Tim Cook ໄດ້ຮັບເງິນຂອງຂວັນ ປີ 2020 ຈຳນວນ 14,8 ລ້ານໂດລາ

ນອກຈາກເງິນເດືອນປົກກະຕິ 3 ລ້ານໂດລາແລ້ວ, ຫົວໜ້າຜູ້ຈັດການ(CEO) Tim Cook ຍັງໄດ້ຮັບເງິນຂອງຂວັນປີໃໝ່ຫຼາຍກວ່າປີ 2019 40% ອັນເນື່ອງມາຈາກມີຜົນງານ ສ້າງທຸລະກິດລື່ນຄາດໝາຍ ໃນທ່າມກາງ ການລະບາດຂອງພະຍາດໂຄວິດ-19.
ໃນເອກກະສານທີ່ສົ່ງເຖິງ ຄະນະກຳມະການຕະຫຼາດຫຼັກຊັບ ເມື່ອວັນທີ 5 ມັງກອນນີ້ Apple ໃຫ້ຮູ້ວ່າ ປີຜ່ານມາບໍລິສັດໄດ້ຈັດຕັ້ງປະຕິບັດດ້ານການເງິນລື່ນຄາດໝາຍ. ດັ່ງນັ້ນ, ພວກເຂົາຈຶ່ງຈຳເປັນຕ້ອງໄດ້ຈ່າຍ 179% ຂອງເງິນເດືອນປີໃໝ່ໃຫ້ກັບບັນດາການນຳຂອງພວກເຂົາ.
ໝາຍຄວາມວ່າ Tim Cook ໄດ້ຮັບເງິນຂອງຂວັນປີໃໝ່ເປັນເງິນສົດຈາກ CEO ສູງເຖິງ 40% ຫຼື ຫຼາຍກວ່າປີຜ່ານມາ 10,7 ລ້ານໂດລາ, ບວກກັບເງິນເດືອນປົກກະຕິ 3 ລ້ານໂດລາ ແລະ 470,246 ເງິນໃຊ້ຈ່າຍເຂົ້າໃນວຽກງານຄວາມສະຫງົບ, 432,564 ໂດລາ ຄ່າເດີນທາງ ທາງເຮືອບິນ. ໄລ່ລວມແລ້ວ ລາຍຮັບໃນປີ 2020 ຂອງເຂົາຢູ່ທີ່ 14,8 ລ້ານໂດລາ. Apple ກຳນົດໃຫ້ Cook ສາມາດນຳໃຊ້ເຮືອບິນເດີນທາງໄປເຮັດວຽກທາງການ ແລະ ວຽກສ່ວນຕົວໄດ້.
ນອກຈາກເງິນຂອງຂວັນແລ້ວ, Cook ຍັງໄດ້ຮັບເງິນລາງວັນທັງໝົດ ຈາກຫຸ້ນ ທີ່ສາມາດໂອນໄດ້ໃນປີຜ່ານມາຕື່ມອີກ 281,9 ລ້ານໂດລາ. ຫຸ້ນຈຳນວນດ່ັງກ່າວ ເປັນຫຸ້ນຜົນປະໂຫຍດຍາວນານທີ່ Cook ໄດ້ຮັບໃນປີ 2011 ໃນຂະນະທີ່ໄດ້ຮັບຕຳແໜ່ງເປັນ CEO ຂອງ Apple.
ເດືອນກັນຍາ 2020 ສະພາບໍລິຫານຂອງ Apple ໄດ້ປະກາດໃຫ້ເງິນຫຸ້ນໃນໄລຍະປີ 2023-2025 ໃຫ້ແກ່ Cook ຕື່ມອີກ. Tim Cook ເວລານີ້ມີອາຍຸ 60 ປີ ເຂົ້າຮ່ວມກັບ Apple ປີ 1998.
ໃນງົບປະມານການເງິນປີຜ່ານມາ ເຖິງແມ່ນວ່າຈະມີການລະບາດຂອງພະຍາດ ໂຄວິດ-19 ກໍຕາມ, ເສດຖະກິດໂລກບໍ່ມີຄວາມໝັ້ນທ່ຽງ ແຕ່ມູນຄ່າການຄ້າຂອງ Apple ເພີ່ມຂຶ້ນ 3,9% ຊຶ່ງໄດ້ຈາກການຂາຍ ແລັບທ໊ອບ ແລະ ໄອແພັດ. ຫຸ້ນຂອງ Apple ກໍເພີ່ມຂຶ້ນຫຼາຍກວ່າ 80% ໃນປີຜ່ານມາ. ເຮັດໃຫ້ທຶນສະສົມຂອງ ບໍລິສັດສູງເຖິງ 2.000 ຕື້ໂດລາ.