ບັນຫາສິ່ງຮົກເຮື້ອຢູ່ຕົວເມືອງນະຄອນຫລວງວຽງຈັນ ຍັງເແກ້ໄຂບໍ່ໄດ້ດີເທົ່າທີ່ຄວນ

ທ່ານ ສຸລິວັນ ພົມມະຫາໄຊ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ບັນຫາສິ່ງຮົກເຮື້ອຢູ່ຕົວເມືອງນະຄອນຫລວງວຽງຈັນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ຍ້ອນບາງກໍລະນີອອກໃບອະນຸຍາດໃຫ້ເປັນບ່ອນພັກອາໃສ ແຕ່ພັດຫັນໄປເປັນຮ້ານອາຫານ, ເຮືອນພັກ, ໂຮງແຮມ ຈຶ່ງພາໃຫ້ມີບັນຫາກ່ຽວກັບການຈອດລົດ, ມີບາງຈຸດດິນເປົ່າຫວ່າງ, ບໍ່ມີຮົ້ວອ້ອມ, ບໍ່ຖາງຫຍ້າ, ບໍ່ອະນາໄມ, ເຮັດໃຫ້ເປັນບ່ອນຮົກເຮື້ອ, ບາງຄົນກໍຖິ້ມຂີ້ເຫຍື້ອໃສ່ ແຕ່ ຊອກຫາເຈົ້າຂອງບໍ່ເຫັນ. ບາງອາຄານ, ບາງບໍລິສັດ ກໍ່ສ້າງຍັງບໍ່ທັນສໍາເລັດປະໄວ້ເປັນໂຄງສ້າງ ເຮັດໃຫ້ເປັນອາຄານຮ້າງບໍ່ສວຍງາມໃນເວລາລົງກ່າວເຕືອນບໍ່ໃຫ້ການຮ່ວມມື, ບາງບ່ອນກິດຈະການຕໍ່ ແລະ ບໍ່ຮູ້ເຈົ້າຂອງ, ຜູ້ປະກອບການແຄມທາງມີຄວາມຊິນເຄີຍໃນການນໍາໃຊ້ເຂດສະຫງວນຂອງເສັ້ນທາງເປັນບ່ອນວາງຂາຍເຄື່ອງເຫັນແກ່ຜົນປະໂຫຍດສ່ວນຕົວ. ເວລາລົງໄປກ່າວເຕືອນກໍຍ້າຍອອກ ແຕ່ບາງກໍລະນີເວລາຄະນະກໍາມະການຈັດສັນກັບກໍຍ້າຍມາວາງຂາຍບ່ອນເກົ່າ, ການແກ້ໄຂບັນຫາຂາຍເຄື່ອງຊະຊາຍຍັງບໍ່ເດັດຂາດ, ເຖິງຈະມີການກ່າວເຕືອນ, ຢຶດສິນຄ້າ ຫລື ດໍາເນີນການຕາມຂະບວນຍຸຕິທໍາ ແຕ່ຜູ້ກະທໍາຜິດຍັງບໍ່ເຂັດຫລາບຍັງສືບຕໍ່ລະເມີດຂາຍເຄື່ອງຊະຊາຍ.
ນອກນັ້ນ, ຜູ້ຂາຍເຄື່ອງຕາມເສັ້ນທາງຈໍານວນຫນຶ່ງແມ່ນຄົນຕ່າງຊາດ ( ຈີນ, ຫວຽດນາມ, ເກົາຫລີ ແລະ ອື່ນໆ) ບໍ່ເຂົ້າໃຈລະບຽບກົດໝາຍ ໃນເວລາລົງໄປແນະນໍາເຮັດໃຫ້ບໍ່ເຂົ້າໃຈກັນ, ເວລາຄະນະຈັດສັນລົງໄປເຮັດ ວຽກຕົວຈິງບາງເຈົ້າຂອງກິດຈະການແມ່ນຢູ່ຕ່າງແຂວງ ຫລື ອ້າງວ່າບໍ່ຢູ່ ບໍ່ໃຫ້ຄວາມຮ່ວມມື, ບາງຄັ້ງການ ຈອດລົດແຄມທາງຕ່າງໆ ໃນເວລາຄະນະຈັດສັນ, ເຈົ້າຫນ້າທີ່ລົງໄປຈັດສັນແມ່ນບໍ່ພົບເຈົ້າຂອງລົດ, ອຸປະກອນ-ເຄື່ອງມີພາຫະນະຮັບໃຊ້ ແລະ ງົບປະມານໃນການຈັດສັນມີຈໍາກັດ, ການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຕໍ່ວຽກງານດັ່ງກ່າວຍັງບໍ່ກວ້າງຂວາງ, ບໍ່ທັນມີລະບຽບການໃນການເກັບມ້ຽນ ແລະກໍາຈັດຂີ້ເຫຍື້ອ ແລະ ການເຂົ້າຮ່ວມສັນຍາຂີ້ເຫຍື້ອ ຍັງມີລັກສະນະສະໜັກໃຈບໍ່ໄດ້ບັງຄັບ.
