ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ

ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ - 136411343 844445369682653 2202698246533405396 o - ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ
ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ - kitchen vibe - ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ

ໂດຍ: ທິດ​ກໍ່າ

​ເນື່ອງ​ໃນ​ໂອກາດ​ໄຂ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ XI ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ ​ແລະ ຊົມ​ເຊີຍ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ​ພັກ​ເຮົາ​ໄດ້​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ​ບົນ​ເສັ້ນທາງ​ແຫ່ງ​ການ​ຕໍ່ສູ້​ປະຕິວັດ ​ແລະ ປົກ​ປັກ​ຮັກສາ​ພັດທະນາ​ປະ​ເທດ​ຊາດ ບໍ່​ວ່າ​ໃນ​ໄລຍະ​ສົງຄາມ ກໍ​ຄື​ໄລຍະ​ສັນຕິພາບ. ນັບ​ແຕ່​ກອງ​ປະຊຸມ​ໃຫຍ່ ຄັ້ງທີ I ຂອງ​ພັກ​ທີ່​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 22 ມີນາ ຫາ​ວັນ​ທີ 6 ​ເມສາ 1955 ​ເປັນຕົ້ນມາ​ຮອດ​ປັດຈຸບັນ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ ຜົນສຳ​ເລັດ​ຢ່າງ​ຍິ່ງ​ໃຫຍ່​ໃນ​ພາລະກິດ​ການ​ຊີ້​ນຳ-ນຳພາ​ຂອງ​ພັກ​ນັ້ນຄື​ໄຊຊະນະ​ອັນ​ໃຫຍ່​ຫລວງ​ຂອງ​ການ​ປະຕິວັດ​ລາວ. ​ໄຊຊະນະ​ທີ່​ວ່າ​ນີ້​ໄດ້​ສະ​ແດງ​ອອກ​ສອງ​ໄລຍະ​ຢ່າງ​ຈະ​ແຈ້ງ​ຄື: ຜົນສຳ​ເລັດ​ການ​ປະຕິວັດ​ຊາດ​ປະຊາທິປະ​ໄຕ ​ແມ່ນ​ນັບ​ແຕ່​ມື້ທີ່​ພັກ​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ ​ໄດ້​ນຳພາ​ຕໍ່ສູ້​ປະຕິວັດ​ຈົນ​ສຳ​ເລັດການ​ປະຕິວັດ​ຊາດ​ປະຊາທິປະ​ໄຕ​ໃນ​ປີ 1975. ​ໃນ​ໄລຍະ​ນີ້​ເອງ ພັກ​ໄດ້​ຜະ​ເຊີນ​ຕໍ່​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ບໍ່​ວ່າ​ໃນ​ດ້ານ​ການ​ຕໍ່ສູ້​ທາງ​ການ​ເມືອງ, ການ​ທະຫານ, ຍຸດທະວິທີ, ສິລະ​ປະຍຸດ, ກ້າ​ເສຍສະຫລະ, ກ້າ​ເຮັດ​ກ້າ​ນຳພາ​ຢ່າງ​ມີ​ເປົ້າໝາຍ ​ແລະ ມີ​ອຸດົມ​ການ​ທີ່​ແນ່​ວ​ແນ່ ຈຶ່ງ​ສາມາດ​ນຳພາ​ການ​ປະຕິວັດ​ປົດ​ປ່ອຍຊາດ​ໄດ້​ຢ່າ​ງສົມບູນ​ແບບ. ສ່ວນ​ໄລຍະ​ທີ​ສອງ​ນັ້ນ ​ເລີ່​ມ​ແຕ່​ປີ 1975 ມາ​ເຖິງ​ປັດຈຸບັນ. ຖ້າ​ຈະ​ຄິດ​ໄລ່​ອາຍຸ​ສັງຂານ​ຂອງ​ພັກ​ເຮົາ​ມາ​ຮອດ​ປີ 2021 ກໍ​ມີ​ອາຍຸ 66 ປີ​ພໍດີ.

ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ - Visit Laos Visit SALANA BOUTIQUE HOTEL - ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ
ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ - Visit Laos Visit SALANA BOUTIQUE HOTEL - ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ

​ໃນ​ຊ່ວງ​ການ​ຊີ້​ນຳ-ນຳພາ​ປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ຍາມ​ໃດ​ພັກ​ເຮົາ​ກໍ​ເປັນ​ເສົາຄ້ຳອັນ​ແໜ້ນ​ແກ່ນ​ໃນ​ການ​ນຳພາ​ປະ​ເທດ​ຊາດ​ກ້າວ​ໄປ​ສູ່​ໄລຍະ​ໃໝ່​ຂອງ​ການ​ປະຕິວັດ. ​ໃນ​ເງື່ອນ​ໄຂ​ທີ່​ປະ​ເທດ​ຊາດ​ຕົກ​ຢູ່​ໃນ​ຄວາມທຸກ​ຍາກ ​ແລະ ດ້ອຍ​ພັດທະນາ ພັກ​ເຮົາ​ຍິ່ງ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ບໍ່​ວ່າ​ໃນ​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ສັງຄົມ-ວັດທະນະທຳ. ​ແຕ່​ດ້ວຍ​ຄວາມ​ສະຫລາດ​ສ່ອງ​ໃສ, ມີ​ໄຫວ​ພິບ​ໃນ​ການ​ນຳພາ​ ພັກ​ໄດ້​ວາງ​ຍຸດ​ທະ​ສາດ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ທີ່​ສອດຄ່ອງ​ກັບ​ສະຖານະ​ການ​ໃໝ່​ຢ່າງຮອບດ້ານ​ແຕ່ລະ​ໄລຍະ. ອັນ​ທີ່​ໂດດ​ເດັ່ນ​ທີ່​ສຸດ​ກໍ​ຄື​ການ​ກຳນົດ​ແນວທາງ​ການ​ປະຕິວັດ​ສາມ​ປະການ ​ເພື່ອ​ຮຳບາດ​ແຜ​ສົງຄາມ ​ແລະ ຟື້ນຟູ​ເສດຖະກິດ. ຈາກ​ນັ້ນ​ໃນ​ປີ 1986 ພັກ​ໄດ້​ວາງ​ແນວທາງ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ.

