ມຊ ຂາຍຟອມສອບເສັງໃຫ້ນັກສຶກສາຫລາຍກວ່າ 10 ພັນສະບັບແລ້ວ

- Form Nuol - ມຊ ຂາຍຟອມສອບເສັງໃຫ້ນັກສຶກສາຫລາຍກວ່າ 10 ພັນສະບັບແລ້ວ
- kitchen vibe - ມຊ ຂາຍຟອມສອບເສັງໃຫ້ນັກສຶກສາຫລາຍກວ່າ 10 ພັນສະບັບແລ້ວ

ທ່ານ ຄຳຜົງ ນາມມະວົງສັກ ຫົວໜ້າຫ້ອງການວິຊາການມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ວ່າ: ພາຍຫລັງມະຫາວິທະຍາໄລແຫ່ງຊາດໄດ້ເປີດຂາຍແບບຟອມເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດແຕ່ວັນທີ 26 ມິຖຸນາເປັນຕົ້ນມາ ແລະ ມາຮອດປັດຈຸບັນເຫັນວ່າມີນັກຮຽນ-ນັກສຶກສາໄດ້ມາຊື້ແບບຟອມສອບເສັງແລ້ວຫລາຍກວ່າ 10 ພັນສະບັບ. ຂະນະດຽວກັນກໍມີຜູ້ລົງທະບຽນສອບເສັງແລ້ວຫລາຍກວ່າ 3 ພັນຄົນ.

ຫົວໜ້າຫ້ອງການວິຊາການມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ວ່າ: ການສອບ ເສັງເຂົ້າຮຽນມະຫາວິທະຍາໄລແຫ່ງຊາດໃນປີນີ້, ຈະມີບັນຍາກາດຄືກຄື້ນສົມຄວນ, ພ້ອມທັງມີຄວາມເຂັ້ມງວດເປັນພິເສດໃນການສອບເສັງ, ໂດຍສະເພາະແມ່ນຫ້າມນັກສອບເສັງນຳເອົາເອກະສານ, ອຸປະກອນການສື່ສານເຂົ້າຫ້ອງສອບເສັງເດັດຂາດ ເປັນຕົ້ນ: ຈັກຄິດໄລ່, ໂທລະສັບມືຖື ແລະ ອຸປະກອນສື່ສານອື່ນໆ, ຊຶ່ງຜ່ານມາໄດ້ປາກົດມີນັກສຶກສາຈໍານວນໜຶ່ງພະຍາຍາມລັກລອບເອົາອຸປະກອນຕ້ອງຫ້າມຕ່າງໆເຂົ້າຫ້ອງສອບເສັງ ແລະ ຖືກຄະນະກຳມະການຕັດສິດໃນການສອບເສັງມາແລ້ວ, ພ້ອມນີ້ຍັງມີການກວດຫ້ອງ ສອບເສັງຢ່າງລະອຽດ, ໂດຍສະຖານທີ່ສອບເສັງໄດ້ກໍານົດເອົາຄື: ຢູ່ມະຫາວິທະຍາໄລແຫ່ງຊາດ ແລະ 17 ເຂດຢູ່ໃນແຕ່ລະຄະນະ ແລະ ທົ່ວພະແນກສຶກສາທິການນະຄອນຫລວງວຽງຈັນ.

ແນວໃດກໍດີ, ການຮັບຄຳຮ້ອງ ແລະ ລົງທະບຽນສອບເສັງຈະດໍາເນີນໄປຈົນຮອດວັນທີ 19 ກໍລະກົດນີ້, ຂະນະດຽວກັນຜ່ານການສັງເກດເຫັນວ່າມີນັກສຶກສາໄດ້ລົງທະບຽນຮຽນໃນສາຍວິທະຍາສາດສັງຄົມ ແລະ ທໍາມະຊາດຫລາຍກວ່າປີ, ເຊິ່ງສະແດງໃຫ້ເຫັນວ່ານັກສຶກສາສ່ວນໃຫຍ່ຍັງມີຄ່ານິຍົມໃນສາຍບໍລິຫານຫລາຍກວ່າຂະແໜງການອື່ນ ຫລື ຫລາຍກວ່າການຮຽນວິຊາຊີບ.

- 5 - ມຊ ຂາຍຟອມສອບເສັງໃຫ້ນັກສຶກສາຫລາຍກວ່າ 10 ພັນສະບັບແລ້ວ
- 3 - ມຊ ຂາຍຟອມສອບເສັງໃຫ້ນັກສຶກສາຫລາຍກວ່າ 10 ພັນສະບັບແລ້ວ
- 4 - ມຊ ຂາຍຟອມສອບເສັງໃຫ້ນັກສຶກສາຫລາຍກວ່າ 10 ພັນສະບັບແລ້ວ