ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ

ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ - 137042397 3687954451297788 1914745452324377414 n - ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ
ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ - kitchen vibe - ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ

ກອງ​ປະຊຸມ​ໃຫຍ່ ສະ​ໄໝ​ທີ XI ຂອງ​ພັກ​ປະຊາຊົນປະຕິວັດ​ລາວ ຜູ້​ຈັດຕັ້ງນຳພາ​ການ​ປະຕິວັດ​ລາວ ຈະ​ໄຂ​ຂຶ້ນ​ເປັນ​ທາງ​ການ​ໃນ​ວັນ​ທີ 13-15 ມັງກອນ​ນີ້ ຢູ່​ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ໃນ​ນະຄອນຫລວງ​ວຽງ​ຈັນ ​ເຊິ່ງຈະ​ດຳ​ເນີນ​ໄປ​ເປັນ​ເວລາ 3 ວັນ ​ໂດຍ​ມີ​ຜູ້​ແທນ​ສົມບູນ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ​ໃນ​ທົ່ວ​ປະ​ເທດ​ທີ່​ສັງກັດ​ຢູ່​ບັນດາ​ຂະ​ແໜງ​ການ​ອ້ອມ​ຂ້າງ​ສູນ​ກາງ, ທ້ອງ​ຖິ່ນ​ຮາກ​ຖານຕ່າງໆ​ໃນ​ທົ່ວ​ປະ​ເທດ​ເຂົ້າຮ່ວມ​ຢ່າງ​ພ້ອມພຽງ.

​ໃນ​ໄລຍະ​ເວລາ​ດັ່ງກ່າວ, ກອງ​ປະຊຸມ​ຈະ​ໄດ້​ຟັງ​ລາຍງານ​ການ​ເມືອງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ X ສະ​ເໜີ​ໂດຍ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານສູນ​ກາງ​ພັກ, ປະທານ​ປະ​ເທດ ສປປ ລາວ ຕໍ່​ກອງ​ປະຊຸມ​ສະ​ໄໝ​ທີ XI ຂອງ​ພັກ ​ແລະ ການ​ປະກອບ​ຄຳ​ເຫັນ​ຂອງ​ບັນດາ​ຜູ້​ແທນ​ຕໍ່​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ ​ເພື່ອ​ຕີ​ລາຄາ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ຜົນ​ໄດ້​ຮັບ​ໃນ​ການຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ສະ​ໄໝ​ທີ X ຂອງ​ພັກ​ໃນ 5 ປີຜ່ານມາ ​ໂດຍ​ຈະ​ເນັ້ນ​ໃຫ້​ເຫັນ​ຜົນງານ​ດ້ານ​ຕ່າງໆ​ເຊັ່ນ: ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ, ການ​ຂະຫຍາຍຕົວ​ດ້ານ​ເສດຖະກິດ, ການ​ພັດທະນາ​ວັດທະນະທຳ-ສັງຄົມ​, ການ​ພົວພັນ​ສາກົນ ລວມ​ໄປ​ເຖິງ​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ.

ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ - Visit Laos Visit SALANA BOUTIQUE HOTEL - ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ
ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ - Visit Laos Visit SALANA BOUTIQUE HOTEL - ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ

