ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ

ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ - 135189348 2707780232865854 5507930718174466715 o - ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ
ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ - kitchen vibe - ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ

ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ໄຂຂຶ້ນ​ໃນວັນທີ 7 ແລະ ປິດລົງໃນວັນທີ 8 ​​ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ຈະເລີນ ເຍຍປ່າວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວ ຜົນຂອງກອງປະຊຸມລັດຖະບານເປີດກວ້າງ ຄັ້ງນີ້ວ່າ: ກອງປະຊຸມໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 10 ເອກະສານສໍາຄັນຄື:

ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ - Visit Laos Visit SALANA BOUTIQUE HOTEL - ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ
ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ - Visit Laos Visit SALANA BOUTIQUE HOTEL - ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ

1)   ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020) ໂດຍໄດ້ພາກັນທົບທວນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ພາລະກິດຂອງລັດຖະບານ ທີ່ຖືກມອບ   ໝາຍຕາມລັດຖະທໍາມະນູນ ແລະ ກົດໝາຍ ແລະ ຜ່ານການສະຫລຸບຕີລາຄາຈາກກອງປະຊຸມ ກໍ່ເຫັນໄດ້ຜົນງານ, ຜົນສໍາເລັດຫລາຍຢ່າງ ທີ່ເປັນຮູບປະທໍາ, ເຖິງວ່າໄດ້ມີອຸປະສັກ, ສິ່ງກີດຂວາງ ແລະ ມີຫລາຍເຫດການເກີດຂຶ້ນ ທີ່ບໍ່ຄາດຄະເນໄວ້ກ່ອນໄດ້ ໃນໄລຍະແຫ່ງການປະຕິບັດໜ້າທີ່ຂອງລັດຖະບານພວກເຮົາ. ຜົນສໍາເລັດທີ່ພວກເຮົາຍາດມາໄດ້ນັ້ນ ນອກຈາກຄວາມອົດທົນພະຍາຍາມເຮັດວຽກງານດ້ວຍຄວາມທຸ້ມເທ, ເສຍສະຫລະຂອງສະມາຊິກລັດຖະບານ ຢ່າງເປັນປຶກແຜ່ນແໜ້ນໜາແລ້ວ, ພວກເຮົາຍັງໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງ, ຄະນະເລຂາທິການສູນກາງພັກ, ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຮ່ວມມືຈາກສະພາແຫ່ງຊາດ ບັນດາອົງການຈັດຕັ້ງຂອງພັກ, ຂອງລັດ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນ ໃນທົ່ວປະເທດມາເປັນຢ່າງດີຕະຫລອດເກືອບ 5 ປີ ຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ ຜ່ານການປະຕິບັດໜ້າທີ່ ແລະ ບໍລິຫານປະເທດເກືອບ 5 ປີ ຜ່ານມານັ້ນ ພວກເຮົາກໍ່ຍັງຊອກເຫັນບັນດາຈຸດອ່ອນ, ຂໍ້ຄົງຄ້າງ ທີ່ສໍາຄັນຈໍານວນບໍ່ໜ້ອຍ ຊຶ່ງລັດຖະບານຊຸດນີ້ ຈະພະຍາຍາມແກ້ໄຂໃນເວລາ 3 ເດືອນຕໍ່ໜ້າ ທີ່ລັດຖະບານຍັງມີໜ້າທີ່ບໍລິຫານປະເທດ ຕາມກົດໝາຍຢູ່ນັ້ນ  ເພື່ອສ້າງພື້ນຖານໃຫ້ແກ່ລັດຖະບານ ຊຸດທີ IX ສືບຕໍ່ດໍາເນີນການຕໍ່ໄປ ເພື່ອພາລະກິດອັນໃຫຍ່ຫລວງຂອງຊາດ, ນໍາພາປະເທດຊາດກ້າວໄປຢ່າງບໍ່ຢຸດຢັ້ງ.

2) ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຊຶ່ງໃນໄລຍະຜ່ານມາໄດ້ມີການຈັດສຳມະນາ ແລະ ທາບທາມຄຳຄິດເຫັນແບບເປີດກວ້າງ, ຜ່ານກອງປະຊຸມລັດຖະບານ, ກອງປະຊຸມກົມການເມືອງສູນກາງພັກ, ກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມສູນກາງຫລາຍຄັ້ງແລ້ວ, ເທື່ອນີ້ມາຜ່ານລັດຖະບານຕື່ມເປັນເທື່ອສຸດທ້າຍ ເພາະມີການປັບປຸງຕື່ມບາງຈຸດ. ສະນັ້ນ, ກອງະຊຸມ ຈຶ່ງສະເໜີ ໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ຮຽບຮຽງ ແລະ ປັບປຸງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕາມການປະກອບຄໍາເຫັນຂອງກອງປະຊຸມລັດຖະບານເປີດກວ້າງເທື່ອນີ້ຕື່ມ ເພື່ອກະກຽມນໍາເອົາຮ່າງແຜນດັ່ງກ່າວ ເຂົ້າພິຈາລະນາຂໍ​ທິດ​ຊີ້​ນຳ​ຈາກກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ນຳ​ສະ​ເໜີ​ຜ່ານກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ຮັບຮອງຢ່າງເປັນທາງການ ໃນຂັ້ນຕໍ່ໄປ.

3) ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ແລະ ຄໍາສັ່ງ ເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020. ຜ່ານ​ການ​ປະ​ກອບ​ຄຳ​ເຫັນ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ: ບັນດາຕົວຊີ້ວັດທີ່ໄດ້ກຳນົດໃນຄຳສັ່ງແລ້ວ, ແຕ່ຂະແໜງການກ່ຽວຂ້ອງ ຍັງບໍ່ທັນປັບປຸງສຳເລັດ ແມ່ນໃຫ້ຮີບຮ້ອນປັບປຸງ ແລະ ແກ້ໄຂໃຫ້ສຳເລັດໃນ​ທ້າຍເດືອນ ມີນາ 2021; ບັນຫາໃດທີ່ຂະແໜງການກ່ຽວຂ້ອງ ທີ່ໄດ້ປັບປຸງແກ້ໄຂທາງດ້ານນິຕິກຳ ແລະ ລະບຽບການແລ້ວ ແຕ່ການຈັດຕັ້ງປະຕິບັດຕົວຈິງ ຍັງບໍ່ໄປບໍ່ມາ ຫລື ຍັງບໍ່ທັນເປັນເອກະພາບ ແມ່ນໃຫ້ກະຊວງແຜນການ ແລະ ການລົງທຶນ ຮີບຮ້ອນຊຸກຍູ້ພາກສ່ວນກ່ຽວຂ້ອງປະຕິບັດໂດຍໄວ; ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ປັບປຸງກົນໄກການປະສານງານ ໃນການອຳນວຍຄວາມສະດວກ ແລະ ກນປັບປຸງສະພາບແວດລ້ອມໃນການລົງທຶນ ລະຫວ່າງຂະແໜງການກ່ຽວ ຂ້ອງໃຫ້ວ່ອງໄວຂຶ້ນກວ່າເກົ່າ. ພ້ອມກັນນັ້ນ ກໍ່ໃຫ້ສົມທົບກັບຂະແໜງການກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເພື່ອຄົ້ນຄວ້າ ແລະ ປັບປຸງຄຳສັ່ງ 02/ນຍ ເພື່ອໃຫ້ທັນກັບສະພາບການ; ໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າການເຊື່ອມໂຍງຂໍ້ມູນຜ່ານ​ລະ​ບົບເອເລັກໂຕຣນິກ ເຂົ້າ​ໃນ​ການ​ຄົ້ນ​ຄວ້າ ການອອກອະນຸຍາດລົງທຶນ; ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຕິດຕາມ ແລະ ຊຸກຍູ້ ບັນດາຂະແໜງການ ໃຫ້ຮີບຮ້ອນໃນການປັບປຸງບັນຊີກິດຈະການຄວບຄຸມ, ການສ້າງບັນຊີຮຽກການລົງທຶນ ແລະ ການສ້າງລາຍການເອກະສານ ທີ່ຕ້ອງໄດ້ປະກອບສຳ​ລັບຂໍອະ​ນຸ​ມັດ​ການລົງທຶນ ໃຫ້ສຳເລັດ; ໃຫ້​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ສົມ​ທົບ​ກັບ​ຂະ​ແໜງ​ການ ກ່ຽວ​ຂ້ອງ ແລະ ທ້ອງ​ຖິ່ນ ຊຸກ​ຍູ້ ຕິດ​ຕາມ ແລະ ກວດ​ກາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຕ່າງໆ ທີ່​ໄດ້​ຮັບ​ອະ​ນຸ​ມັດ​ໄປ​ແລ້ວ ໃຫ້​ສອດ​ຄ່ອງ​ຕາມ​ສັນ​ຍາ​ສຳ​ປະ​ທານ ແລະ ຕາມ​ກົດ​ໝາຍ, ລະ​ບຽບ​ການ​ກ່ຽວ​ຂ້ອງ ຂອງ ສ​ປ​ປ ລາວ; ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບຮ່າງແຜນຍຸດທະສາດການສົ່ງເສີມຜະລິດສິນຄ້າ ຕິດພັນກັບກົນໄກການເຂົ້າເຖິງຕະຫລາດຈຳໜ່າຍສິນຄ້າ ແລະ ການຄ້າຊາຍແດນ. ຕໍ່ກັບຮ່າງຍຸດທະສາດດັ່ງກ່າວ ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງກອງ​ປະ​ຊຸມ ເປັນຕົ້ນ ມອບໃຫ້ຄະນະຮັບຜິດຊອບ ທີ່ໄດ້ຮັບການແຕ່ງຕັ້ງ ຕາມຂໍ້ຕົກລົງ 99/ນຍ ສືບຕໍ່ສົມທົບກັບບັນດາຂະແໜງ ການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ແກ້ໄຂ 8 ຂໍ້ຄົງຄ້າງໃນການສົ່ງເສີມການຜະລິດສິນຄ້າໃນໄລຍະຜ່ານມາ ໃຫ້ເປັນຮູບປະທໍາ. ພ້ອມກັນນັ້ນ ກໍໃຫ້ກໍານົດກົນໄກການປະສານງານ ແລະ ແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການກ່ຽວຂ້ອງຂັ້ນສຸນກາງ, ການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ລະອຽດ ແລະ ຈະແຈ້ງ; ໃຫ້ແຕ່ລະທ້ອງຖິ່ນ ກຳນົດສິນຄ້າທີ່ເປັນທ່າແຮງຂອງທ້ອງຖິ່ນຕົນ ເພື່ອຊຸກຍູ້ສົ່ງເສີມໃຫ້ຖືກກັບເປົ້າໝາຍ ແລະ ທ່າແຮງ ທີ່ທ້ອງຖິ່ນຕົນມີ. ພ້ອມດຽວກັນນີ້, ເຫັນດີໃຫ້ຄະນະສະເພາະກິດດັ່ງກ່າວ ຄົ້ນຄວ້າ ແລະ ເຮັດເປັນຍຸດທະສາດ ຕາມໂຄງຮ່າງເບື້ອງຕົ້ນທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ສະເໜີແລ້ວນັ້ນໃຫ້ສຳເລັດໂດຍໄວ ເພື່ອກຳນົດທິດທາງແຜນວຽກ ແລະ ແບ່ງຄວາມຮັບຜິດຊອບລະອຽດ.

