ແມ່ຍິງຖືພາຄວນກິນໝາກກ້ຽງເປັນປະຈຳ

1/. ເສີມສ້າງພູມຕ້ານທານ : ວິຕາມິນ C ໃນໝາກກ້ຽງຈະເປັນໂຕຊ່ວຍເສີມສ້າງພູມຕ້ານທານໃຫ້ທັງແມ່ ແລະ ລູກໃນທ້ອງ ເພາະວິຕາມິນ C ຈະໄປກະຕຸ້ນການເຮັດວຽກຂອງເມັດເລືອດຂາວທີ່ເປັນແຊນສຳຄັນໃນເລື່ອງຂອງການສ້າງພູມຕ້ານທານ ແລະ ຍັງເປັນໂຕຊ່ວຍກະຕຸ້ນປະສາດຂອງແມ່ ພ້ອມທັງເພີ່ມຄວາມຜ່ອນຄາຍໄດ້ດີນຳອີກ.
2/. ປ້ອງກັນການເປັນໄຂ້ຫວັດ : ໝາກກ້ຽງສາມາດຊ່ວຍປ້ອງກັນການເປັນໄຂ້ຫວັດໄດ້ ເພາະມີວິຕາມິນ C ແລະ ສານອາຫານຫລວງຫລາຍທີ່ຈະຊ່ວຍເພີ່ມພູມຕ້ານທານໃນຮ່າງກາຍຂອງແມ່ໄດ້ເປັນຢ່າງດີ ຈຶ່ງຊ່ວຍປ້ອງກັນໃຫ້ແມ່ຖືພາໂດຍບໍ່ເປັນໄຂ້ຫວັດ.
3/. ຊ່ວຍເລື່ອງການຂັບຖ່າຍ : ໝາກກ້ຽງມີກາກໄຍຫລາຍ ເມື່ອກິນເປັນປະຈຳ ກາກໄຍຂອງໝາກກ້ຽງຈະຊ່ວຍລາກສິ່ງເສດເຫລືອໃນລຳໄສ້ອອກໄປນຳທຸກເທື່ອທີ່ມີການຂັບຖ່າຍ ຈຶ່ງເຮັດໃຫ້ຂັບຖ່າຍໄດ້ດີຂຶ້ນ, ຫລຸດບັນຫາການຖ່າຍຍາກ, ອາຈົມແຂງໄດ້ເປັນຢ່າງດີ ທັງຍັງດີຕໍ່ລຳໄສ້.
4/. ຊ່ວຍເສີມສ້າງກະດູກ ແລະ ແຂ້ວ : ທາດການຊຽມ, ທາດເຫລັກ, ສານເບຕ້າແຄໂຣທີນ ແລະ ວິຕາມິນ C ໃນໝາກກ້ຽງຈະເປັນໂຕຊ່ວຍໃນການຟື້ນຟູພາກສ່ວນເສື່ອມສະພາບໃນຮ່າງກາຍ ພ້ອມທັງເພີ່ມຄວາມແຂງແຮງໃຫ້ແກ່ກະດູກ ແລະ ແຂ້ວໄດ້ດີຫລາຍ.
5/. ມີສານຕໍ່ຕ້ານອະນຸມູນອິດສະລະ : ສານຕໍ່ຕ້ານອະນຸມູນອິດສະລະໃນໝາກກ້ຽງຈະຊ່ວຍໃຫ້ຮ່າງກາຍມີການສ້າງຄໍລາເຈັນ ສົ່ງຜົນໃຫ້ແມ່ ແລະ ລູກໃນທ້ອງມີສຸຂະພາບຜິວທີ່ດີ ໂດຍສະເພາະແມ່ທີ່ຈະມີຜິວງາມສົດໃສ, ບໍ່ແຫ້ງລອກ ແລະ ຍັງເບິ່ງອ່ອນກ່ວາອາຍຸໂຕຈິງນຳອີກ ລວມທັງການສະໝາກບາດແຜ ບໍ່ວ່າຈະເປັນການເກີດລູກເອງ ຫລື ຜ່າຕັດເກີດ ກໍຈະຊ່ວຍໃຫ້ບາດແຜເຊົາໄວຂຶ້ນ.
6/. ປ້ອງກັນການຕີບຂອງຫລອດເລືອດ : ວິຕາມິນ C ໃນໝາກກ້ຽງຈະເປັນໂຕຊ່ວຍປ້ອງກັນການຕີບຂອງຫລອດເລືອດຫົວໃຈ, ເລືອດອອກຕາມເຟັນແຂ້ວ ແລະ ປ້ອງກັນການຕີບຕັນຂອງເສັ້ນເລືອດໃນຫົວໃຈ ຊ່ວຍໃຫ້ຜິວໜັງຫລອດເລືອດຝອຍແຂງແຮງ ບໍ່ພຽງແຕ່ແມ່ ຍັງລວມເຖິງລູກນ້ອຍໃນທ້ອງນຳອີກ.
7/. ຊ່ວຍຫລຸດຄໍເລສເຕີໂຣນ : ເປືອກຂອງໝາກກ້ຽງກໍມີປະໂຫຍດ ເພາະສາມາດຊ່ວຍຫລຸດຄໍເລສເຕີໂຣນໃຫ້ກັບແມ່ໄດ້ ໂດຍອາດເອົາມາເຮັດເປັນແຍມ ຫລື ກວນເປືອກໝາກກ້ຽງກິນຄູ່ກັບເຂົ້າໜົມປັງກໍແຊບຄືກັນ ແລະ ນອກຈາກນີ້, ກິ່ນຂອງເປືອກໝາກກ້ຽງກໍຊ່ວຍຫລຸດຜ່ອນອາການວິນຫົວໄດ້.