10 ແນວຄິດດີໆໃນການສ້າງໂຕໃຫ້ກາຍເປັນຄົນມີຖານະທີ່ດີຂຶ້ນ
January 6, 2021 - 10:41 AM

- ເຮັດທຸກຢ່າງໃຫ້ເປັນການແຂ່ງຂັນ : ຖ້າໄດ້ລອງຖາມເສດຖີຜູ້ສ້າງຖານະຂຶ້ນມາເອງກັບມືວ່າອັນໃດເປັນແຮງບັນດານໃຈໃຫ້ພວກເຂົາຕັດສິນໃຈກ້າວເຂົ້າມາສູ່ເສັ້ນທາງນີ້ ແນ່ນອນວ່າຄຳຕອບສ່ວນຫລາຍຂອງພວກເຂົາຈະບໍ່ແມ່ນ “ເພື່ອສ້າງເງິນກ້ອນໃຫຍ່” ແນ່ນອນ ເນື່ອງຈາກສິ່ງທີ່ຢູ່ເບື້ອງຫລັງຄວາມສຳເລັດຂອງຜູ້ຄົນເຫລົ່ານີ້ ມັກຈະເປັນເລື່ອງລາວຂອງການຕາມລ່າຄວາມຝັນຂອງຕົນເອງ ຈົນກະທັ້ງກ້າວໄປສູ່ຈຸດທີ່ເອີ້ນໄດ້ວ່າເປັນຄວາມສຳເລັດໃນແບບສະບັບຂອງພວກເຂົານັ້ນເອງ.
- ບໍ່ນິ່ງນອນໃຈ : ເຖິງຈະປີນຂຶ້ນໄປເຖິງຈຸດທີ່ສູງສຸດໃນຊີວິດ ກໍບໍ່ຄວນຈະຢຸດຄິດວ່າ “ເທົ່ານີ້ກໍພໍແລ້ວ ຢຸດພັກວຽກໄດ້” ເພາະເຖິງວ່າທ່ານຈະສ້າງເງິນກ້ອນໃຫຍ່ໄດ້ແລ້ວ ກໍບໍ່ແມ່ນວ່າເງິນຄຳຈະບໍ່ຫາຍໄປ. ດັ່ງນັ້ນ, ຢ່າໄດ້ນິ່ງນອນໃຈໄປ ທ່ານຄວນຕັ້ງເປົ້າໝາຍໃໝ່ອີກຄັ້ງ ເພື່ອສ້າງຊີວິດທີ່ດີຍິ່ງຂຶ້ນຕໍ່ໄປ.
- ຮຽນຮູ້ໃຫ້ຫລາຍ ເຮັດວຽກໃຫ້ໜັກກ່ວາໃຜໆ : ເຖິງວ່າທ່ານຈະມີພອນສະຫັນສູງພຽງຟ້າ ຫລື ຈະເກັ່ງກ້າມາຈາກໃສ ທ່ານກໍບໍ່ມີທາງໄປເຖິງຝັ່ງຝັນໄດ້ຫາກທ່ານບໍ່ຍອມສະແຫວງຫາຄວາມຮູ້ ແລະ ຕັ້ງໃຈເຮັດວຽກຢ່າງໜັກ ໝາຍຄວາມວ່າ ການຈະລ້ຽວເຂົ້າສູ່ເສັ້ນທາງແຫ່ງຄວາມສຳເລັດໄດ້ນັ້ນ ແນວໃດກໍຕ້ອງຜ່ານຖະໜົນແຫ່ງຄວາມສຸດແສນລຳບາກໄປໃຫ້ໄດ້ສາກ່ອນ.
- ໃຫ້ຄວາມຜິດພາດເປັນບົດຮຽນ : ຊີວິດກັບຄວາມຜິດພາດເປັນຂອງຄູ່ກັນ ມື້ໃດມື້ໜຶ່ງແນວໃດກໍຕ້ອງມີພາດມີລົ້ມກັນແດ່ ປະເດັນຄື ຖ້າລົ້ມໃຫ້ເປັນ ກໍຈະເບິ່ງເຫັນຄວາມສຳເລັດໄດ້ບໍ່ຍາກ ຫາກວ່າລົ້ມ ກໍຢ່າໄດ້ສິ້ນຫວັງ ຫລື ຍອມແພ້ໄປ ໃຫ້ພິຈາລະນາຄວາມລົ້ມເຫລວນັ້ນ ແລ້ວຮຽນຮູ້ຈາກບັນຫາວ່າຍ້ອນສາເຫດໃດຈຶ່ງໄດ້ພາດພັ້ງ ປັດຄວາມໂສກເສົ້າຖິ້ມໄປ ແລ້ວລຸກຂຶ້ນຍ່າງໃໝ່ຢ່າງສະຫງ່າງາມຈະດີກ່ວາ.
