8 ທິດທາງໃນອະນາຄົດຂອງສາຍການບິນ ທົ່ວໂລກ

8 ທິດທາງໃນອະນາຄົດຂອງສາຍການບິນ ທົ່ວໂລກ - 6f4f98fb 37c8 47e4 a6a9 edcf3de74eb4 - 8 ທິດທາງໃນອະນາຄົດຂອງສາຍການບິນ ທົ່ວໂລກ
8 ທິດທາງໃນອະນາຄົດຂອງສາຍການບິນ ທົ່ວໂລກ - kitchen vibe - 8 ທິດທາງໃນອະນາຄົດຂອງສາຍການບິນ ທົ່ວໂລກ

ພາຍຫຼັງມີວິກິດການຈາກ ໂຄວິດ-19 ປີຜ່ານມາ, ເມື່ອຢ່າງເຂົ້າຫາປີ 2021 ສາຍການບິນໃນທົ່ວໂລກ ໄດ້ປະເຊີນໜ້າກັບສິ່ງທ້າທາຍໃນເລື່ອງລາຄາປີ້, ເງິນທຶນ, ສາຍການບິນ ແລະ ແບບແຜນດຳເນີນທຸລະກິດ.

ປີ 2020 ຖືກຕີລາຄາວ່າເປັນປີ “ຝັນຮ້າຍ” ເປັນການຕັດກຳໄລສາຍການບິນໃນທົ່ວໂລກ ອັນເນື່ອງມາຈາກຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ບັນດານັກບິນທັງຫຼາຍຕ້ອງໄດ້ຊັກໄວ້ໃນລີ້ນຊັກ, ສ່ວນວ່າບໍລິສັດຜະລິດເຮືອບິນ, ການສ້າງສະໜາມບິນ ແລະ ໃຫ້ເຊົ່າເຮືອບິນ ລ້ວນແຕ່ ກະເວີກະວາ ບໍ່ມີທາງອອກ.

8 ທິດທາງໃນອະນາຄົດຂອງສາຍການບິນ ທົ່ວໂລກ - Visit Laos Visit SALANA BOUTIQUE HOTEL - 8 ທິດທາງໃນອະນາຄົດຂອງສາຍການບິນ ທົ່ວໂລກ

ປີ 2021 ຖືໄດ້ວ່າເປັນປີ ເຊື່ອມຕໍ່ ແຕ່ກໍຍັງບໍ່ພົບເສັ້ນທາງທີ່ສົດໃສ ອັນເນື່ອງມາຈາກບໍ່ທັນມີວັກຊີນ, ການເຂົ້າເຖິງແຫຼ່ງທຶນ, ດ້ານນະໂຍບາຍ, ແລະ ການຄາດເດົາໄດ້ຍາດການລະບາດຂອງພະຍາດໂຄວິດ-19. ເຖິງຢ່າງໃດກໍດີ ກໍມີການຄາດກະວ່າຈະມີບາດກ້າວກະໂດດໃໝ່ ແລະ ຄວາມຫຍຸ້ງຍາກໃໝ່ຄື:

  1. ລາຄາປີ້ຖືກລົງ: ໃນເມື່ອບັນດາປະເທດຕ່າງໆ ຫາກຍັງບໍ່ທັນໄດ້ສັກວັກຊີນພຽງພໍ, ຜູ້ຄົນເດີນທາງຈະໜ້ອຍລົງ. ດັ່ງນັ້ນ, ລາຄາປີ້ເຮືອບິນກໍຈະຫຼຸດລົງເຊັ່ນ: ຢູ່ເອີຣົບລາຄາປີເຮືອບິນອາດຫຼຸດລົງຍັງພຽງ 9,99 ເອີໂຣ ຫຼື ປະມານ 12,33 ໂດລາສະຫະລັດ. ຍິ່ງໄປກວ່ານັ້ນ ມີບາງບໍລີສັດ ຍັງມີແນວຄວາມຄິດກະຕຸ້ນການເດີນທາງດ້ວຍເຮືອບິນ ດ້ວຍວິທີການພັກໂຮງແຮມບໍ່ໄດ້ເສຍຄ່າ, ຊື້ປີ້ 2 ອັນແຖມ 1 ອັນ ແລະ ມີປະກັນທ່ອງທ່ຽວ ບໍ່ເສຍຄ່າ. ບໍລິສັດ China Eastern Airlines ຂອງຈີນຈະຮັບໃຊ້ໂດຍບໍ່ຈຳກັດສາຍການບິນ ດ້ວຍລາຄາດຽວ ແລະ ໂດຍສະເພາະໃນໄລຍະກຸດຈີນ ຈະມີລາຄາປີ້ຖືກທີ່ສຸດ.
  2. ບັນຫາເງິນສົດມີຄວາມຫຍຸ້ງຍາກ: ບັນຫາເງິນສົດໃນທົ່ວໂລກ ອາດມິຄວາມຫຍຸ້ງຍາກ ເພາະບັນດາລັດຖະບານປະເທດຕ່າງໆ ຍັງມີພາລະຈ່າຍເງິນອູດໜູນຊ່ວຍຊາວຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ ແລະ ຜູ້ປະກອບການປິດກິດຈະການບໍ່ມີລາຍຮັບ ແລະ ສະຫວັດດີການອື່ນໆ ຊ່ວຍປະຊາຊົນໃນຊ່ວງໂຄວິດ-19 ລະບາດ.
  3. ບາງບໍລິສັດການບິນລົ້ມລະລາຍ ຫຼື ສູນຫາຍໄປ: ນັບແຕ່ມື້ມີການລາດບາດຂອງພະຍາດເກີດຂຶ້ນ ໄດ້ມີຫຼາຍສິບບໍລິສັດການບິນຖືກສູນຫາຍໄປ ຫຼື ຍື່ນໃບຂໍລົ້ມລະລາຍ ແລະ ມີຫຼາຍບໍລິສັດຕ້ອງການຄວາມຊ່ວຍເຫຼືອ ແລະ ມີຄວາມສ່ຽງ ຖືກສູນຫາຍໄປ ອັນເນື່ອງຈາກບໍລິສັດໃຫຍ່ ແລະ ເຂັ້ມແຂງກວ່າກືນກິນ.
  4. ເຮືອບິນໃຫຍ່ກາຍເປັນເສດເຫຼືອ: ໃນຂະນະນີ້ ເຮືອບິນໃຫຍ່ ແມ່ນມີຄວາມຫວັງໜ້ອຍທີ່ສຸດ, ການຜະລິດເຮືອບິນໃຫຍ່ເຊັ່ນ Boeing 787 ແລະ Airbus A350 ລົງ. ກົງກັນຂ້າມຄວາມຕ້ອງການເຮືອບິນນ້ອຍເພີ່ມຂຶ້ນ

