ເສດຖີເງິນຕື້ ຜະລິດນໍ້າດື່ມບັນຈຸຂວດ ຊາວຈີນ ຮັ່ງກວ່າ Warren Buffett
January 6, 2021 - 3:00 PM
Zhong Shanshan ໃນຂະນະນີ້ ເປັນຜູ້ຮັ່ງຢູ່ອັນດັບທີ 6 ຂອງໂລກ, ຄອບຄອງ 91,7 ຕື້ໂດລາ, ສູງກວ່າ 5 ຕື້ໂດລາ ທຽບໃສ່ Warren Buffett.
ປະທານບໍລິສັດຜະລິດນໍ້າດື່ມບັນຈຸຂວດ Zhong Shanshan ຫາກໍສ້າງສະຖິຕິໃໝ່ດ້ານຊັບສິນ. ນັບແຕ່ຕົ້ນປີນິ້ ມູນຄ່າຊັບສິນຂອງເຂົາເພີ່ມຂຶ້ນ 13,5 ຕຶ້ໂດລາ, ເຮັດໃຫ້ມູນຄ່າຊັບສິນທັງໝົດຂອງເຂົາເພີ່ມຂຶ້ນເປັນ 91,7 ຕື້ໂດລາ, ອັນເນື່ອງມາຈາກຫຸ້ນຂອງ Nongfu ເພີ່ມຂຶ້ນ 18% ໃນປີນີ້. ຍ້ອນແນວນັ້ນ, Zhong ຈຶ່ງແຊງໜ້າຕຳນານເງິນຕື້ Warren Buffett ຂຶ້ນມາຢູ່ອັນດັບທີ 6 ຂອງໂລກ. Warren Buffett ມີມູນຄ່າຊັບສິນທັງໝົດພຽງ 86,2 ຕື້ໂດລາ ເທົ່ານັ້ນ.