ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ

ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ - 116385844 mediaitem116385843 - ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ
ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ - kitchen vibe - ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ

ຈີນ​ສັ່ງ​ລັອກດາວ​ປະຊາຊົນ 11 ລ້ານ​ຄົນ ຫລັງ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ໃນ​ພື້ນທີ່​ເພີ່ມ​ສູງ ຈົນ​ຖື​ເປັນ​ການ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ໃນ​ປະ​ເທດ​ຫລາຍ​ທີ່​ສຸດ​ໃນ​ຮອບກວ່າ 5 ​ເດືອນ.

ວັນ​ທີ 8 ມັງກອນ 2021, ​ເວັບ​ໄຊ BBC ລາຍ​ງານ​ວ່າ: ທາງ​ການ​ສັ່ງ​ປິດ​ເມືອງ​ສື​ເຈຍ​ຈວງ ​ໃນ​ມົນທົນ​ເຫີ​ເປຍ ທາງ​ຕອນ​ເໜືອຂອງ​ປະ​ເທດ ຫລັງ​ກວດ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ໃໝ່​ໃນ​ມົນທົນ​ເຫີ​ເປຍ​ເຖິງ 120 ຄົນ​ໃນ​ວັນ​ທີ 7 ມັງກອນ. ຂະນະ​ທີ່​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ທີ່​ພົບ​ໃໝ່​ທົ່ວ​ປະ​ເທດ ຍົກ​ເວັ້ນມົນທົນ​ເຫີ​ເປຍ​ມີ 22 ຄົນ ​ເຮັດ​ໃຫ້​ໃນ​ວັນ​ທີ 7 ມັງກອນ ​ເປັນ​ມື້ທີ່​ຈີນ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ຈາກ​ໃນ​ປະ​ເທດ​ຫລາຍ​ທີ່​ສຸດ​ໃນ​ຮອບ​ກວ່າ 5 ​ເດືອນ.

ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ - Visit Laos Visit SALANA BOUTIQUE HOTEL - ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ
ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ - Visit Laos Visit SALANA BOUTIQUE HOTEL - ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ

ລາຍ​ງານ​ລະບຸ​ວ່າ: ປະຊາຊົນ​ໃນ​ເມືອງ​ສື​​ເຈຍ​ຈວງ​ທີ່​ມີ​ຢູ່​ປະມານ 11 ລ້ານ​ຄົນ​ຖືກ​ສັ່ງ​ຫ້າມ​ອອກ​ຈາກ​ເມືອງ, ​ໂຮງຮຽນ​ຖື​ກສັ່ງ​ປິດ ​ໂດຍ​ໃນ​ເຂດ​ທີ່​ເຊື່ອ​ວ່າ​ເປັນຕົ້ນຕໍ​ຂອງ​ການລະບາດ ປະຊາຊົນ​ຖືກ​ສັ່ງ​ຫ້າມ​ອອກ​ຈາກ​ເຂດ​ຂອງ​ຕົນ​ເອງ. ນອກຈາກ​ນີ້ ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ​ເລັ່ງ​ເຂົ້າກວດ​ພະຍາດ​ທາງ​ບຸກ ​ໂດຍ​ກວດ​ກຸ່ມ​ສ່ຽງ​ໄປ​ແລ້ວ 5.000 ກວ່າ​ຄົນ.

ໜັງສືພິມ China Daily ສື່​ຂອງ​ຈີນ​ລາຍ​ງານ​ວ່າ: ມີ​ເຈົ້າໜ້າ​ທີ່​​ໃນ​ເມືອງ​ສື​ເຈຍ​ຈວງ 3 ຄົນ​ຖືກ​ລົງ​ໂທດ​ໃນ​ຂໍ້​ຫາ​ປ່ອຍປະ​ລະ​ເລີຍ, ​ແຕ່​ບໍ່​ມີ​ລາຍ​ລະອຽດ​ທີ່​ແນ່ນອນ​ວ່າ: ​ເຈົ້າໜ້າ​ທີ່​ທັງ​ສາມ​ຄົນ​ເຮັດ​ຜິດ​ຈາກ​ສາ​ເຫດ​ໃດ.

ການ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ຈຳນວນ​ຫລາຍ​ຈົນ​ຕ້ອງ​ລັອກດາວ​ເມືອງ​ສື​ເຈຍ​ຈວງ ​ເຮັດ​ໃຫ້​ຫລາຍ​ຝ່າຍ​ກັງວົນ​ວ່າ: ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ຈີ​ນອາດ​ກັບ​ມາ​ອີກ ​ເນື່ອງ​ຈາກ​ເມືອງ​ນີ້​ຕັ້ງຢູ່​ໃກ້​ນະຄອນຫລວງ​ປັກ​ກິ່ງ​ຂອງ​ຈີນ. ຂະນະ​ດຽວ​ກັນ​ການ​ພົບ​ຜູ້​ຕິດ​ເຊື້ອ​ໃໝ່ຫລ້າ​ສຸດ​ຍັງ​ເກີດ​ຂຶ້ນ​ໃນ​​ໄລຍະ​ທີ່​ປະຊາ​ຊົນ​ຈຳນວນ​ຫລາຍ​ຫາ​ກໍ​ເດີນທາງ​ກັບບ້ານ​ໃນ​ຊ່ວງ​ເທສະ​ການ​ປີ​ໃໝ່​ນຳ​ອີກ.

ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ - 3 - ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ
ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ - 5 - ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ
ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ - 4 - ຈີນສັ່ງລັອກດາວປະຊາຊົນ 11 ລ້ານຄົນ ຫລັງພົບຜູ້ຕິດເຊື້ອໂຄວິດ-19 120 ຄົນ ໃນມົນທົນເຫີເປຍ