ລັດຖະມົນຕີ-ເຈົ້າໜ້າທີ່ລັດຖະບານອາເມລິກາ ແຫ່ລາອອກປະທ້ວງ ທຣຳ
ສະຖຽນລະພາບຂອງລັດຖະບານອາເມລິກາຊຸດປັດຈຸບັນສັ່ນຄອນຢ່າງໜັກ ໃນຊ່ວງໂຄ້ງສຸດທ້າຍກ່ອນປະທານາທິບໍດີ ໂດນັລ ທຣຳ ໝົດວາລະ, ເມື່ອລັດຖະມົນຕີຢ່າງໜ້ອຍ 2 ຄົນ ແລະ ເຈົ້າໜ້າທີ່ລັດອີກຫລາຍພັນຄົນ ລາອອກເພື່ອປະທ້ວງຜູ້ນຳອາເມລິກາ ຈາກກໍລະນີເຫດຮຸນແຮງຢູ່ລັດຖະສະພາ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາງ ອີເລນ ເຊົາ ຍື່ນໜັງສືຕໍ່ປະທານາທິບໍດີ ໂດນັລ ທຣຳ ໃນວັນທີ 7 ມັງກອນ ຂໍລາອອກຈາກຕຳແໜ່ງລັດຖະມົນຕີກະຊວງຄົມມະນາຄົມ ໂດຍນາງໃຫ້ເຫດຜົນວ່າ: ເຫດການຢູ່ອາຄານລັດຖະສະພາ ໃນວັນທີ 6 ມັງກອນ ເຮັດໃຫ້ນາງຮູ້ສຶກບໍ່ສະບາຍໃຈຫລາຍ ແລະ ອາດເມີນເສີຍຕໍ່ເລື່ອງດັ່ງກ່າວໄດ້ ເຊິ່ງການລາອອກຂອງນາງຈະມີຜົນຢ່າງເປັນທາງການ ໃນວັນທີ 11 ມັງກອນນີ້.
ຂະນະທີ່ນາງ ເບດຊີ ເດວໍສ ຍື່ນໜັງສືຂໍລາອອກຈາກຕຳແໜ່ງລັດຖະມົນຕີກະຊວງສຶກສາທິການຂອງອາເມລິກາ ດ້ວຍເຫດຜົນທີ່ກົງໄປກົງມາຫລາຍກວ່ານາງ ເຊົາ ໂດຍນາງ ເດວໍສ ກ່າວຫາຜູ້ນຳອາເມລິກາຄົນປັດຈຸບັນປຸກລະດົມໃຫ້ມວນຊົນກໍ່ຄວາມຮຸນແຮງ ດ້ວຍການບຸກລຸກເຂົ້າໄປກໍ່ຄວາມວຸ້ນວາຍ ແລະ ທຳລາຍຊັບສິນພາຍໃນອາຄານລັດຖະສະພາ.
ສ່ວນທ່ານ ມິດ ແມກຄອນເນລ ຜູ້ນຳພັກຣີພັບລິກັນໃນວຸດທິສະພາອາເມລິກາ ປະນາມເຫດຮຸນແຮງຢູ່ລັດຖະສະພາ ແລະ ຕຳໜິວຸດທິສະມາຊິກສັງກັດພັກຣີພັບລິກັນກຸ່ມໜຶ່ງ ເຊິ່ງພະຍາຍາມຂັດຂວາງຂະບວນການລົງມະຕິຂອງສະພາຄອງເກຣດ ໃນກອງປະຊຸມຂ້າມຄືນຈົນຮອດຮຸ່ງເຊົ້າຂອງວັນທີ 7 ມັງກອນ ເພື່ອຮັບຮອງທ່ານ ໂຈ ໄບເດນ ໃຫ້ກຽມດຳລົງຕຳແໜ່ງປະທານາທິບໍດີຄົນໃໝ່.
ນອກຈາກນີ້, ສື່ທ້ອງຖິ່ນຂອງອາເມລິກາຫລາຍແຫ່ງລາຍງານວ່າ: ເຈົ້າໜ້າທີ່ລະດັບປະຕິບັດການ 4.000 ຄົນ ສັງກັດໜ່ວຍງານຫລາຍແຫ່ງ, ແຕ່ສ່ວນຫລາຍຄືກະຊວງການຕ່າງປະເທດ ຍື່ນໃບລາອອກຈາກຕຳແໜ່ງ ເຖິງວ່າເປັນຈຳນວນໜ້ອຍ ເມື່ອທຽບໃສ່ຈຳນວນເຈົ້າໜ້າທີ່ລັດທົ່ວປະເທດ ເຊິ່ງມີຫລາຍກວ່າ 2 ລ້ານຄົນ, ແຕ່ການເຄື່ອນໄຫວທີ່ເກີດຂຶ້ນຖືເປັນສິ່ງທີ່ກັງວົນບໍ່ໜ້ອຍ ວ່າຈະສົ່ງຜົນກະທົບຕໍ່ຄວາມລາບລື່ນໃນການຂັບເຄື່ອນນະໂຍບາຍຂອງລັດຖະບານວໍຊິງຕັນ.
ຕໍ່ມາແກນນຳຂອງສອງພັກການເມືອງໃຫຍ່ໃນອາເມລິກາ ລວມທັງທ່ານ ລິນຊີ ເກຣແຮມ ວຸດທິສະມາຊິກລັດນອດແຄໂຣໄລນາ ຂອງພັກຣີພັບລິກັນ ແລະ ທ່ານ ໂຈ ແມນຊິນ ວຸດທິສະມາຊິກລັດເວສເວີຈິເນຍ ສັງກັດພັກເດໂມແຄຣດ ອອກມາຮຽກຮ້ອງໃຫ້ລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງໃນທຳນຽບຂາວ ຕະຫລອດຈົນເຈົ້າໜ້າທີ່ລັດສັງກັດໜ່ວຍງານທຸກແຫ່ງ ປະຕິບັດງານຕໍ່ໄປເພື່ອປະເທດຊາດ.