ອັດຕະປື ມອບເງິນນະໂຍບາຍໃຫ້ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ
January 6, 2021 - 4:56 PM
ໃນວັນທີ 6 ມັງກອນນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື ໄດ້ຈັດພິທີມອບເງິນນະໂຍບາຍໃຫ້ຄອບຄົວຜູ້ທີມີຄຸນງາມຄວາມດີຕໍ່ພາລະກິດການປະຕິວັດ, ໂດຍທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ເປັນຜູ້ມອບ ເງິນນະໂຍບາຍດັ່ງກ່າວ ຕາມດໍາລັດເລກທີ 272/ລບ, ໃຫ້ 17 ທ່ານ ລວມເປັນເງິນ 358 ລ້ານກວ່າກີບ.
ໃນໂອກາດນີ້, ທ່ານຮອງເຈົ້າແຂວງ ໄດ້ມີຄໍາເຫັນວ່າ: ຍາມໃດ ພັກ ແລະ ລັດຖະບານ ກໍບໍ່ລືມບຸນຄຸນ, ຄຸນງາມຄວາມດີ ຕໍ່ຜູ້ເສຍສະຫລະດັ່ງກ່າວ, ພ້ອມເນັ້ນໃຫ້ບັນດາຄອບຄົວຜູ້ທີ່ໄດ້ຮັບນະໂຍບາຍເທື່ອນີ້ ໃຫ້ເກີດປະໂຫຍດສູງສຸດ.