- ອ່ານໜັງສືທຸກມື້ຢ່າງສະໝໍ່າສະເໝີ : ຈະເວົ້າເຖິງຄຸນປະໂຫຍດຂອງການອ່ານແນວໃດກໍຄົງບໍ່ມີມື້ໝົດ ບອກໄດ້ພຽງວ່າ ຂໍໃຫ້ອ່ານທຸກເວລາທີ່ມີໂອກາດ ຢ່າໄດ້ຖືເບົາການອ່ານໄປ ຫລື ຫາເລື່ອງລາວໜ້າສົນໃຈໃໝ່ໆມາອ່ານ ຈະໄດ້ຕື່ນໂຕຕາມຍຸກສະໄໝໃຫ້ທັນ ເພາະການປ່ຽນແປງມັກເກີດຂຶ້ນຢ່າງລັບໆ ແລະ ກະທັນຫັນສະເໝີ ສະນັ້ນ ທ່ານຄວນແນມຫາໜັງສືດີໆທີ່ຈະຊ່ວຍສົ່ງເສີມໃຫ້ທ່ານປະສົບຄວາມສຳເລັດໃນຊີວິດໄດ້ມາອ່ານ.
- ຮັກສາສຸຂະພາບກາຍ ແລະ ຈິດໃຈໃຫ້ດີ : ການອອກກຳລັງກາຍ ແລະ ຝຶກຝົນຈິດໃຈໃຫ້ມີສຸຂະພາບທີ່ດີເປັນສ່ວນສຳຄັນທີ່ສຸດໃນການປະສົບຄວາມສຳເລັດເລີຍກໍເວົ້າໄດ້ ຢ່າລືມອອກກຳລັງກາຍໃຫ້ເປັນປະຈຳ ແລະ ສະໝໍ່າສະເໝີ, ກິນອາຫານໃຫ້ຖືກຫລັກໂພຊະນາການ ໂດຍບໍ່ລືມການນອນຫລັບພັກຜ່ອນທີ່ພຽງພໍນຳ.
- ໃກ້ຊິດກັບຄົນທີ່ຝັກໄຝ່ຄວາມສຳເລັດຄ້າຍໆກັບທ່ານ : ການຄົບຄ້າສະມາຄົມກັບຜູ້ຄົນບາງປະເພດອາດສົ່ງຜົນເສຍຕໍ່ທ່ານໄດ້ຢ່າງບໍ່ຄາດຄິດ ຢ່າລືມຫລຽວຊ້າຍຫລຽວຂວາ ເບິ່ງໃຫ້ໝັ້ນໃຈວ່າຜູ້ຄົນອ້ອມໂຕລ້ວນມີຄວາມຄິດ ຫລື ເປົ້າໝາຍໃກ້ຄຽງກັນ, ໄດ້ຮັບແຮງບັນດານໃຈ ແລະ ຝັກໄຝ່ໃນການໄປສູ່ຄວາມສຳເລັດແບບດຽວກັບທ່ານ ເນື່ອງຈາກການຢູ່ກັບຜູ້ຄົນທີ່ມີຄວາມຕັ້ງໃຈຄືກັນຈະຊ່ວຍເປັນແຮງຊຸກຍູ້ ແລະ ສ້າງຄວາມຕັ້ງໃຈໄດ້ຢ່າງດີເລີດ, ພະຍາຍາມຫລີກເວັ້ນບຸກຄົນທີ່ບໍ່ຄ່ອຍເອົາວຽກເອົາງານ ເພາະຜູ້ທີ່ມີແຕ່ທ່ຽວຫລິ້ນໄປແຕ່ລະມື້ນັ້ນຈະບໍ່ຊ່ວຍພາທ່ານໄປເຖິງຝັນຢ່າງແນ່ນອນ.
