ສະມາຊິກສະພາຄອງເກຣດກັບມາປະຊຸມຕໍ່ ມີຜູ້ເສຍຊີວິດ 1 ຄົນຈາກເຫດກຸ່ມຜູ້ສະໜັບສະໜູນບຸກສະພາ

ອາຄານລັດຖະສະພາອາເມລິກາ ຫລື US Capitol ໃນນະຄອນຫລວງວໍຊິງຕັນ ດີຊີ ກັບສູ່ຄວາມສະຫງົບຮຽບຮ້ອຍແລ້ວ, ຂະນະທີ່ສະມາຊິກສະພາຜູ້ແທນລາຊະດອນ ແລະ ສະມາຊິກວຸດທິສະພາກັບເຂົ້າປະຊຸມຕໍ່ ເພື່ອອະພິປາຍ ແລະ ລົງມະຕິຮັບຮອງການນັບຄະແນນສຽງຂອງຄະນະຜູ້ເລືອກຕັ້ງ ເພື່ອຢືນຢັນໄຊຊະນະຂອງທ່ານ ໂຈ ໄບເດນ ຫລັງເກີດເຫດການວຸ້ນວາຍຈາກກຸ່ມຜູ້ສະໜັບສະໜູນປະທານາທິບໍດີບຸກເຂົ້າໄປໃນອາຄານລັດຖະສະພາ.
ຕອນບ່າຍວັນທີ 6 ມັງກອນ 2021 ຕາມເວລາທ້ອງຖິ່ນ, ກຸ່ມຜູ້ປະທ້ວງທີ່ສະໜັບສະໜູນທ່ານ ທຣຳ ຫລາຍຮ້ອຍຄົນໄດ້ຝ່າແນວກີດຂວາງເຂົ້າໄປໃນອາຄານລັດຖະສະພາທີ່ມີການວາງກຳລັງເຈົ້າໜ້າທີ່ຢ່າງແໜ້ນໜາ, ຈາກນັ້ນປະມານ 90 ນາທີຕໍ່ມາ ຕຳຫລວດເຜີຍວ່າຜູ້ປະທ້ວງໄດ້ບຸກເຂົ້າໄປໃນອາຄານໄດ້ສຳເລັດ. ຂະນະທີ່ປະຕູເຂົ້າສູ່ຫ້ອງປະຊຸມສະພາຜູ້ແທນລາຊະດອນ ແລະ ວຸດທິສະພາຖືກລັອກໄວ້.
ຕໍ່ມາຕຳຫລວດລັດຖະສະພາໄດ້ອົບພະຍົບເຈົ້າໜ້າທີ່ ແລະ ສະມາຊິກສະພາອອກຈາກອາຄານ ເຊິ່ງລວມທັງທ່ານ ໄມ ເພນ ຮອງປະທານາທິບໍດີອາເມລິກາ ໂດຍທ່ານຈະມີບົດບາດສຳຄັນໃນຖານະປະທານວຸດທິສະພາໃນການນັບຄະແນນສຽງຈາກຄະນະຜູ້ເລືອກຕັ້ງ ຫລື Electoral Vote ຢ່າງເປັນທາງການ.
ຕຳຫລວດຢືນຢັນຕໍ່ສຳນັກຂ່າວ CNN ວ່າ: ມີຜູ້ຍິງເສຍຊີວິດ 1 ຄົນ ຫລັງຖືກຍິງໜ້າເອິກ ໃນອາຄານລັດຖະສະພາ ເຊິ່ງໂຄສົກຕຳຫລວດຈະເປີດເຜີຍລາຍລະອຽດຕໍ່ໄປ.
ນອກຈາກຜູ້ເສຍຊີວິດແລ້ວ, ແຫລ່ງຂ່າວຫລາຍແຫ່ງເປີດເຜີຍຕໍ່ CNN ວ່າ: ມີເຈົ້າໜ້າທີ່ຫລາຍຄົນໄດ້ຮັບບາດເຈັບ ແລະ ມີຢ່າງໜ້ອຍ 1 ຄົນຖືກນຳສົ່ງໂຮງໝໍ.
ໃນລະຫວ່າງເຄຍສະຖານທີ່ນັ້ນ, ຕຳຫລວດໄດ້ໃຊ້ລະເບີດຄວັນເບື້ອງຫໍປະຊຸມຂອງວຸດທິສະພາໃນອາຄານ Capitol ແລະ ມີການທຸບແກ້ວແວ່ນເບື້ອງຕາເວັນຕົກຂອງຫ້ອງປະຊຸມວຸດທິສະພາ, ຂະນະທີ່ເຈົ້າໜ້າທີ່ຫລາຍຮ້ອຍຄົນລວມຕົວກັນຢູ່ບໍລິເວນຊັ້ນ 1 ຂອງອາຄານ.
CNN ລາຍງານວ່າ: ຕຳຫລວດເຄຍພື້ນທີ່ໃນວຸດທິສະພາຮຽບຮ້ອຍເມື່ອເວລາ 15:30 ໂມງ ຕາມເວລາທ້ອງຖິ່ນ ໂດຍເຈົ້າໜ້າທີ່ຄົນໜຶ່ງເຜີຍວ່າ: ຕຳຫລວດໄດ້ກັນຄົນອອກຈາກປີກວຸດທິສະພາຂອງອາຄານຜ່ານທາງຫ້ອງໂຖງໃຫຍ່ຂອງອາຄານລັດຖະສະພາໄດ້ສຳເລັດ, ແຕ່ຍັງບໍ່ແນ່ນອນວ່າມີໃຜຖືກຈັບກຸມ ຫລື ບໍ່.
ແລະ ເມື່ອເວລາ 17:40 ໂມງ ອາຄານລັດຖະສະພາກັບຄືນສູ່ຄວາມສະຫງົບຮຽບຮ້ອຍ, ຈາກນັ້ນສະມາຊິກສະພາໄດ້ກັບມາປະຊຸມເພື່ອອະພິປາຍ ແລະ ນັບຄະແນນກັນຕໍ່.