ສະພາຜູ້ແທນລາຊະດອນອາເມລິກາ ກຽມລົງມະຕິຮຽກຮ້ອງ ເພນ ປົດ ທຣຳ

ສະພາຜູ້ແທນລາຊະດອນອາເມລິກາ ກຽມລົງມະຕິຮຽກຮ້ອງ ເພນ ປົດ ທຣຳ - c91f8a77afaa9fa9380d393a9b3d690c - ສະພາຜູ້ແທນລາຊະດອນອາເມລິກາ ກຽມລົງມະຕິຮຽກຮ້ອງ ເພນ ປົດ ທຣຳ
ສະພາຜູ້ແທນລາຊະດອນອາເມລິກາ ກຽມລົງມະຕິຮຽກຮ້ອງ ເພນ ປົດ ທຣຳ - kitchen vibe - ສະພາຜູ້ແທນລາຊະດອນອາເມລິກາ ກຽມລົງມະຕິຮຽກຮ້ອງ ເພນ ປົດ ທຣຳ

ນາງ ​ແນນ​ຊີ ​ເພ​ໂລ​ຊີ ປະທານ​ສະພາ​ຜູ້​ແທນ​ລາຊະ​ດອນ​ອາ​ເມ​ລິ​ກາ ຈາກ​ພັກ​ເດ​ໂມ​ແຄຣດ ຢືນຢັນ​ວ່າ: ສະພາ​ຜູ້​ແທນ​ລາຊະ​ດອນ (ສະພາ​ຕໍ່າ) ຈະ​ພະຍາຍາມ​ຜ່ານ​ຮ່າງ​ມະຕິ ດ້ວຍ​ຄະ​ແນນ​ສຽງ​ເອກະ​ພາບ ​ເພື່ອ​ຮຽກຮ້ອງ​ໃຫ້ທ່ານ ​ໄມ ​ເພນ ຮອງ​ປະທານາທິບໍດີ ພ້ອມ​ຄະນະ​ລັດຖະບານ​ຂອງ​ປະທານາທິບໍດີ ​ໂດ​ນັລ ທຣຳ ​ໃຊ້​ບົດ​ບັນຍັດ​ແກ້​ໄຂ​ລັດຖະທໍາ​ມະນູນ​ເພີ່ມ​ຕື່ມ​ຄັ້ງທີ 25 (25th Amendment) ​ໃນ​ການ​ຖອດ​ຖອນ ທຣຳ ພົ້ນຈາກ​ຕຳ​ແໜ່​ງ ​ເນື່ອງ​ຈາກ​ເຫດ​ຈະລາຈົນ​ວຸ້ນວາຍ​ຢູ່​ອາຄານ​ລັດຖະສະພາ ​ໂດຍ​ກຸ່ມ​ຜູ້​ສະໜັບສະໜູນ ທຣໍາ ​ໃນ​ວັນ​ທີ 6 ມັງກອນ​ຜ່ານ​ມາ.

​ແຕ່​ຖ້າ​ທ່ານ ​ເພນ ບໍ່​ຍິນ​ຍອມ, ສະພາ​ຕໍ່າ​ຈະ​ເດີນ​ໜ້າ​ຊຸກຍູ້​ການ​ລົງມະຕິ​ຖອດ​ຖອນ ທຣຳ ຕາມ​ຂະ​ບວນການ​ປົກກະຕິ​ພາຍ​ໃນ​ເວລາທີ່​ໄວ ກ່ອນ​ທ່ານ ​ໂຈ ​ໄບ​ເດນ ຈະ​ສາບານ​ຮັບ​ຕຳ​ແໜ່​ງປະທານາທິບໍດີ​ຄົນ​ໃໝ່​ໃນ​ວັນ​ທີ 20 ມັງກອນ​ນີ້.

ສະພາຜູ້ແທນລາຊະດອນອາເມລິກາ ກຽມລົງມະຕິຮຽກຮ້ອງ ເພນ ປົດ ທຣຳ - Visit Laos Visit SALANA BOUTIQUE HOTEL - ສະພາຜູ້ແທນລາຊະດອນອາເມລິກາ ກຽມລົງມະຕິຮຽກຮ້ອງ ເພນ ປົດ ທຣຳ