- ຕັ້ງຕົນເປັນຜູ້ໃຫ້ ດູແລເອົາໃຈໃສ່ຄົນທີ່ຮັກ : ກ່ອນໜ້ານີ້ເວົ້າເຖິງການດູແລສຸຂະພາບກາຍ ແລະ ໃຈຂອງຕົນເອງໄປແລ້ວ, ແຕ່ກໍຍັງບໍ່ຕ້ອງດູແລສຸຂະພາບໃຈແດ່ ຢ່າຖືເບົາໂລກໜ່ວຍນ້ອຍທີ່ໝູນອ້ອມຕົນເອງ ເພາະຍັງມີຄົນອີກຫລາຍທີ່ອາດຕ້ອງການຄວາມຊ່ວຍເຫລືອ ສິ່ງສຳຄັນຢ່າລືມເອົາໃຈໃສ່ດູແລຄົນທີ່ຮັກໃຫ້ດີ ເພາະຊີວິດທີ່ປະສົບຄວາມສຳເລັດຈະສົມບູນໄດ້ກໍຕໍ່ເມື່ອໄດ້ມີຄວາມສຸກໄປພ້ອມໆກັບຄົນທີ່ຮັກເທົ່ານັ້ນ ຫລື ອາດຈະບໍລິຈາກສິ່ງຂອງແກ່ຜູ້ທຸກຍາກທີ່ຕ້ອງການໂອກາດ ຮັບຮອງວ່າຈະຊ່ວຍປັບປ່ຽນທັດສະນະຄະຕິ – ວິໄສທັດ ລວມເຖິງພື້ນຖານຄວາມຄິດໃນການເຮັດວຽກໄປໃນທາງທີ່ດີຂຶ້ນໄດ້ຢ່າງແນ່ນອນ.
- ເຮັດໂຕໃຫ້ຊື່ສັດ ແລະ ໂປ່ງໃສ : ການຕົວະ ບໍ່ເຄີຍພາໃຜໄປສູ່ຝັ່ງຝັນ. ດັ່ງນັ້ນ, ຂໍໃຫ້ຍຶດໝັ້ນກັບຄວາມຊື່ສັດ ແລະ ໂປ່ງໃສໄວ້ສະເໝີ ເຖິງຈະຟັງເບິ່ງເປັນເລື່ອງເລັກນ້ອຍ ແຕ່ມັນເປັນຂໍ້ປະຕິບັດທີ່ສຳຄັນຫາຫຍັງມາປຽບທຽບບໍ່ໄດ້ ເນື່ອງຈາກມັນຈະນຳໄປສູ່ການເປັນຜູ້ປະສົບຄວາມສຳເລັດຢ່າງມືອາຊີບໃນໄລຍະຍາວ.
- ເບິ່ງການໄກ ຫລາຍກ່ວາໄຝ່ຜົນໄລຍະສັ້ນ : ຜູ້ຄົນສ່ວນຫລາຍມັກໃຫ້ຄວາມສົນໃຈກັບຄວາມສຳເລັດໄລຍະສັ້ນໄວ້ກ່ອນ ເຊັ່ນວ່າ : “ຂ້ອຍຢາກຈະມີເງິນເທົ່ານັ້ນເທົ່ານີ້ພາຍໃນປີໜ້າ”, ແຕ່ຢ່າລືມວ່າສິ່ງສຳຄັນກ່ວາກໍຄື ການໃຫ້ເບິ່ງພາບລວມໃຫຍ່ໆໄວ້ນຳ, ວາດພາບເລີຍວ່າຢາກະໃຫ້ທັງຊີວິດອອກມາແບບໃດ ເນື່ອງຈາກເປົ້າໝາຍໄລຍະຍາວນັ້ນສາມາດເປັນແຮງຊຸກຍູ້ໃຫ້ໃຜໆກ້າວໄປສູ່ຈຸດທີ່ຈະຮູ້ສຶກເພິງພໍໃຈຢ່າງແທ້ຈິງ ລວມເຖິງສາມາດກໍ່ສ້າງສິ່ງທີ່ເປັນຄວາມສຳເລັດຄັ້ງໃຫຍ່ແກ່ຊີວິດ ແລະ ຄອບຄົວໄດ້.
ເປັນເລື່ອງແນ່ນອນທີ່ລະຫ່ວາງທາງໃນການສ້າງຕົນສ້າງໂຕຕໃຫ້ເປັນຄົນມີຖານະທີ່ດີຂຶ້ນນັ້ນ ຈະຕ້ອງປະສົບພົບພໍ້ກັບອຸປະສັກຕ່າງໆນາໆ ແຕ່ຫາກວ່າສາມາດເຮັດຕາມຂໍ້ແນະນຳເຫລົ່ານີ້ໄດ້ ໃນຂະນະດຽວກັນກໍໝັ່ນຮຽນຮູ້ຈາກຄວາມສຳເລັດຂອງນັກລ່າຝັນຄົນອື່ນໆນຳ ຮັບຮອງວ່າທ່ານຈະມີອາວຸດຍຸດໂທປະການຄົບຖ້ວນໄວ້ກຽມຮັບມືກັບບັນຫາຕ່າງໆ ແລະ ພາຕົນເອງໄປເຖິງເປົ້າໝາຍການມີຖານະທີ່ດີຂຶ້ນໄດ້ຢ່າງທີ່ຄາດຫວັງໄວ້ແນ່ນອນ.