ໃນໄລຍະຜ່ານມາພາກສ່ວນກ່ຽວຂ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານ ຢ່າງຕັ້ງໜ້າ ໂດຍໄດ້ສົມທົບກັບຄະນະຈັດສັນຢູ່ບັນດາເມືອງໃນການຍົກຍ້າຍຄົນຂາຍເຄື່ອງອອກຈາກແຄມທາງ, ທາງຄົນຍ່າງຈໍານວນ 149 ກໍລະນີ, ຍົກຍ້າຍກອງ ຫີນ-ກອງ ຊາຍ, ວັດສະດຸກໍ່ສ້າງ ແລະ ຄົນຂາຍເຄື່ອງຕາມແຄມທາງທີ່ນອນໃນເຂດສະຫງວນ ແລະ ທາງຄົນຍ່າງ 152 ກໍລະນີ, ເກັບກໍາຂໍ້ມູນບຸກຄົນຖົມດິນບໍ່ໄດ້ຮັບອະນຸຍາດ 28 ກໍລະນີ, ສໍາຫລວດຈຸດທີ່ ນ້າຖ້ວມຂັງ 12 ຈຸດ, ແກ້ໄຂ 5 ຈຸດ ຄື: ເຂດບ້ານພະຂາວ, ສະພັງມຶກ, ດອນນົກຂຸ້ມ ແລະ ສີໄຄທົ່ງ, ແກ້ໄຂຄໍາຮ້ອງຟ້ອງ ຂອງພໍ່ແມ່ປະຊາຊົນ ກ່ຽວກັບການປຸກສ້າງທີ່ກະທົບກັບຂ້າງຄຽງ 52 ກໍລະນີ, ແກ້ໄຂ 42 ກໍລະນີ, ເຊີນຜູ້ປະກອບ ການກໍ່ສ້າງ ແລະ ດໍາເນີນກິດຈະການບໍ່ຖືກລະບຽບກົດຫມາຍ 37 ຄັ້ງ, ແກ້ໄຂ 35 ຄັ້ງ.
ຕິດປ້າຍໂຄສະນາທີ່ບໍ່ຖືກກັບລະບຽບການຢູ່ຖະໜົນເຕສອງ 32 ປ້າຍ ແລະ ຮື້ຖອນເຄື່ອງ, ເທີບເງີບ ທີ່ນອນຢູ່ໃນເຂດສະຫງວນຂອງທາງ ຈໍານວນ 17 ກໍລະນີ, ຖະໜົນ 450 ປີ ຈໍານວນ 73 ປ້າຍ, ຮື້ຖອນຕູບຂາຍເຄື່ອງ, ເຄີບເງີບ ທີ່ນອນຢູ່ໃນເຂດສະຫງວນທາງ 38 ກໍລະນີ, ໄດ້ສໍາຫຼວດປ້າຍຕິດຕັ້ງບໍ່ຖືກ ລະບຽບ ແລະ ບໍ່ໄດ້ຮັບອະນຸຍາດ ພ້ອມທັງຍົກຍ້າຍອອກ 123 ຈຸດ ແລະ ໄດ້ແກ້ໄຂປ້າຍ 85 ຈຸດ, ລົງກວດ ສະຖານທີ່ກໍ່ສ້າງ ທີ່ໄດ້ຮັບຜົນກະທົບ ແລະ ເຮັດໃຫ້ເສັ້ນທາງເປື້ອນເປິະ ພ້ອມທັງລ້າງໃຫ້ສະອາດ 65 ຄັ້ງ.