ກອງ​ປະຊຸມ​ຍັງ​ຈະ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ ​ແລະ ໜ້າ​ທີ່​ຈຸດ​ສຸມ​ໃນ 5 ປີ​ຕໍ່ໜ້າ (2021-2025) ​ໂດຍ​ຈະ​ສູ້​ຊົນ​ປະຕິບັດ​ໃຫ້​ບັນລຸ 4 ຄາດໝາຍ: ສະຖຽນ​ລະ​ພາບ​ການ​ເມືອງ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດ້ານ​ສັງຄົມ​ໜັກ​ແໜ້ນ, ​ເສດຖະກິດ​ຂະຫຍາຍຕົວ​ຕໍ່​ເນື່ອງ. ພິ​ເສດ​ແມ່ນ​ຈະ​ໄດ້​ເລັ່ງ​ໃສ່​ຕ້ານ ​ແລະ ​ແກ້​ໄຂ​ຜົນ​ກະທົບ​ຂອງ​ການລະບາດພະຍາດ​ໂຄ​ວິດ-19, ພ້ອມ​ເລັ່ງ​ແກ້​ໄຂ​ຄວາ​ມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ສຳ​ເລັດ​ໂດຍ​ພື້ນຖານ. ຄາດໝາຍ​ນີ້​ຈະ​ເປັນ​ພື້ນຖານ​ໃຫ້​ພວກ​ເຮົາ​ພ້ອມ​ກັນ​ເຄື່ອນ​ທັບ​ເຂົ້າສູ່​ໄລຍະ​ຫັນ​ເປັນ​ອຸດສາຫະກຳ ​ແລະ ຫັນ​ເປັນ​ທັນ​ສະ​ໄໝ. ການ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ອັນ​ເປັນ​ປັດ​ໄຈ​ຮັບປະກັນ​ການ​ພັດທະນາ​ໄດ້​ຍືນ​ຍົງ​ກໍ​ເປັນ​ບັນຫາ​ໜຶ່ງ​ທີ່​ກອງ​ປະຊຸມ​ຄັ້ງນີ້​ຈະ​ໄດ້​ຫາລື​ກັນ.

ບົນ​ພື້ນຖານ​ຂອງ​ການ​ຫາລື​ວຽກ​ຈຸດ​ສຸມ ​ແລະ ຄາດໝາຍ​ທີ່​ຈະ​ໄດ້​ຈັດຕັ້ງປະຕິບັດ​ໃນ 5 ປີ​ຕໍ່ໜ້າ, ກອງ​ປະຊຸມ​ກໍ​ຈະ​ມີ​ການ​ເລືອກ​ຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ໃໝ່ ສະ​ໄໝ​ທີ XI ​ເພື່ອ​ເປັນ​ຜູ້​ຈັດຕັ້ງນຳພາ, ຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງນີ້​ໃຫ້​ມີ​ຜົນສຳ​ເລັດ​ຕາມ​ຄຳ​ຂວັນ​ຍຸດ​ທະ​ສາດ: “ປະຊາຊົນ​ຮັ່ງມີ, ປະ​ເທດ​ເຂັ້ມ​ແຂງ, ສັງຄົມ​ສະຫງົບ​ຍຸຕິ​ທຳ ​ແລະ ສີວິ​ໄລ”.

ດັ່ງນັ້ນ, ປະຊາຊົນ​ລາວ​ບັນດາ​ເຜົ່າ​ຈຶ່ງ​ຝາກ​ຄວາມ​ຫວັງ​ໄວ້​ກັບ​ບັນດາ​ຜູ້​ແທນ​ກອງ​ປະຊຸມ​ໃຫຍ່​ທີ່​ເປັນ​ຕົວ​ແທນ​ຂອງ​ບັນດາ​ວົງ​ຄະນະ​ພັກ, ພະນັກງານ​ສະມາຊິກ​ພັກ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ​ເຮັດ​ວຽກ​ດ້ວຍ​ຄວາມ​ຮັບຜິດຊອບສູງ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ທີ່​ມີ​ປະ​ໂຫຍ​ດ ​ເຮັດ​ໃຫ້​ກອງ​ປະຊຸມ​ສຳ​ເລັດ​ລົງ​ຢ່າງ​ດີງາມ​.

ປະຊາຊົນ​ລາວ​ບັນດາ​ເຜົ່າ​ອວຍພອນ​ໃຫ້​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ​ຄັ້ງນີ້​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ.

ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ - 5 - ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ
ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ - 3 - ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ
ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ - 4 - ຂໍ່ານັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝທີ XI ຢ່າງ​ສຸດ​ອົກ​ສຸດ​ໃຈ