ຢາກມີລັດແຫ່ງ ‘ສະຕິປັນຍາ’ ຕ້ອງສ້າງລັດ ນັບຖື ‘ຄົນເກັ່ງ’
ໂດຍ: ລູກເມືອງພວນ
ໜຶ່ງໃນປັດໄຈ ພາໃຫ້ມີຜົນສຳເລັດທີ່ຍິ່ງໃຫ່ຍຂອງບັນດາປະເທດໃນ ອາຊີຕາເວັນອອກເຊັ່ນ: ຍີ່ປຸ່ນ, ເກົາຫຼີໃຕ້, ສິງກະໂປ, ຈີນ ນັ້ນ ລ້ວນແຕ່ແມ່ນບັນດາປະເທດ ທີ່ສ້າງອຳນາດລັດຂຶ້ນບົນພື້ນຖານ ‘ຄວາມຮູ້’, ຊຶ່ງບັນດາປະເທດເຫຼົ່ານັ້ນ ສາມາດເຕົ້າໂຮມເອົາ ແລະ ນຳໃຊ້ບຸກຄົນທີ່ມີຄວາມຮູ້ເກັ່ງໆ ທັງນັ້ນ.
ລັດແຫ່ງ ‘ສະຕິປັນຍາ’ ແມ່ນຫຍັງ? ລັດແຫ່ງ ‘ສະຕິປັນຍາ’ ແມ່ນລັດທີ່ສ້າງຂຶ້ນ ແລະ ເຄື່ອນໄຫວບົນພື້ນຖານ ຄວາມໂປ່ງໃສ, ວາງນະໂຍບາຍທີ່ຖືກຕ້ອງ ແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ຈັດຕັ້ງປະຕິບັດແນວທາງຢ່າງມີປະສິດທິຜົນ, ມີສະມັດຕະພາບສູງ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.
ລັດແຫ່ງ ‘ສະຕິປັນຍາ’ ບໍ່ອະນຸຍາດໃຫ້ລັດທິ ‘ຄວາມຮັກແພງ’ ມີການພົວພັນເພື່ອຜົນປະໂຫຍດຂອງພວກພ້ອງ, ສວຍໃຊ້ອຳນາດ ຫຼື ມີການຈຳແນກ ແບ່ງສ່ວນ ໃນການຈັດຕັ້ງປະຕິບັດນະໂຍບາຍ. ໝາຍຄວາມວ່າ ລັດແຫ່ງ ສະຕິປັນຍາ ເປັນບ່ອນເຕົ້າໂຮມເອົາຄົນທີ່ມີຄວາມຮູ້ ຄວາມສາມາດ ແລະ ມີຄວາມເສຍສະຫຼະ ເພື່ອຮັບໃຊ້ສັງຄົມ.
ການໃຫ້ກຽດ ແລະ ນຳໃຊ້ຄົນເກັ່ງ, ນັບຖືຄົນເກັ່ງ ຈະຊ່ວຍໃຫ້ລັດ ກາຍເປັນລັດແຫ່ງ ສະຕິປັນຍາ ຢ່າງແທ້ຈິງ, ຊຶ່ງພວກເຂົາຈະກາຍເປັນທີ່ໄວ້ວາງໃຈ ແລະ ເຊື່ອໝັ້ນທາງການເມືອງໃຫ້ແກ່ປະຊາຊົນ, ຈາກນັ້ນເປັນການປັບປຸງຄວາມເຊື່ອໝັ້ນໃຫ້ກັບອຳນາດລັດ ແລະ ລະບົບການເມືອງຂອງປະເທດ.
ຖ້າລາວເຮົາຫາກຈັດຕັ້ງລັດແຫ່ງ ‘ສະຕິປັນຍາ’ ໄດ້ຄືສິເປັນການດີ, ປະເທດຊາດຈະມີຄວາມຈະເລີນກ້າວໜ້າໄວ ຄືບ້ານເພິ່ນເມືອງທ່ານ. ຫຼີກລ່ຽງສຸດຂີດການສ້າງຕັ້ງລັດບົນພື້ນຖານແຫ່ງ ‘ຄວາມຮັກແພງ’ ແບ່ງຢູ່ແບ່ງກິນ ຫຼື ຄົນເຈົ້າ ຄົນຂ້ອຍ. ຈົ່ງເລືອກເອົາຄົນເກັ່ງ, ຄົນດີ ມີຄວາມຮູ້ ຄວາມສາມາດ ມາຮັບໃຊ້ຊາດ ຮັບໃຊ້ປະຊາຊົນ.