ຊາວອາເມລິກາຫລາຍກ່ວາ 4 ລ້ານຄົນ ຕົກງານຢ່າງໜ້ອຍເປັນເວລາເຄິ່ງປີ
Jennifer Davis ເຮັດວຽກໃຫ້ກັບຮ້ານອາຫານຢູ່ທີ່ລັດ Maryland, ພຽງ 15 ນາທີ ທີ່ລັດນີ້ປະກາດລ໊ອກດາວ ເຂົາກໍບໍ່ມີວຽກເຮັດງານທຳເລີຍ. ຈົນເຖິງຂະນະນີ້ 10 ເດືອນແລ້ວ, ເຂົາກໍຍັງບໍ່ທັນມີວຽກເຮັດ.
ດ້ວຍບປະສົບການເຮັດຢູ່ກັບຮ້ານອາຫານເປັນເວລາ 20 ປີ, ເຂົາໄດ້ຂຽນໜັງສືສະເໜີຂໍເຂົ້າເຮັດວຽກໃນຕຳແໜ່ງຕ່າງໆ ເຊັ່ນ: ເປັນຜູ້ບໍລິຫານ, ເປັນຜູ້ຈັດການ…ແຕ່ກໍບໍ່ໄດ້ຄຳຕອບ. ເພື່ອເພີ່ມທາງເລືອກໃຫ້ແກ່ຕົນເອງ ເຂົາໄດ້ໄປຮຽນເພີ່ມ ເປັນນາຍໜ້າ ຄ້າຂາຍອະສັງຫາລິມະຊັບ, ນັບທັງຮຽນວຽກງານ ມາເກັກຕິງ ທາງອອນລາຍທີ່ມະຫາວິທະຍາໄລ Maryland.
ເຖິງແມ່ນວ່າ ບັນດາບໍລິສັດຕ່າງໆ ຂອງສະຫະລັດຈະປະກາດສອບເສັງເອົາແຮງງານ ກັບເຂົ້າເຮັດວຽກຄືນ ໃນຊ່ວງໄລຍະໂຄວິດທຳລາຍເສດຖະກິດຂອງສະຫະລັດ ນັບເປັນຫຼາຍລ້ານຄົນ ກໍຕາມກໍຕາມ ແຕ່ກໍຍັງມີຊາວອາເມລິກາອີກ 4 ລ້ານຄົນກຳລັງຕົກງານຢູ່ ເຊັ່ນດຽວກັບ Davis, ເພີ່ມຂຶ້ນ 2,4 ລ້ານຄົນຈາກເດືອນກັນຍາ 2020 ແລະ ຈຳພວກນີ້ ບໍ່ມີວຽກເຮັດງານທຳເຖິງ 6 ເດືອນແລ້ວເປັນຢ່າງໜ້ອຍ, ກວມ 37% ຂອງຜູ້ຕົກງານ.
ຂໍ້ມູນຈາກສູນສະຖິຕິຂອງສະຫະລັດ ໃຫ້ຮູ້ວ່າ ຫຼາຍກວ່າເຄິ່ງໜຶ່ງຂອງຜູ້ຕົກງານນັ້ນ ແມ່ນຢູ່ໃນຂົງເຂດ ບັນເທີງ, ຮ້ານອາຫານ-ໂຮງແຮມ, ສຶກສາ, ດູແລສຸຂະພາບ, ຂາຍຍົກ, ຂາຍຍ່ອຍ.