ປີໃໝ່ສ້າງຜົນງານໃໝ່ໃຫ້ໃຫຍ່ຫລວງກວ່າເກົ່າ
ໂດຍ: ທິດກໍ່າ
ປີເກົ່າ 2020 ໄດ້ຜ່ານພົ້ນໄປ, ປີໃໝ່ 2021 ໄດ້ໝູນວຽນມາແທນທີ່ຕາມວັດຕະຈັກການໝູນວຽນປ່ຽນໄປຂອງໂລກ. ໃນໜຶ່ງປີຜ່ານມານັ້ນ ເຖິງວ່າປະເທດຊາດບ້ານເມືອງຂອງພວກເຮົາໄດ້ປະສົບພົບພໍ້ບັນຫາຫລາຍຢ່າງເຊັ່ນ: ຖືກຜົນກະທົບຈາກໄພທຳມະຊາດນ້ຳຖ້ວມໜັກຢູ່ເມືອງເຊໂປນ, ເມືອງບົວລະພາ ແລະ ສ່ວນໜຶ່ງຂອງເມືອງວິລະບູລີ ແຂວງສະຫວັນນະເຂດ, ແຕ່ພາຍໃຕ້ຄວາມເປັນຫ່ວງເປັນໄຍຮ່ວມໃຈຂອງການນຳພັກ-ລັດ, ອຳນາດການປົກຄອງທ້ອງຖິ່ນຄວາມສາມັກຄີອັນເປັນປຶກແຜ່ນຂອງປະຊາຊົນຄົນລາວເຮົາໂດຍລວມ, ເວົ້າສະເພາະແມ່ນພີ່ນ້ອງຊາວແຂວງສະຫວັນນະເຂດໄດ້ພ້ອມໃຈກັນຊ່ວຍເຫລືອຢຽວຢາຕາມສັດທາຕໍ່ຜູ້ທີ່ຖືກຜົນກະທົບຢ່າງເລັ່ງດ່ວນ ແລະ ທັນເວລາເປັນຢ່າງດີ.
ນອກຈາກຜົນກະທົບຈາກໄພທຳມະຊາດແລ້ວ ກໍແມ່ນເລື່ອງໂຣຄາພະຍາດ, ສິ່ງທີ່ໜ້າຢ້ານກົວ ແລະ ວິຕົກກັງວົນທີ່ສຸດກໍແມ່ນການແຜ່ລະບາດຂອງເຊື້ອພະຍາດສາຍພັນໃໝ່ໂຄວິດ-19 ເຊິ່ງມາຮອດເດືອນທັນວາ 2020 ໄດ້ມີຜູ້ຕິດເຊື້ອເຖິງ 41 ຄົນ, ປັດຈຸບັນ ສາມາດປິ່ນປົວໃຫ້ຫາຍດີໄປແລ້ວ 40 ຄົນ ແລະ ກໍຍັງໂຊກດີບໍ່ທັນມີຜູ້ໃດເສຍຊີວິດຍ້ອນ. ໄປຄຽງຄູ່ກັບພະຍາດໂຄວິດ-19 ມາຂົ່ມຂູ່ແລ້ວ ພັດຍັງມີການລະບາດຂອງພະຍາດໄຂ້ຍຸງລາຍ ເຊິ່ງມີຜູ້ຕິດເຊື້ອເຖິງ 1.000 ກວ່າຄົນ ແລະ ມີຜູ້ເສຍຊີວິດໄປຈຳນວນໜຶ່ງ.
ເນື່ອງຈາກໄພທຳມະຊາດ ແລະ ເກີດໂຣຄາພະຍາດອັນຮ້າຍແຮງທີ່ໄດ້ກ່າວມານັ້ນ ຈຶ່ງເຮັດໃຫ້ເສດຖະກິດຢູ່ປະເທດເຮົາມີຜົນກະທົບບໍ່ໜ້ອຍ ໂດຍສະເພາະແມ່ນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ຂະແໜງການທີ່ມີຜົນກະທົບໜັກໜ່ວງກວ່າໝູ່ກໍແມ່ນຂົງເຂດອຸດສາຫະກຳການທ່ອງທ່ຽວ ບັນດາຮ້ານອາຫານ, ໂຮງແຮມ, ຮ້ານກິນດື່ມ ແລະ ແຫລ່ງທ່ອງທ່ຽວໃນທົ່ວປະເທດຕ່າງກໍປະສົບບັນຫາໄປຕາມໆກັນ ເຊິ່ງມາຮອດປັດຈຸບັນການເຂົ້າ-ອອກຄົນພາຍນອກ-ພາຍໃນປະເທດຍັງຢູ່ໃນຂັ້ນຕອນປະຕິບັດບັນດາມາດຕະການຜ່ອນຜັນ ແລະ ຍັງປິດປະເທດ ໂດຍບໍ່ມີກຳນົດທີ່ແນ່ນອນ.
