ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ

ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ - 1000x 1 - ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ
ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ - kitchen vibe - ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ

ສຳນັກຂ່າວ ຊິນຫົວ ເມື່ອວັນທີ 5 ມັງກອນນີ້ ໂດຍອ້າງແຫຼ່ງຂ່າວຈາກສານນະຄອນ ທຽນຈິນ ຂອງຈີນໃຫ້ຮູ້ວ່າ ໃນເວລາທີ່ມີຕຳແໜ່ງຮັບຜິດຊອບ ຊັບສິນຂອງລັດຢູ່ນັ້ນ Lai Xiao Min ໄດ້ສວຍໃຊ້ໜ້າທີ່ຕຳແໜ່ງຂອງຕົນ ໃຫ້ການຊວຍເຫຼືອດ້ານການເງິນໃຫ້ແກ່ບຸກຄົນ, ການຈັດຕັ້ງ, ເຮັດສັນຍາຮ່ວມມືໂຄງການ, ເຄື່ອນໄຫວທຸລະກິດ, ເລື່ອນຊັ້ນ, ຕຳແໜ່ງ…ໃຫ້ບຸກຄົນ ແລະ ການຈັດຕັ້ງເພື່ອແລກກັບຂອງຂວັນລາງວັນເປັນເງິນສົດໃນມູນຄ່າ 276 ລ້ານ ໂດລາ.

ນອກຈາກສານຕັດສິນລົງໂທດປະຫານຊີວິດແລ້ວ, Lai Xiao Min ຍັງຖືກຢຶດຊັບສິນທັງໝົດນຳອີກ.

ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ - Visit Laos Visit SALANA BOUTIQUE HOTEL - ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ
ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ - Visit Laos Visit SALANA BOUTIQUE HOTEL - ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ

ເລື່ອງຂອງເລື່ອງ ແມ່ນເລີ່ມແຕ່ປີ 2018 ໃນຂະນະທີ່ Lai Xiao Min ຖືກປົດຕຳແໜ່ງ ແລະ ຖືກໄລ່ອອກຈາກພັກ. ປີກາຍຜ່ານມານີ້, ໃນຂະນະທີ່ອອກລາຍການໂທລະທັດນັ້ນ, Lai Xiao Min ຍອມຮັບວ່າຕົນເອງເປັນຜູ້ທີ່ມັກໃຫ້ເງິນສົດເປັນຂອງຂວັນ ແລະ ໄດ້ເລົ່າເລື່ອງລາວຢ່າງລະອຽດກ່ຽວກັບ ການໃຊ້ລົດຂົນສົ່ງເງິນໄປໄວ້ທີ່ເຮືອນຂອງຕົນຢູ່ໃນປັກກິງ.

ເຈົ້າໜ້າທີ່ຕຳຫຼວດໃຫ້ຮູ້ວ່າ ເມື່ອໄປກວດຄົ້ນເຮືອນຂອງ Lai Xiao Min ພົບເຫັນເງິນສົດຈຳນວນ 200 ລ້ານ ຢວນ(ສະກຸນເງິນຂອງຈີນ) ຫຼື ປະມານ 30 ລ້ານ ໂດລາ.

ນອກຈາກເງິນສົດແລ້ວ, ເຂົາຍັງໄດ້ຮັບຂອງຂວັນ ເປັນຊັບສິນ ທີ່ເປັນອະສັງຫາລິມະຊັບ, ໂມງຊັ້ນຍອດ, ລົດເກງ, ຄຳ ແລະ ຮູບພາບທີ່ເປັນສິລະປະ ວັນນະກຳຕື່ມອີກຢ່າງຫຼວງຫຼາຍ.

ຈີນ, ຖືວ່າເປັນຊາດໜຶ່ງທີ່ເຄັ່ງຄັດທີ່ສຸດຕໍ່ກັບການສໍ້ລາດບັງຫຼວງຂອງຖັນແຖວພະນັກງານລັດ ແລະ ຫົວໜ່ວຍບໍລິສັດຂອງລັດ. ຜ່ານມາຈີນໄດ້ປັບໃໝຫຼາຍກວ່າ 1,5 ລ້ານຄົນເຈົ້າໜ້າທີ່ຂອງລັດ.

 

 

 

 

 

 

ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ - 4 - ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ
ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ - 3 - ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ
ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ - 5 - ຈີນ ປະກາດປະຫານຊີວິດ Lai Xiao Min ອະດີດ ປະທານຄຸ້ມຄອງຊັບສິນຂອງລັດ