6 ຢ່າງທີ່ເປັນໜ້າຢ້ານ ຕ້ອງຜ່ານຜ່າໃຫ້ໄດ້ ເພື່ອຄວາມສຳເລັດໃນປີ 2021

6 ຢ່າງທີ່ເປັນໜ້າຢ້ານ ຕ້ອງຜ່ານຜ່າໃຫ້ໄດ້ ເພື່ອຄວາມສຳເລັດໃນປີ 2021 - Time fo an Adventure 2021 01 05T142940 - 6 ຢ່າງທີ່ເປັນໜ້າຢ້ານ ຕ້ອງຜ່ານຜ່າໃຫ້ໄດ້ ເພື່ອຄວາມສຳເລັດໃນປີ 2021
6 ຢ່າງທີ່ເປັນໜ້າຢ້ານ ຕ້ອງຜ່ານຜ່າໃຫ້ໄດ້ ເພື່ອຄວາມສຳເລັດໃນປີ 2021 - kitchen vibe - 6 ຢ່າງທີ່ເປັນໜ້າຢ້ານ ຕ້ອງຜ່ານຜ່າໃຫ້ໄດ້ ເພື່ອຄວາມສຳເລັດໃນປີ 2021

 

ບັນດານັກຄົ້ນຄວ້າຊີ້ໃຫ້ເຫັນວ່າ: ສິ່ງກີດຂວາງທີ່ໃຫ່ຍທີ່ສຸດຂອງຜົນສຳເລັດບໍ່ແມ່ນເງິນ, ບໍ່ແມ່ນເວລາ ແຕ່ຫາກແມ່ນຄວາມບໍ່ກ້າຫານໃນການປ່ຽນແປງໃໝ່ ແລະ ການບໍ່ຍອມຮັບຄວາມສ່ຽງທີ່ຈະເກີດຂຶ້ນ.

6 ຢ່າງທີ່ເປັນໜ້າຢ້ານ ຕ້ອງຜ່ານຜ່າໃຫ້ໄດ້ ເພື່ອຄວາມສຳເລັດໃນປີ 2021 - Visit Laos Visit SALANA BOUTIQUE HOTEL - 6 ຢ່າງທີ່ເປັນໜ້າຢ້ານ ຕ້ອງຜ່ານຜ່າໃຫ້ໄດ້ ເພື່ອຄວາມສຳເລັດໃນປີ 2021
  1. ຢ້ານການປ່ຽນແປງໃໝ່ ແລະ ຢ້ານຄວາມບໍ່ແນ່ນອນ

ເຖິງແມ່ນວ່າຈະເປັນພາລະກິດ ຫຼື ແມ່ນການພົວພັນໃດໜຶ່ງກໍຕາມ,ທ່ານອາດຈະຖືກປະຖິ້ມໄວ້ເບື້ອງຫຼັງ ຖ້າຫາກຢູ່ຊື່ໆ ບໍ່ພັດທະນາຕົນເອງ. ຢ່າພະຍາຍາມຄາດເດົາອະນາຄົດໄວ້ລ່ວງໜ້າ ແຕ່ຫາກມີການຄົ້ນຄວ້າເຫດການທີ່ເກີດຂຶ້ນ ແລະ ຊອກຫາວິທີທາງປັບຕົວໃຫ້ໄດ້. ຈົ່ງຂຶ້ນແຜນທີ່ສະຫຼາດສາມາດຈັດຕັ້ງປະຕິບັດໄດ້ ດ້ວຍວິທີການປ່ຽນແປງການຕັດສິນໃຈ ແລະ ການກະທຳ ແລະ ໝັ່ນຕີລາຄາສະພາບການ ເມື່ອມີຂໍ້ມູນໃໝ່.

  1. ຢ້ານການປະຕິເສດ.

ທ່ານເຄີຍຖືກປະຕິເສດການຮ້ອງຂໍເຂົ້າເຮັດວຽກບໍ? ເຄີຍຖືກລູກຄ້າປະຕິເສດບໍ? ຜະລິດຕະພັນ ຫຼື ການບໍລິການຂອງຕົນຖືກປະຕິເສດບໍ? ໃຜກໍຖືກເຊັ່ນກັນຫັ້ນແຫຼະ.

ຈົ່ງມີຄວາມເຊື່ອໝັ້ນ ແລະ ກ້າວໄປຂ້າງໜ້າ. ໃນຊີວິດຈິງ ທ່ານອາດເຄີຍໄດ້ຍິນຄຳວ່າ “ບໍ່” ຫຼາຍກວ່າຄຳວ່າ “ມີ”. ບາງຄັ້ງບາງຄາວ ຄຳວ່າ “ບໍ່” ນັ້ນ ບໍ່ສະເພາະແຕ່ແມ່ນ “ບໍ່ແມ່ນດຽວນີ້”. ດັ່ງນັ້ນຈົ່ງຢ່າໄດ້ທໍ້ຖອຍກຳລັງໃຈ ໃນການເຮັດຄືນໃໝ່ ເພາະສະພາບແວດລ້ອມມີການປ່ຽນແປງ.

