ແຈ້ງການຢຸດຊົ່ວຄາວ ເຮືອບິນເຂົ້າ, ເຮືອບິນບໍ່ມີຄົນຂັບ, ບາລູນ, ພາຣາມໍເຕີ ແລະ ໂດຣນ
January 11, 2021 - 5:32 PM
ກົມການບິນພົນລະເຮືອນ ອອກແຈ້ງການເລກທີ0058/ກບພຮ ໃຫ້ຮູ້ວ່າ: ເພື່ອຮັບປະກັນຄວາມປອດໄພ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ XI. ສະນັ້ນ, ກົມການບິນພົນລະເຮືອນ ຈຶ່ງແຈ້ງມາຍັງບັນດາຜູ້ປະກອບການ, ຜູ້ປະຕິບັດການບິນ ເຮືອບິນເຂົ້າ, ເຮືອບິນບໍ່ມີຄົນຂັບ, ບາລູນ, ພາຣາມໍເຕີ ແລະ ໂດຣນ ໃຫ້ຢຸດຕິຊົ່ວຄາວ ການເຄື່ອນໄຫວກິດຈະກໍາການບິນ ເລີ່ມແຕ່ວັນທີ 11 ມັງກອນ 2011 ຈົນເຖິງ ວັນທີ 16 ມັງກອນ 2021.ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ໃຫ້ການຮ່ວມມືຕາມແຈ້ງການສະບັບນີ້ດ້ວຍ.









