ສ ເກົາຫຼີ ກ່າວເຕືອນການຫຼຸດລົງຂອງປະຊາກອນ ຈົນໜ້າເປັນຫ່ວງ
ສຳນັກຂ່າວ ຊີເອັນເອັນ ລາຍງານເຊົ້າວັນທີ 5 ມັງກອນນີ້ວ່າ ອັດຕາການເກີດສະເລ່ຍຂອງຜູ້ຍິງຄົນໜຶ່ງ ໃນ ສ ເກົາຫຼີ ແມ່ນຫຼຸດລົງຈົນໜ້າເປັນຫ່ວງ ແລະ ຖືກຈັດຢູ່ເກືອບອັນດັບທ້າຍຂອງບັນດາປະເທດທີ່ມີການເກີດຕໍ່າທີ່ສຸດໃນໂລກ, ໃນຂະນະດຽວກັນ ປະຊາກອນເຖົ້າຊໍ້າພັດເພີ່ມຂຶ້ນຢ່າງໄວວາ ຈົນເຖິງຂັ້ນວິກິດການດ້ານປະຊາກອນ.
ສະຖິຕິພົນລະເມືອງເປີດເຜີຍໂດຍກະຊວງພາຍໃນໃນວັນທີ 4 ມັງກອນນີ້ໃຫ້ຮູ້ວ່າ ສະຖານະການຫຼຸດລົງຂອງປະຊາກອນ ປາກົດວ່າມີີໜ້າເປັນຫ່ວງຫຼາຍ. ໃນປີກາຍນີ້(2020) ແຜ່ນດິນແຫ່ງນີ້ມີເດັກເກີດໃໝ່ພຽງ 275.815 ຄົນ ຊຶ່ງເປັນຕົວເລກກຳເນີດທີ່ຕໍ່າທີ່ສຸດ ໃນຂະນະດຽວກັນມິຜູ້ເສຍຊິວິດ 307.764 ຄົນ, ເພີ່ມຂຶ້ນ 3% ທຽບໃສ່ໜຶ່ງປີກ່ອນໜ້ານີ້.
ນີ້ເປັນຄັ້ງທຳອິດທີ່ດິນແດນແຫ່ງນີ້ ມີຜູ້ເສຍຊີວິດຫຼາຍກວ່າອັດຕາການເກີດ ແລະ ກໍເປັນປີທຳອິດທີ່ເກີດວິກິດທາງດ້ານປະຊາກອນ. ນອກຈາກນີ້ເຈົາໜ້າທີ່ດ້ານປະຊາກອນຍັງໃຫ້ຮູ້ອີກວ່າ ປະຊາກອນເຖົ້າໃນລະຫວ່າງອາຍຸແຕ່ 40-50 ປີເພີ່ມຂຶ້ນ 32,7% ແລະ ອາຍູແຕ່ 60 ປີຂຶ້ນໄປເພີ່ມຂຶ້ນ 25%.