  1. ຢ້ານປະລາໄຊ

ໃນການຈັດຕັ້ງປະຕິບັດຈຸດໝາຍທີ່ວາງໄວ້ ອາດຈະໃຊ້ເວລາ ຫຼື ເສຍເວລາຫຼາຍ ຈຶ່ງຈະສຳເລັດຜົນໄດ້. ໃນຂະນະນັ້ນ ທ່ານອາດຈະຖືກຕີຖອຍກໍເປັນໄດ້. ດັ່ງນັ້ນ ຈົ່ງທົດລອງເຮັດແລ້ວ ເຮັດອີກ, ຖ້າປະລາໄຊກໍຕ້ອງປະລາໄຊແບບມີສັກສີ, ນຳໃຊ້ຄວາມປະລາໄຊນັ້ນ ເພື່ອທົດສອບຍຸດທະສາດ ແລະ ຊອກຫາວິທີທາງອອກ ໃຫ້ໄດ້ ແຕ່ຢ່າລຶ້ມຄືນເຖິງ 2 ຄັ້ງ ໃນຄວາມຜິດດຽວກັນ.

  1. ຢ້ານຖືກໂດດດ່ຽວ

ບາງຄັ້ງຄາວທ່ານອາດຈະເກີດຄວາມນ້ອຍໃຈ ເມື່ອຖືກປະໃຫ້ກູ້ສະຖານະການໂດຍລຳພັງ ໂດຍບໍ່ມີໃຜໃຫ້ການຮ່ວມມື ແຕ່ບໍ່ຕ້ອງຢ້ານ ມັນມີຫຼາຍວິທີທາງເພື່ອແກ້ໄຂບັນຫາດັ່ງກ່າວ, ນັ້ນກໍຄືການສ້າງຄວາມເຊື່ອໝັ້ນ ແລະ ຄວາມສຳພັນທີ່ແໜ້ນໜຽວ ກັບທິມງານ, ເພື່ອນສະຫາຍ ແລະ ສະມາຊິກໃນຄອບຄົວ.

  1. ຢ້ານການປະເຊີນໜ້າ

ການທີ່ບໍ່ໂລ່ງລອຍກັບຄົນອື່ນ ອາດຈະສ້າງຄວາມຫຍຸ້ງຍາກຫຼາຍຂຶ້ນ ເຖິງແມ່ນວ່າທ່ານຈະພະຍາຍາມຫຼີກລ່ຽງມັນ ກໍບໍ່ສາມາດຈະແກ້ໄຂມັນໄດ້. ຈົ່ງຕັ້ງບັນຫາໃຫ້ກັບຕົນເອງວ່າ ແມ່ນບັນຫາໃດທີ່ຈະຕ້ອງເສຍສະລະ ແລະ ສິ່ງໃດທີ່ບໍ່ຄວນເສຍສະລະ. ຈົ່ງຖອຍກ້າວໜຶ່ງ ເພື່ອຊອກຫາທິດທາງແກ້ໄຂທີ່ດີທີ່ສຸດ ແລະ ດຳເນີນການແຕ່ລະບາດກ້າວ ແລະ ຍົກລະດັບຍຸດທະສາດຂຶ້ນ ບົນພື້ນຖານຂອງຜົນສຳເລັດ.

  1. ຢ້ານບໍ່ໄດ້ຮັບການຄວບຄຸມ

ການຄົ້າຄວ້າຊີ້ໃຫ້ເຫັນວ່າ  ຄົນເຮົາມີຄວາມຕ້ອງການຄວບຄຸມທຸກສິ່ງຢ່າງ ແລະ ຄົນອ້ອມຂ້າງ ພວກເຮົາ ມັກຈະຢ້ານບໍ່ໄດ້ຮັບການຄວບຄຸມ. ເພື່ອຫາຍຄວາມສົງໄສໃນຄວາມສາມາດຄວບຄຸມ ແລະ ການປັບຕົວຂອງຕົນເອງນັ້ນ ຈົ່ງຍອມຮັບເອົາການປ່ຽນແປງນອກເໜືອການຄວບຄຸມຂອງຕົນ, ຈົ່ງສຸມໃສ່ສິ່ງທີ່ທ່ານມີຄວາມສາມາດຢູ່ໃນກຳມືຂອງຕົນ.

6 ຢ່າງທີ່ເປັນໜ້າຢ້ານ ຕ້ອງຜ່ານຜ່າໃຫ້ໄດ້ ເພື່ອຄວາມສຳເລັດໃນປີ 2021 - 3 - 6 ຢ່າງທີ່ເປັນໜ້າຢ້ານ ຕ້ອງຜ່ານຜ່າໃຫ້ໄດ້ ເພື່ອຄວາມສຳເລັດໃນປີ 2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!