ໃນວັນທີ 10 ມັງກອນ ນີ້ ປກສ ເມືອງຊຳໃຕ້ ແຂວງຫົວພັນ ໄດ້ກັກຕົວຜູ້ຕ້ອງຫາ ທ້າວ ພອນທອງ ອາຍຸ 32 ປີ ປະຊາຊົນຢູ່ບ້ານ ພຽງດ່າຍ ກຸ່ມພັນຊຳ ເມືອງຊຳໃຕ້ ແຂວງຫົວພັນ ໃນຄະດີລັກຍິງຊ້າງປ່າ ທຳໃຫ້ເສຍຊີວິດ.
ປັດຈຸບັນ ເຈົ້າໜ້າທີ່ກຳລັງສືບສວນສອບສວນຫາເຫດຈູງໃຈ ໃນການກໍ່ເຫດໃນຄັ້ງນີ້ ແລະ ຈະຖືກດຳເນີນຄະດີຕາມລະບຍບກົດໝາຍ.