​ເພາະສະນັ້ນ, ພາລະ​ກຳ​ປະຫວັດສາດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ​ແມ່ນ​ລ້ວນ​ແລ້ວ​​ໝາກຜົນ​ແຫ່ງ​ໄຊຊະນະ​ຈາກ​ການ​ນຳພາ​ຂອງ​ພັກ​ນັບ​ແຕ່​ມື້​ເລີ່​ມຕົ້ນຈົນ​ມາ​ຮອດ​ປັດຈຸບັນ. ສ່ວນວ່າ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ເຮົາ​ນັບ​ແຕ່​ຄັ້ງທີ I ​ໃນ​ການວາງ​ຍຸດ​ທະ​ສາດ​ການ​ຕໍ່ສູ້​ປະຕິວັດ​ແຕ່ລະ​ໄລຍະ​ນັ້ນ ຈົນ​ມາ​ຮອດ​ປັດຈຸບັນ​ກໍ​ຖື​ວ່າ​ກອງ​ປະຊຸມ​ຄັ້ງນີ້​ເປັນຄັ້ງທີ XI ​ແລ້ວ ອັນ​ເປັນ​ໄລຍະ​ທີ່​ປະ​ເທດ​ຊາດ​ບ້ານ​ເມືອງ​ຂອງ​ພວກ​ເຮົາ​ພວມ​ກ້າວ​ສູ່​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ. ສຳລັບບັນຍາກາດ​ກ່ອນ​ຮອດ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ​ຄັ້ງນີ້​ບໍ່ພໍ​ເທົ່າ​ໃດ​ວັນ​ຢູ່​ຕາມ​ຄຸ້ມ​ບ້ານ, ສຳນັກງານ​ອົງການ, ຖະໜົນ​ຫົນທາງຕ່າງ​ກໍ​ມີ​ຄວາມ​ສວຍ​ງາມ ດ້ວຍ​ການ​ປະດັບ​ປະດາ​ອາຄານ​ສະຖານ​ທີ່​ໃຫ້​ຈົບງາມ​ ປະດັບ​ປະດາ​ໄປ​ດ້ວຍ​ທຸງຊາດ, ທຸງ​ພັກ, ທຸງ​ທິວ, ດອກ​ໄຟ​ທີ່​ຫລາກ​ສີ ​ເຮັດ​ໃຫ້​ສີສັນ​ບັນຍາກາດ​ຂອງ​ຕົວ​ເມືອງ ກໍ​ຄື​ທຸກ​ທ້ອງ​ຖິ່ນ​ຊົນນະບົດ​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ໃນ​ປະຫວັດສາດ​ຂອງ​ຊາດ. ປະຊາຊົນ​ລາວ​ບັນດ​າ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຮູ້ສຶກ​ພູມ​ໃຈ ​ແລະ ປິ​ຕິ​ຊົມ​ຊື່ນ​ຕໍ່​ໝາກຜົນ​ແຫ່ງ​ໄຊຊະນະ​ອັນ​ໃຫຍ່​ຫລວງ​ຂອງ​ພັກ, ​ເຫັນ​ປະ​ເທດ​ຊາດ​ບ້ານ​ເມືອງ​ພວມ​ມີ​ການ​ສ້າງສາ​ພັດທະນາ​​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ອັນ​ມີ​ທຸງ​ກາ​ວົງ​ເດືອນ​ເປັນ​ສັນຍາ​ລັກ​ປິວ​ສະ​ບັດ​ຢູ່​ເທິງ​ຍອດ​ເສົາ​ທ່າມກາງ​ທ້ອງຟ້າ​ສີ​ຄາມ, ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ​ໝັ້ນຄົງ ​ແລະ ໜັກ​ແໜ້ນ​ນັ້ນ ຄື​ຍອດ​ປາດ​ຖະໜາ​ຂອງ​ຊາດ ​ແລະ ຂອງ​ພັກ.

ຂໍ​ຊົມ​ເຊີຍ ​ແລະ ອວຍ​ໄຊ​ໃຫ້​ພອນ​​ແກ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ XI ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຈົ່ງ​ປະສົບ​ຜົນສຳ​ເລັດ​ທຸກ​ປະການ ​ໃຫ້​ສົມ​ກັບ​ວ່າ​ພັກ​ເຮົາ​ເປັນ​ພັກ​ທີ່​ມີ​ກຽດ​ສະຫງ່າ​ນຳພາ​ຊາດ​ລາວ​ຈະ​ເລີ​ນຮຸ່​ງ​ເຮືອງ​ກ້າວ​ສູ່​ຍຸກ​ໃໝ່​ໄຟ​ແຮງ​ຢ່າງ​ແທ້​ຈິງ.

ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ - 5 - ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ
ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ - 4 - ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ
ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ - 3 - ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ຢ່າງ​ສຸດ​ໃຈ