5) ກອງ​ປະ​ຊຸມ ໄດ້​ຮັບ​ຟັງການ​ລາຍ​ງານກ່ຽວກັບ ການຄົ້ນຄ້ວາການຫັນຊັບສິນຂອງລັດເປັນທຶນ ໂດຍໄດ້ຕີລາຄາວ່າ: ວຽກງານການຫັນຊັບສິນເປັນທຶນ ເປັນວຽກໃໝ່ທີ່ພວກເຮົາຍັງບໍ່ທັນມີບົດຮຽນ, ເຖິງວ່າຕົວຈິງຜ່ານມາໄດ້ມີການຫັນຊັບສິນ   ເປັນທຶນ, ແຕ່ເຫັນວ່າການປະຕິບັດຍັງບໍ່ທັນເປັນເອກະພາບກັນ ເຮັດໃຫ້ລັດເສຍຜົນປະໂຫຍດຈໍານວນບໍ່ໜ້ອຍ, ສະນັ້ນ ກອງປະຊູມ ຈຶ່ງມອບໃຫ້ຄະນະຮັບຜິດຊອບຊີ້ນຳການຫັນຊັບສິນຂອງລັດເປັນທຶນ ຕາມຂໍ້ຕົກລົງ ສະບັບເລກທີ 98/ນຍ ສືບຕໍ່ຄົ້ນຄວ້າໃຫ້ລະອຽດຮູບແບບການຫັນຊັບສິນເປັນທຶນ, ບັນດາຫົວໜ່ວຍວິສາຫະກິດຂອງລັດ ທີ່ຈະຫັນເປັນທຶນ ຫລື ຫັນເປັນຮຸ້ນສ່ວນ, ວິທີການຫັນເປັນທຶນ ແລະ ກົນໄກໃນການຈັດຕັ້ງປະຕິບັດຕົວຈິງໃຫ້ລະອຽດ ໂດຍສ້າງເປັນນິຕິກຳ. ສໍາລັບໃນສະເພາະໜ້າ, ເຫັນດີໃຫ້ຄະນະຮັບຜິດຊອບ ຈັດຕັ້ງປະຕິບັດຕາມທິດທາງທີ່ຄະນະໄດ້ສະເໜີມານັ້ນ, ໃນນັ້ນ ເຫັນດີໃຫ້ມີການຄົ້ນຄວ້າ ແລະ ພິຈາລະນາການຫັນເປັນທຶນ ຫລື ຫັນເປັນຮຸ້ນສ່ວນ ບັນດາລັດວິສາຫະກິດຈຳນວນໜຶ່ງ ທີ່ເຄື່ອນໄຫວບໍ່ມີປະສິດທິຜົນ ໂດຍພິຈາລະນາເປັນແຕ່ລະກໍລະນີ ຢ່າງຮັດກຸມ ເພື່ອແນໃສ່ແກ້ໄຂບັນຫາໜີ້ສິນຂອງບັນດາລັດວິສາຫະກິດດັ່ງກ່າວ ໃຫ້ຫຼຸດລົງເທື່ອລະກ້າວ.

6) ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບບຜົນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງ  15/ນຍ, ຜ່ານການຮັບຟັງການລາຍງານ ແລະ ປະ​ກອບ​ຄຳ​ເຫັນ ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ ເປັນຕົ້ນ ໃຫ້ກະຊວງອົງການທຽບເທົ່າ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ສືບຕໍ່ຈັດຕັ້ງປະຕິບັດທິດທາງໃນຕໍ່ໜ້າ ຕາມ 10 ຂໍ້ທີ່ຄະນະສະເພາະກິດໄດ້ສະເໜີ ໃຫ້ເປັນຮູບປະທໍາ; ໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃຫ້ມີປະສິດທິຜົນກວ່າເກົ່າ ແລະ ພ້ອມ​ດຽວ​ກັນ ກໍໃຫ້ປຶກ​ສາ​ຫາ​ລື ປັບ​ປຸງ​ກົນ​ໄກ​ການ​ເຮັດ​ວຽກ​, ແບ່ງ​ວຽກ, ແບ່ງຄວາມ​ຮັບ​ຜິດ​ຊອບກັນ ລະ​ອຽດ.

7) ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບການກະກຽມ ໃຫ້ແກ່ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs). ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງການຕ່າງປະເທດ ນໍາເອົາການປະກອບຄໍາຄິດເຫັນຂອງບັນດາສະມາຊິກລັດຖະບານ ແລະ ບັນດາເຈົ້າແຂວງ ນໍາໄປສຶກສາຄົ້ນຄວ້າລະອຽດ ແລະ ປຶກສາຫາລື ນໍາອົງການທີ່ກ່ຽວຂ້ອງເຖິງຄວາມເປັນໄປໄດ້ ສປປ ລາວ ຈະອອກຈາກສະຖານະປະເທດດ້ອຍພັດທະນາ ຕາມການປະເມີນຂອງອົງການ ສປຊ ໃນປີ 2021 ແລ້ວກ້າວເຂົ້າສູ່ໄລຍະຂ້າມຜ່ານ 3 ປີ ໄປຈົນເຖິງປີ 2024, ພ້ອມທັງ ຄົ້ນຄວ້າແຜນໃນການຮັບມືກັບສິ່ງທ້າທາຍທີ່ຈະປະເຊີນໃນອະນາຄົດ ພາຍຫລັງທີ່ໄດ້ຖືກປະກາດອອກຈາກ ສະຖານະປະເທດດ້ອຍພັດທະນາແລ້ວ ເພື່ອຮັບປະກັນທາງດ້ານສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ.

8) ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ຜົນການຈັດຈັດຕັ້ງປະຕິບັດແຜນການແກ້ໄຂບັນຫາຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ ສປປ ລາວ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ຕື່ມ ເປັນຕົ້ນຕ້ອງ​ຫັນ​ວຽກ​ງານ​ນີ້ ໃຫ້​ໄປ​ຕາມ​ກົດ​ໝາຍ, ລະ​ບຽບ​ການ ຢ່າ​ງ​ເຂັ້ມ​ງວດ ກວ່າ​ເກົ່າ, ແຕ່​ຕ້ອງ​ຮັບ​ປະ​ກັນ​ຄວາມ​ເປັນ​ທຳ​, ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຝ່າຍ​ກ່ຽວ​ຂ້ອງ.

9) ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດ-ສັງ​ຄົມຂອງລາວ ແລະ ໄດ້ຕີລາຄາວ່າ: ສໍາລັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເລີ່ມຕົ້ນແຜ່ຂະຫຍາຍນັບແຕ່ທ້າຍປີ 2019 ແລະ ເພີ່ມທະວີຄວາມຮຸນແຮງຂຶ້ນໃສ່ຫລາຍປະເທດໃນໂລກ. ມາຮອດປະຈຸບັນ, ສະພາບການລະບາດດັ່ງກ່າວຍັງສືບຕໍ່ສ້າງຄວາມກັງວົນ ແລະ ສົ່ງຜົນກະທົບຕໍ່ສະພາບເສດຖະກິດ-ສັງ​ຄົມໃນທົ່ວໂລກ. ສໍາລັບ ສປປ ລາວ ໄດ້ພົບກໍລະນີຜູ້ທໍາອິດຕິດເຊື້ອໃນທ້າຍເດືອນມີນາ 2020 ເຊິ່ງລັດຖະບານໄດ້ມີຄວາມເອົາໃຈໃສ່ເປັນຢ່າງສູງ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ໂດຍການກຳນົດມາດຕະການ​ຕ່ງໆ ຢ່າງ​ທັນ​ການ ໃນເດືອນເມສາ 2020 ແລະ ມີມາດຕະການຜ່ອນຜັນເປັນແຕ່ລະໄລຍະເປັນຕົ້ນມາ. ຈາກສະພາບການດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດ-ສັງ​ຄົມ ຂອງປະເທດເຮົາ ເປັນຕົ້ນ ການຜະລິດເພື່ອສົ່ງອອກ, ການບໍລິການການທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມ ໄດ້ເຮັເໃຫ້ລາຍຮັບພາກທຸລະກິດ ແລະ ຄົວເຮືອນຫລຸດລົງ. ສະນັ້ນ, ລັດຖະບານ ຈຶ່ງໄດ້ກໍານົດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ທີ່ຖືກຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ຕາມຂໍ້ຕົກລົງເລກທີ 31/ນຍ, ຜ່ານການຈັດຕັ້ງປະຕິບັດມາຮອດປະຈຸບັນ ເຫັນວ່າບັນດານະໂຍບາຍ ແລະ ມາດຕະການດັ່ງກ່າວ ສາມາດແກ້ໄຂຂໍ້ຫຍຸ້ງຍາກ ໂດຍສະເພາະ ດ້ານຕົ້ນທຶນຕ່າງຂອງພາກທຸລະກິດ ແລະ ຄົວເຮືອນໄດ້ລະດັບໜຶ່ງ ພ້ອມນັ້ນ ຍັງຊ່ວຍຊຸກຍູ້ ແລະ ອໍານວຍຄວາມສະດວກການຜະລິດພາຍໃນ ໃຫ້ຄ່ອຍກັບຄືນມາສູ່ສະພາບປົກກະຕິ. ແຕ່ເຖິງຢ່າງໃດກໍ່ຕາມ ກອງປະຊຸມຄັ້ງນີ້ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເພີ່ມທະວີເອົາໃຈໃສ່ ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ, ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ ໃນ​ຕໍ່​ໄປ.

