ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ

ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ - dFQROr7oWzulq5Fa4VWlAA11DD0T7nDt4Rx9MCoimA5BqTkbFdRlortIQnLgZwvSJ76 - ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ
ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ - kitchen vibe - ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ

ອິນ​ໂດ​ເນ​ເຊຍ​ປະກາດ​ສັກ​ວັກ​ຊີ​ນ​ໃຫ້​ກຸ່ມ​ໄວ​ເຮັດ​ວຽກ​ກ່ອນ​ຜູ້​ອາຍຸ​ສູງ ເພາະ​ຕ້ອງ​ເຄື່ອນ​ທີ່​ເລື້ອຍໆ ຫວັງ​ຫລຸດ​ການ​ແຜ່​ເຊື້ອ ​ແລະ ຟື້ນຟູ​ເສດຖະກິດ​ໄປ​ພ້ອມ​ກັນ.

ອິນ​ໂດ​ເນ​ເຊຍ​ເປັນ​ອີກ​ໜຶ່ງ​ປະ​ເທດ​ທີ່​ມີ​ຈຳນວນ​ຜູ້​ຕິດ​ເຊື້ອສູງ​ສຸດ​ໃນ​ອາ​ຊຽນ ​ແລະ ຕອນ​ນີ້​ກໍ​ມີ​ຫລາຍ​ປະ​ເທດ​ໄດ້​ເລີ່​ມ​ໃຊ້​ວັກ​ຊີ​ນ​ແລ້ວ, ສ່ວນ​ວັກ​ຊີ​ນທີ່​ໄດ້​ຮັບ​ມາ​ຍັງ​ຢູ່​ລະຫວ່າງ​ການ​ທົດ​ລອງ​ທາງ​ຄລີ​ນິກກັບ​ຜູ້​ທີ່​ມີ​ອາຍຸ​ລະຫວ່າງ 18-59 ປີ ​ເພາະ​ເນື່ອງ​ຈາກ​ອິນ​ໂດ​ເນ​ເຊຍ​ໄດ້​ວິ​ເຄາະ ​ແລະ ລິ່ງ​ເຫັນ​ວ່າ: ຄົນ​ກຸ່ມ​ນີ້​ເປັນ​ກຸ່ມ​ທີ່​ມີ​ການ​ເຄື່ອນ​ໄຫວຫລາຍ​ທີ່​ສຸດ ​ໂດຍ​ກຸ່ມ​ທີ່​ສັກ​ຈະ​ເປັນ​ກຸ່ມ​ສ່ຽງ​ດ້ານ​ສາທາລະນະ​ສຸກ​ທີ່​ເຮັດ​ວຽກ​ເປັນ​ແນວ​ໜ້າ ຄື​ບຸກຄະລາ​ກອນ​ທາງ​ການ​ແພດ, ຕຳຫລວດ ​ແລະ ທະຫານ ​ເຊິ່ງການ​ໄດ້​ຮັບ​ວັກ​ຊີ​ນກ່ອນ ຈະ​ເຮັດ​​ໃຫ້​ຄົນ​ກຸ່ມ​ນີ້​ເປັນ​ຄື​ປ້ອມ​ປາການ​ປົກ​ປ້ອງ​ກຸ່ມ​ອື່ນໆ, ສ່ວນ​ການ​ສັກ​ວັກ​ຊີ​ນທີ່​ມີ​ຈຳນວນ​ຈຳກັດ​ໃຫ້​ຜູ້​ອາຍຸ​ສູ​ງທີ່​ບໍ່​ມີ​ການ​ເຄື່ອນ​ໄຫວ​ຫລາຍ ອາດ​ຈະ​ບໍ່​ໃຫ້​ປະສິດທິ​ຜົນ​ທີ່​ກຸ້ມ​ຄ່າ.

ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ - Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ
ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ - Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ

ສາ​ສະ​ດາ​ຈານ ປີ​ເຕີ ຄໍ​ລິກນອນ ຜູ້​ຊ່ຽວຊານ​ດ້ານ​ພະຍາດ​ຕິດ​ເຊື້ອ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ອົດ​ສະຕຣາລີ ​ເບິ່ງ​ວ່າ: ການ​ທີ່​ອິນ​ໂດ​ເນ​ເຊຍ​ເລືອກ​​ແຜນ​ໃນ​ການ​ສັກ​ວັກ​ຊີ​ນທີ່​ແຕກ​ຕ່າງ​ອອກ​ໄປ​ຈາກ​ອາ​ເມ​ລິ​ກາ ​ແລະ ​ເອີຣົບ ​ເປັນ​ການ​ກະທຳ​ທີ່​ຖື​ວ່າ​ດີ ​ເນື່ອງ​ຈາກ​ບໍ່​ມີ​ໃຜ​ຮູ້​ວ່າ​ມັນ​ຈະ​ເປັນ​ແນວທາງ​ທີ່​ດີ ຫລື ບໍ່​ດີ ​ແລະ ອາດ​ຈະ​ໄດ້​ຄົ້ນພົບ​ວິທີ​ການ​ແກ້​ໄຂ​ທີ່​ດີ​ຈາກ​ແນວທາງ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້. ດັ່ງນັ້ນ ບໍ່​ມີ​ໃຜ​ຮູ້​ຄຳ​ຕອບ​ທີ່​ແນ່ນອນ.

ທ່ານ ຊິ​ທິ ນາ​ເດຍ ຕາ​ມິ​ຊິ ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຂອງ​ກະຊວງ​ສາທາລະນະ​ສຸກ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ: ອິນ​ໂດ​ເນ​ເຊຍ​ບໍ່​ໄດ້​ຕ້ອງການ​ຈະ​ສວນ​ທາງ​ປະ​ເທດ​ອື່ນໆ ​ໂດຍ​ປັດຈຸບັນ ​ເຈົ້າໜ້າ​ທີ່​ຍັງ​ຖ້າ​ຄຳ​ແນະນຳ​ຈາກ​ໜ່ວຍ​ງານ​ເບິ່ງ​ແຍງ​ດ້ານ​ຢາ​ຂອງ​ປະ​ເທດ​ໃນ​ການວາງ​ແຜນ​ສັກ​ວັກ​ຊີ​ນສຳລັບ​ຜູ້​ອາຍຸ​ສູງ ​ເຊິ່ງອິນ​ໂດ​ເນ​ເຊຍ​ໄດ້​ສັ່ງ​ຊື້ວັກ​ຊີ​ນ​ໂຄ​ໂຣນາ​ແວກ​ຂອງ​ຊິ​ໂນ​ແວກ ຈຳນວນ 125,5 ລ້ານ​ໂດ​ສ ​ໂດຍ​ປັດຈຸບັນ​ວັກ​ຊີ​ນຊຸດ​ທຳ​ອິດ 3 ລ້ານ​ໂດ​ສ ​ເຖິງ​ປະ​ເທດ​ອິນ​ໂດ​ເນ​ເຊຍ​​ແລ້ວ. ຂະນະ​ທີ່​ວັກ​ຊີ​ນຈາກ​ໄຟ​ເຊີ ຄາດ​ວ່າ​ຈະ​ສົ່ງ​ເຖິງ​ອິນ​ໂດ​ເນ​ເຊຍ​ໃນ​ໄຕ​ມາດ 3 ​ເປັນຕົ້ນ​ໄປ, ສ່ວນ​ວັກ​ຊີ​ນທີ່​ພັດທະນາ​ໂດຍ​ແອ​ສຕຣາ​ເຊ​ເນ​ກາ-ອອກ​ຟອດ ຈະ​ເລີ່​ມສົ່ງ​ມາ​ເຖິງ​ໃນ​ໄຕ​ມາດ​ທີ 2.

ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ - 3 - ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ
ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ - 4 - ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ
ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ - 5 - ອິນໂດເນເຊຍສັກວັກຊີນໃຫ້ໄວເຮັດວຽກກ່ອນ ຫວັງຫລຸດແຜ່ເຊື້ອ ແລະ ຟື້ນຟູເສດຖະກິດ