ປກສ ກຸ່ມສີວິໄລ ເມືອງໄຊທານີ ເຂັ້ມງວດປ້ອງກັນຄວາມສະຫງົບໄລຍະກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ
January 11, 2021 - 3:31 PM
ໃນວັນທີ 10 ມັງກອນ 2021 ນີ້ ກອງກໍ່ສ້າງຮາກຖານ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ປກສ ກຸ່ມສີວິໄລ, ອຳນາດການປົກຄອງບ້ານ, ປກສ – ກອງຫຼອນບ້ານ ສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລົງພົບປະແນະນໍາຄອບຄົວ ແລະ ເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບກັບບັນດາເຈົ້າຂອງກິດຈະການເພື່ອເປັນການກະກຽມປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ່ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະຈັດຂຶ້ນໃນໄວໆນີ້ ເປັນຕົ້ນແມ່ນ: ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານເກມ, ຮ້ານສະນຸກເກີ ແລະ ສະຖານທີ່ຕ່າງໆ ທີ່ມີຄວາມສ່ຽງກໍ່ໃຫ້ເກີດຄວາມບໍ່ເປັນລະບຽບຮຽບຮ້ອຍ ທີ່ຂຶ້ນກັບ ບ້ານສີວິໄລ ເມືອງໄຊທານີ ນວ.
ຜ່ານການລົງຈັດຕັ້ງປະຕິບັດຕົວຈິງ ສາມາດເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບ ກັບບັນດາຄອບຄົວໄດ້ທັງໝົດ 57 ຄອບຄົວ, ຫ້ອງແຖວ 6 ຫຼັງ, ຮ້ານຂາຍເຄື່ອງ 5 ຮ້ານ, ຮ້ານອິນເຕີເນັດ 2 ຮ້ານ, ຮ້ານສະນຸກເກີ 1 ຮ້ານ ແລະ ກິດຈະການອື່ນໆອີກຈໍານວນໜຶ່ງ, ພ້ອມນີ້ຕາງໜ້າເຈົ້າໜ້າທີ່ຮຽກຮ້ອງມາຍັງພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ ແລະ ແຂກທີ່ມາທ່ອງທ່ຽວອາໄສຢູ່ນະຄອນຫຼວງວຽງຈັນ ຈົ່ງພ້ອມກັນຮັກສາຄວາມສະຫງົບ-ປອດໄພ ໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ຂອງພັກ ທີ່ມີຄວາມໝາຍ-ຄວາມສຳຄັນນີ້ ໃຫ້ມີຄວາມສະຫົງ-ປອດໄພ 100%.
