ຖືກຈັບ ຍ້ອນປ່ອຍກູ້ກິນກຳໄລໜັກເຖິງ 365% ຕໍ່ປີ
ມີ 13 ຄົນຢູ່ນອກພື້ນທີ່ແຂວງ ກວາງບິ່ງ(ສສ ຫວຽດນາມ) ຖືກເຈົ້າໜ້າທີ່ ແຂວງກວາງບິ່ງກັກຕົວ ເພາະມີການປ່ອຍກູ້ສິນເຊື່ອກິນກຳໄລໜັກແຕ່ 250 ຫາ 365% ຕໍ່ປີ.
ວັນທີ 9 ມັງກອນນີ້, ເຈົ້າໜ້າທີ່ແຂວງກວາງບິ່ງ ໃຫ້ຮູ້ວ່າ ໄດ້ກັກຕົວ ແລະ ດຳເນີນຄະດີທາງອາຍາກັບ 3 ຄົນ ທີ່ມີການພົວພັນເຖິງການປ່ອຍກູ້ສິນເຊື່ອມືດ ແລະ ອີກ 10 ຄົນກໍຖືກກັກຕົວເຊັ່ນດຽວກັນ, ຊຶ່ງພວກດັ່ງກ່າວແມ່ນມາຈາກ ແຂວງ ວິງຟຸກ, ຟູ້ເຖາະ, ຮ່າໂນ້ຍ…ພວກເຂົາຮັບສາລະພາບຕໍ່ໜ້າເຈົ້າໜ້າທີ່ວ່າ: ນັບແຕ່ປີ 2019 ເປັນຕົ້ນມາ, ພວກເຂົາໄດ້ປ່ອຍກູ້ໃຫ້ກັບປະຊາຊົນໃນແຂວງ ກວາງບິ່ງ ເຖິງ 200 ຄົນ ແລະ ເງິນປ່ອຍກູ້ຂຶ້ນເຖິງ ຕື້ດົງ.
ກ່ອນໜ້ານັ້ນກໍມີກຸ່ມຄົນຈຳນວນໜຶ່ງເຄື່ອນໄຫວປ່ອຍກູ້ເອົາກຳໄລໜັກ, ເຈົ້າໜ້າທີ່ໄດ້ຂຶ້ນແຜນ ແລະ ລາຍຊື່ໄວ້ ເພື່ອຕໍ່ຕ້ານ ແລະ ດຳເນີນຄະດີ. ຕອນເຊົ້າຂອງວັນທີ 8 ມັງກອນ, ເຈົ້າໜ້າທີ່ຕຳຫຼວດ ອາຍາ ພ້ອມກັບພະນັກງານນັກຮົບອີກ 100 ຄົນ ໄດ້ແບ່ງອອກເປັນ 10 ຈຸ ເພື່ອດຳເນີນການກວດກາດ້ານບໍລິຫານ, ກວດກາທີ່ຢູ່ຂອງພວກປ່ອຍກູ້ເອົາກຳໄລໜັກຢູ່ 10 ຈຸດໃນຕາແສງ ດົງເຮີຍ ແລະ ຕາແສງ ບາໂດນ.
ຜ່ານການກວດຄົ້ນ ເຈົ້າໜ້າທີ່ສາມາດ ຢຶດໄດ້ ຄອມພິວເຕີແລບທ໊ອບ 1 ເຄື່ອງ, ໂທລະສັບມືຖື 11 ໜ່ວຍ, ປື້ມຈົດບັນທຶກ 3 ຫົວ, ບັດ ເອທີເອັມ 9 ບັດ, ເງິນສົດຫຼາຍກວ່າ 60 ລ້ານດົງ ແລະ ເອກກະສານອື່ນໆ
ປີ 2020 ເຈົ້າໜ້າທີ່ຕຳຫຼວດແຂວງ ກວາງບິງ ໄດ້ດຳເນີນຄະດີແລະ ຕໍ່ຕ້ານ ກັບພວກປ່ອຍກູ້ສິນເຊື່ອມືດເອົາກຳໄລໜັກໄດ້ 18 ຄົນ ແລະ ອີກ 100 ຄົນຖືກກັກຕົວ ເພື່ອສືບສວນສອບສວນ.