ຖ້າ​ຮ່າງ​ມະຕິ​ສະບັບ​ທຳ​ອິດ​ບໍ່​ຜ່ານ​ຄວາມ​ຍິນ​ຍອມ​ດ້ວຍ​ຄະ​ແນນ​ສຽງ​ເອກະ​ພາບ ຈະ​ມີ​ການ​​ນຳ​ເອົາ​ຮ່າງ​ມາດ​ຕະການ​ດັ່ງກ່າວ​ໄປ​ໂຫວດ​ແບບ​ເຕັມ​ຄະນະ​ອີກ ​ໃນ​ວັນ​ທີ 12 ມັງກອນ ​ໂດຍ​ຮ່າງ​ມະຕິ​ດັ່ງກ່າວ​ຈະ​ກຳນົດ​ໃຫ້​ທ່ານ ​ເພນ ​ເຊິ່ງ​ເປັນ​ຮອງ​ປະທານາທິບໍດີ ຕ້ອງ​ຕອບ​ຮັບ​ພາຍ​ໃນ 24 ຊົ່ວ​ໂມງ, ​ແຕ່​ຖ້າ​ທ່ານ​ບໍ່​ດຳ​ເນີນ​ການ​ແລ້ວ ສະພາ​ຜູ້​ແທນ​ລາຊະ​ດອນ​ຈະ​ເດີນ​ໜ້າ​ຂະ​ບວນການ​ຖອດ​ຖອນ​ໃນ​ຮູບ​ແບບ​ປົກກະຕິ​ຕໍ່​ໄປ.

ສຳລັບ 25th Amendment ນັ້ນຂຽນ​ຂຶ້ນຫລັງ​ຈາກ​ປະທານາທິບໍດີ ຈອນ ​ເອຟ. ​ເຄນ​ເນ​ດີ ຖືກ​ລອບ​ສັງຫານ​ຢູ່​ເມືອງ​ດັດ​ລັສ ​ໂດຍ​ມີ​ກົດ​ເກນ​ຢ່າງ​ຈະ​ແຈ້ງ​ເຖິງ​ການ​ສືບ​ທອດ​ອຳນາດ​ໃນ​ກໍລະນີ​ທີ່​ປະທານາທິບໍດີ​ລາ​ອອກ, ​ເສຍ​ຊີວິດ ຫລື ກາຍ​ເປັນ​ບຸກຄົນ​ໄຮ້​ຄວາມ​ສາມາດ ​ເຊິ່ງກຳນົດ​ໄວ້ວ່າ: ຖ້າ​ຮອງ​ປະທານາທິບໍດີ ​ແລະ ຄະນະ​ລັດຖະບານ​ເກີນ​ກວ່າ​ເຄິ່ງໜຶ່ງ​ພິຈາລະນາ​ແລ້ວ​ວ່າ​ປະທານາທິບໍດີ​ນັ້ນ​ເປັນ​ບຸກຄົນ​ໄຮ້​ຄວາມ​ສາມາດ​ທີ່​ບໍ່​ສາມາດ​ບໍລິຫານ​ປະ​ເທດ​ໄດ້​ອີກ​ຕໍ່​ໄປ, ຮອງ​ປະທານາທິບໍດີ​ສາມາດ​ຂຽນ​ຈົດໝາຍ​ເຖິງ​ປະທານ​ວຸດ​ທິສະພາ ​ແລະ ປະທານ​ສະພາ​ຜູ້​ແທນ​ລາຊະ​ດອນ ​ເຊິ່ງຈະ​ເຮັດ​ໃຫ້​ປະທານາທິບໍດີ​ຕ້ອງ​ຢຸດ​ປະຕິບັດ​ໜ້າ​ທີ່​ທັນທີ ​ແລະ ຮອງ​ປະທານາທິບໍດີ​ຈະ​ເຮັດ​ໜ້າ​ທີ່​ຮັກສາ​ການ​ໃນ​ຕຳ​ແໜ່​ງປະທານາທິບໍດີ​ແທນ​ຊົ່ວ​ຄາວ.

ນາງ ​ເພ​ໂລຊີ ກ່າວ​ວ່າ: ​“​ເພື່ອ​ປົກ​ປ້ອງ​ລັດຖະທຳ​ມະນູນ ​ແລະ ປະຊາທິປະ​ໄຕ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈະ​ດຳ​ເນີນ​ການ​ຢ່າງ​ຮີບ​ດ່ວນ ​ເພາະ​ປະທານາທິບໍດີ​ຄົນ​ນີ້​ສະ​ແດງ​ໃຫ້​ເຫັນ​ໄພ​ຄຸກ​ຄາມ​ທີ່​ກຳລັງ​ເຂົ້າມາ​ຕໍ່​ທັງ​ສອງ ​ເມື່ອ​ວັນ​ເວລາ​ຜ່ານ​ໄປ ຄວາມຢ້ານ​ກົວ​ຂອງ​ການ​ໂຈມ​ຕີ​ປະຊາທິປະ​ໄຕ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ປະທານາທິບໍດີ​ຄົນ​ນີ້​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ. ດັ່ງນັ້ນ ຈຶ່ງ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ການ​ທັນທີ”.

ສະພາຜູ້ແທນລາຊະດອນອາເມລິກາ ກຽມລົງມະຕິຮຽກຮ້ອງ ເພນ ປົດ ທຣຳ - 4 - ສະພາຜູ້ແທນລາຊະດອນອາເມລິກາ ກຽມລົງມະຕິຮຽກຮ້ອງ ເພນ ປົດ ທຣຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!