10) ກອງປະຊຸມ ໄດ້ຮັບຟັງການລາຍງານການຜັນຂະຫຍາຍຜົນກອງປະຊຸມຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຄັ້ງທີ 43 ປະຈໍາປີ 2020. ກອງປະຊຸມໄດ້ຊີນໍາໃຫ້ກະຊວງການຕ່າງປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງນໍາເອົາເນື້ອໃນ ແລະ ຜົນຂອງການຮ່ວມມືລະຫວ່າງ ສອງຄະນະກຳມະການໄປຕັດຕັ້ງຜັນຂະຫຍາຍ ເຂົ້າໃນການວຽກງານຂອງຕົນໃຫ້ໄດ້ຮັບຜົນດີ.

ເພື່ອຈັດຕັ້ງປະຕິບັດທິດຊີ້ນຳ ຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໃຫ້ມີປະສິດທິຜົນ, ກອງປະຊຸມ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຮຽບຮຽງເປັນມະຕິຂອງກອງປະຊຸມ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ. ຖ້າເຫັນວ່າບັນຫາໃດ ມີຄວາມຈໍາເປັນຕ້ອງອອກເປັນຄໍາສັ່ງ, ຂໍ້ຕົກລົງ ຫລື ແຈ້ງການຕື່ມອີກ ກໍ່ໃຫ້ຮ່າງເປັນນິຕິກໍາລະອຽດ ເພື່ອໃຫ້ລັດຖະບານພິຈາລະນາຕົກລົງ. ພ້ອມກັນນີ້, ກໍ່ໄດ້ມອບໃຫ້ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງ ຈົ່ງນໍາເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນເອກະພາບ ໃນກອງປະຊຸມຄັ້ງນີ້ ລວມທັງ ວຽກງານຈຸດສຸມ ທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ສໍາລັບປີ 2021 ໄປຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ, ພ້ອມທັງ ສະຫລຸບລາຍງານຜົນການຈັດຕັ້ງປະຕິບັດ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ໃນ​ໂອ​ກາດ​ນີ້ ກອງ​ປະ​ຊຸມ ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ແລະ ຂອບ​ອົກ​ຂອບ​ໃຈ​ທີ່​ກົມ​ການ​ເມືອງ ແລະ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ພັກ, ລັດ, ແນວ​ລາວ​ສ້າງ​ຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ທີ່​ໄດ້​ໃຫ້​ການ​ຊີ້​ນຳ, ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫລືອ​ລັດ​ຖະ​ບານ ຊຸດ​ທີ VIII ເຮັດ​ລ້ອນ​ໜ້າ​ທີ່​ຂອງ​ຕົນ; ຊົມ​ເຊີຍ​ພະ​ນັກ​ງານ, ລັດ​ຖະ​ກອນ, ນັກ​ຮຽນ​ນັກ​ສຶກ​ສາ, ຜູ້​ປະ​ກອບ​ການ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ຊັ້ນ​ຄົນ ແລະ ພີ່​ນ້ອງ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ປະ​ເທດ ທີ່​ເວ​ລາ​ໃດ ກໍ່​ໄດ້​ສະ​ໜັບ​ສະ​ໜູນ ເປັນ​ກຳ​ລັ​ງ​ແຮງ ໃຫ້​ລັດ​ຖະ​ບານ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ບໍ​ລິ​ຫານ​ປະ​ເທດ​ຊາດ​ຂອງ​ຕົນ. ຂອບ​ອົກ​ຂອບ​ໃຈ ຕໍ່​ປະ​ເທດ​ເພື່ອນ​ມິດ, ປະ​ເທດ​ອາ​ຊຽນ ແລະ ປະ​ຊາ​ຊົນ​ໃນ​ໂລກ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ທີ່​ໄດ້​ສະ​ໜັບ​ສະ​ໜູນ ຊ່ວຍ​ເຫລືອ​ລັດ​ຖະ​ບານ ສ​ປ​ປ ລາວ ຕະ​ຫລອດ​ໄລ​ຍະ 5 ປີ ທີ່​ຜ່ານ​ມາ.

ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ - 3 - ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ
ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ - 5 - ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ
ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ - 4 - ຜົນສຳເລັດຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