ອັງກິດກັງວົນເຊື້ອໂຄວິດອາຟຣິກາໃຕ້ແຮງເກີນ ວັກຊີນອາດເອົາບໍ່ຢູ່
ນັກວິທະຍາສາດອັງກິດ ກັງວົນກ່ຽວກັບໂຄວິດ-19 ກາຍພັນຢູ່ອາຟຣິກາໃຕ້ວ່າມີຄວາມຮຸນແຮງຫລາຍ ແລະ ວັກຊີນທີ່ຜະລິດອາດຈະບໍ່ສາມາດປ້ອງກັນການຕິດເຊື້ອໄດ້.
ສຳນັກຂ່າວຣອຍເຕີ ລາຍງານວ່າ: ທ່ານ ແມັດ ຮານຄອກ ລັດຖະມົນຕີສາທາລະນະສຸກອັງກິດ ກ່າວວ່າ: ກັງວົນກ່ຽວກັບໂຄວິດ-19 ກາຍພົນຈາກອາຟຣິກາໃຕ້ ທີ່ອາດຈະມີຄວາມຮຸນແຮງກວ່າໂຄວິດ-19 ທີ່ກາຍພັນຢູ່ອັງກິດ.
ນັກວິທະຍາສາດອະທິບາຍວ່າ: ສາເຫດທີ່ໂຄວິດ-19 ກາຍພັນຢູ່ອາຟຣິກາໃຕ້ ມີທ່າອ່ຽງຮຸນແຮງກວ່າສາຍພັນອັງກິດ ເພາະມີການກາຍພັນທີ່ສັບຊ້ອນກວ່າ ແລະ ສົ່ງຜົນປ່ຽນແປງລັກສະນະຂອງໂປຣຕິນໜາມ (Spike Protein) ໃນຈຸດສຳຄັນ ເຊິ່ງເປັນສ່ວນທີ່ໄວຣັສໃຊ້ແຜ່ເຊື້ອໄປຈຸລັງຂອງມະນຸດ ເຮັດໃຫ້ນັກວິທະຍາສາດກັງວົນວ່າ: ວັກຊີນຈະບໍ່ສາມາດນຳໃຊ້ກັບສາຍພັນທີ່ກາຍພັນຢູ່ອາຟຣິກາໃຕ້ໄດ້.
ສ່ວນຜູ້ຜະລິດວັກຊີນສຳຄັນຄື ບໍລິສັດ BioNTech ເຊິ່ງກ່ອນໜ້ານີ້ໄດ້ອອກມາສ້າງຄວາມເຊື່ອໝັ້ນວ່າ: ວັກຊີນທີ່ພັດທະນາຂຶ້ນສາມາດຕ້ານເຊື້ອໄວຣັສໂຄວິດ-19 ທີ່ກາຍພັນໄດ້, ແຕ່ຖ້າວັກຊີນບໍ່ສາມາດຕ້ານເຊື້ອກາຍພັນຂຶ້ນມາ ທີມຜູ້ພັດທະນາສາມາດພັດທະນາວັກຊີນໃໝ່ທີ່ຕ້ານເຊື້ອກາຍພັນໄດ້ພາຍໃນ 6 ອາທິດ, ແຕ່ວັກຊີນທີ່ພັດທະນາຕ້ອງເຂົ້າສູ່ຂະບວນການຂໍອະນຸຍາດນຳໃຊ້ໃໝ່ທັງໝົດ.
ໄລຍະຜ່ານມາຈະເຫັນວ່າໂຄວິດ-19 ມີການກາຍພັນຈາກ 2 ປະເທດຕົ້ນຕໍຄື: ອັງກິດ ແລະ ອາຟຣິກາໃຕ້ ເຮັດໃຫ້ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຫລາຍ, ຫລາຍປະເທດກໍໄດ້ປິດກັ້ນການເຂົ້າຊາຍແດນຜູ້ທີ່ເດີນທາງມາຈາກ 2 ປະເທດນີ້ແລ້ວ.