ບໍລິສັດ Sash Tusa của Agency Partners ໃຫ້ຮູ້ວ່າຈະຫຼຸດການຜະລິດ A330 ລົງໃຫ້ຍັງເຫຼືອ 1 ລຳຕໍ່ເດືອນ.

  1. ສາຍການບິນໜ້ອຍລົງ: ໃນປີ 2019 ນັບວ່າເປັນປີທ່ອງທ່ຽວທາງການບິນຮຸ່ງເຮືອງທີ່ສຸດ ແຕ່ດຽວນີ້ ບັນດາບໍລິສັດຂົນສົ່ງທາງອາກາດ ແລະ ການໄປທ່ອງທ່ຽວທາງການບິນ ແມ່ນຫຼຸດລົງ, ຕັດຂາດກັບຕົວເມືອງໃຫຍ່ໆໃນໂລກ ທີ່ມີເສດຖະກິດຕິດພັນກັບການທ່ອງທ່ຽວ. John Grant của OAG ໃຫ້ຮູ້ວ່າ ບາງສາຍການບິນ ອາດຈະໂຈະບິນໂດຍບໍ່ມີກຳນົດ.
  2. ເປີດສາຍການບິນຄືນໃໝ່: ການທີ່ຈະເປິດສາຍການບິນຄືນໃໝ່ໃນເວລານີ້ ແມ່ນມີຄວາມສ່ຽງທີ່ສຸດ ເພາະການເງິນຂະນະນີ້ກໍຖືກທີ່ສຸດ, ການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກບິນຕົກວຽກເປັນຈຳນວນຫຼວງຫຼາຍ, ບໍລິສັດຜະລິດເຮືອບິນກໍຍົກເລີກສັນຍາການຜະລິດ, ບໍລິສັດການບິນກໍຍົກເລີກສັນຍາ ແຮງງານ ເປັນຈຳນວນຫຼວງຫຼາຍ.
  3. ຫັນປ່ຽນການບໍລິການທີ່ຍາວນານ: ການເຂັ້ມງວດກວດຂັນໃນການກວດກາ ແລະ ປ້ອງກັນໂຄວິດ-19 ແລະ ການບັງຄັບໃຊ້ມາດຕະການຕ່າງໆ ໃນການປ້ອງກັນໂຄວິດ-19 ນັ້ນໄດ້ສ້າງຄວາມຫຍຸ້ງຍາກລຳຄາຍໃຫ້ຜູ້ໂດຍສານ ແລະ ທ່ອງທ່ຽວ ກ່ອນທີ່ຈະຂຶ້ນເຮືອບິນ. ຫຼາຍບໍລິສັດໄດ້ສະເໜີໃຫ້ມີການປ່ຽນແປງທີ່ກະທັດລັດ ວ່ອງໄວກວ່ານີ້ ແຕ່ກໍບໍ່ມີຜົນສຳເລັດ.
  4. ທ່ອງທ່ຽວທາງອາວະກາດ: ອັນເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19, ບໍລິສັດ Virgin Galactic ຂອງເສດຖີເງິນພັນລ້ານ Richard Branson  ຈຶ່ງເກີດແນວຄວາມຄິດທ່ອງທ່ຽວທາງອາວະກາດ ໃນໄຕມາດທີ ໜຶ່ງ ໃນປີນີ້. ຈະນຳເອົານັກທ່ອງທ່ຽວປະມານ 600 ຄົນໄປທ່ຽວທາງອາວະກາດ ເປັນຄັ້ງທຳອິ ດ້ວຍລາຄາປີ 250.000 ໂດລາຕໍ່ 1 ປີ້

 

8 ທິດທາງໃນອະນາຄົດຂອງສາຍການບິນ ທົ່ວໂລກ - 5 - 8 ທິດທາງໃນອະນາຄົດຂອງສາຍການບິນ ທົ່ວໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!