກບ້ານທົ່ວແຂວງອັດຕະປືມີເສັ້ນທາງເຂົ້າເຖິງທຽວໄດ້ທັງສອງລະດູການ

ທ່ານ ເຈົ້າແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນທຸກບ້ານພາຍໃນແຂວງອັດຕະປືໄດ້ມີເສັ້ນທາງເຂົ້າເຖິງ ແລະ ທຽວໄດ້ທັງສອງລະດູການ, ທັງນີ້ກໍຍ້ອນຄະນະພັກອໍານາດການປົກຄອງໄດ້ເອົາໃສ່ລົງຊຸກຍູ້ການພັດທະນາພື້ນຖານໂຄງລ່າງຂອງແຂວງໄດ້ເປັນຢ່າງດີ ຄືໃນປີ 2020 ມີ 23 ໂຄງການ ຊຶ່ງມີມູນຄ່າການລົງທຶນທັງຫມົດຫລາຍກວ່າ 140 ຕື້ກີບ, ຊ່ວຍໃຫ້ແຂວງມີເສັ້ນທາງຍາວກວ່າ 1.500 ກິໂລແມັດ, ທຽບໃສ່ປີ 2019 ຜ່ານມາ ເພີ່ມຂຶ້ນກວ່າ 113 ກິໂລແມັດ, ໃນນັ້ນມີ 5 ເສັ້ນທາງໃຫຍ່ຄື: ທາງຄອນກຣີດຍາວ 0,5 ກິໂລແມັດ, ປູອັດສະຟານຍາວ 114,9 ກິໂລແມັດ, ທາງປູຢາງທຳມະດາຍາວ 247,26 ກິໂລແມັດ, ທາງປູຫີນແຮ່ຍາວ 826,85 ກິໂລແມັດ ແລະ ທາງດິນທໍາມະຊາດຍາວ 311,84 ກິໂລແມັດ.
ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ກ່າວຕື່ມວ່າ: ໃນປີໃຫມ່ນີ້ ແຂວງອັດຕະປືມີແຜນຈະຍົກລະດັບທາງປູຢາງ 2 ຊັ້ນພາຍໃນທົ່ວ ແລະ ສຸມໃສ່ຕິດຕັ້ງລະບົບໄຟເຍືອງທາງດ້ວແສງຕາເວັນ ເຂົ້າ 4 ຕົວເມືອງຂອງແຂວງໃຫ້ສຳເລັດ.