ແຕ່ເຖິງຢ່າງໃດກໍດີ, ພາຍໃຕ້ການນຳພາບຸກທະລຸໃນພາລະກິດພັດທະນາ ແລະ ສ້າງສາປະເທດຊາດຂອງພັກ ແລະ ລັດຖະບານໃນໜຶ່ງປີຜ່ານມາ ພວກເຮົາກໍມີຜົນງານໂດດເດັ່ນ ແລະ ໄດ້ຮັບໄຊຊະນະໃນຫລາຍດ້ານ ເປັນຕົ້ນດ້ານການເມືອງກໍຍັງມີສະຖຽນລະພາບໝັ້ນຄົງ ແລະ ໜັກແໜ້ນ ເຊິ່ງປີນີ້ຖືເປັນປີທ້າຍສະໄໝແຫ່ງການປະຕິບັດມະຕິ X ຂອງພັກ, ໝາກຜົນທີ່ໄດ້ຮັບຢ່າງໜຶ່ງກໍແມ່ນໄດ້ສຳເລັດກອງປະຊຸມສາມຂັ້ນຂອງພັກ, ກະກຽມເງື່ອນໄຂທຸກສິ່ງທຸກຢ່າງໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ທີ່ຈະມາເຖິງໃນມໍ່ໆນີ້. ດ້ານເສດຖະກິດ ເຖິງວ່າມີການຂາດດູນຍ້ອນຫລາຍປັດໄຈ ແຕ່ກໍຢູ່ໃນສະພາບທີ່ຄ່ອງຕົວ ເຊິ່ງໃນເດືອນພະຈິກຜ່ານມາເຫັນວ່າມູນຄ່າການສົ່ງອອກຫລາຍກວ່າການນຳເຂົ້າເຖິງ 2 ລ້ານໂດລາສະຫະລັດ. ສ່ວນວ່າດ້ານສັງຄົມກໍຄ່ອຍໆມີຄວາມສະຫງົບໂດຍພື້ນຖານຂຶ້ນເລື້ອຍໆ, ຊີວິດການເປັນຢູ່ຂອງປະຊາຊົນກໍນັບມື້ມີຄວາມສະຫງົບອຸ່ນອ່ຽນ ເຊິ່ງເບິ່ງໂດຍລວມແມ່ນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ລັດຖະບານ ແລະ ສິ່ງທີ່ໂດດເດັ່ນອີກຢ່າງໜຶ່ງກໍແມ່ນບັນຫາການປາບປາມປາກົດການຫຍໍ້ທໍ້ໃນສັງຄົມໄດ້ເຮັດຢ່າງຈິງຈັງ, ການສໍ້ລາດບັງຫລວງໃນຂົງເຂດພະນັກງານລັດໄດ້ຖືກຕີຖອຍຢ່າງເປັນຮູບປະທຳເທື່ອລະກ້າວ.
ປີ 2020 ເປັນປີໜຶ່ງທີ່ມີຄວາມໝາຍທາງດ້ານປະຫວັດສາດ ເພາະວ່າພວກເຮົາໄດ້ສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທັງໄດ້ພ້ອມກັນລະນຶກເຖິງວັນເກີດຄົບຮອບ 100 ປີ ຂອງປະທານ ໄກສອນ ພົມວິຫານ ວິລະບູລຸດ ແລະ ຜູ້ນຳທີ່ເຄົາລົບຮັກຂອງປວງຊົນລາວທົ່ວທັງປະເທດ. ສ່ວນບັນຍາກາດແຫ່ງຜົນງານຊິ້ນໃໝ່ໆຄຶກຄັກມາແຮງອີກອັນໜຶ່ງກໍແມ່ນການເປີດສາຍທາງດ່ວນໄລຍະທີໜຶ່ງ ແຕ່ນະຄອນຫລວງວຽງຈັນຫາວັງວຽງ. ນອກຈາກນັ້ນ ໂຄງການໃຫຍ່ອື່ນໆກໍພວມດຳເນີນໄປຢ່າງເລັ່ງດ່ວນ ໂດຍສະເພາະແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ.
ເຖິງຢ່າງໃດກໍດີ, ໃນປີໃໝ່ 2021 ກໍເປັນປີສຳຄັນອີກປີໜຶ່ງທີ່ພວກເຮົາຕ້ອງພ້ອມກັນສ້າງຜົນງານອັນໃໝ່ ບໍ່ວ່າໃນດ້ານການເມືອງ ແລະ ເສດຖະກິດ-ສັງຄົມຂອງປະເທດ ເປັນຕົ້ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກໍຈະໄດ້ເປີດຂຶ້ນໃນປີນີ້, ຈາກນັ້ນກໍຈະມີການເລືອກຕັ້ງຜູ້ແທນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ. ວັນທີ 2 ທັນວາ 2021 ກໍຈະໄດ້ສະເຫລີມສະຫລອງວັນຊາດ ໄປພ້ອມກັບການເປີດນຳໃຊ້ເສັ້ນທາງລົດໄຟຄວາມໄວສູງ ຖ້າຫາກທຸກຢ່າງເປັນໄປຕາມແຜນ. ໄປຄຽງຄູ່ກັນນັ້ນ ກໍຈະມີໂຄງການນ້ອຍໃຫຍ່ອື່ນໆໃນທົ່ວປະເທດໄດ້ສຳເລັດລົງຢ່າງໜ້າເພິ່ງພໍໃຈ.