ມາເບິ່ງກົດຈະລາຈອນເມົາແລ້ວຂັບຂອງຫວຽດນາມ ນຳກັນ
ນັບແຕ່ວັນທີ 1/1/2020 ເປັນຕົ້ນມາ ຜູ້ຂັບຂີ່ລົດຖ້າຫາກມີທາດເຫຼົ້າ, ສິ່ງມຶນເມົາຢູ່ໃນໂຕ ຈະຖືກປັບໄໝໜັກທີ່ສຸດ. ຄັນຊັ້ນ ເມື່ອດື່ມເຫຼົ້າ ເບຍ ແລ້ວດົນປານໃດຈຶ່ງສາມາດຂັບລົດໄດ້? ບັນຫານີ້ມັນຂຶ້ນຢູ່ກັບປະລິມານການດື່ມຂອງທ່ານເອງ. ລາຍລະອຽດມີດັ່ງນີ້:
– ພາຍຫຼັງ 6-12 ຊົ່ວໂມງທາດເຫຼົ້າຍັງຕົກຄ້າງຢູ່ໃນເລືອດຢູ່.
– ພາຍຫຼັງ 12-24 ຊົ່ວໂມງທາດເຫຼົ້າຍັງສາມາດວັດແທກໄດ້ໃນອາຍລົມຫາຍໃຈ.
– ຫຼັງ 36 ຊົ່ວໂມງຍັງສາມາດວັດແທກທາດເຫຼົ້າໄດ້ໃນປັດສະວະ ແລະ ຫຼັງ 72 ຊົ່ວໂມງຍັງສາມາດວັດແທກໄດ້ໃນເສັ້ນຜົມ
ເຈົ້າໜ້າທີ່ ຈະລາຈອນ ສາມາດວັດແທກທາດເຫຼົ້າໄດ້ໂດຍຜ່ານວິທີການເປົ່າກ້ອງ. ດັ່ງນັ້ນ ຈຶ່ງເປັນອັນວ່າ ເມື່ອທ່ານດື່ມເຫຼົ້າໄດ້ 24 ຊົ່ວໂມງແລ້ວ ກໍຍັງສາມາດວັດແທກທາດເຫຼົ້າໄດ້ຢູ່ ແລະ ຍັງຈະຖືກປັບໄໝຕາມເຄີຍ.
ກໍລະນີເກີດອຸປະຕິເຫດເວລາຂັບຂີ່ ເມື່ຶອຖືກນຳສົ່ງເຂົ້າໂຮງໝໍແບບສຸກເສີນ ທ່ານໝໍກໍຈະເຈາະເອົາເລືອດໄປກວດ ຊອກຫາທາດເຫຼົ້າ ທັນທີ.
ຈັ່ງຊັ້ນກໍໝາຍຄວາມວ່າ ຢ່າງໜ້ອຍທີ່ສຸດ ພາຍຫຼັງດື່ມເຫຼົ້າໄດ້ 24 ຊົ່ວໂມງແລ້ວ ທ່ານຍັງບໍ່ທັນສາມາດຂັບລົດໄດ້.