ການເກັບເງິນຄ່າຜ່ານທາງແຕ່ ປາກເຊ ຫາ ປາກຊ່ອງຈະໄດ້ຮັບການແກ້ໄຂໃນໄວໆນີ້
ປັດຈຸບັນອົງການປົກຄອງແຂວງຈຳປາສັກ ຮ່ວມກັບບັນດາກະຊວງ ແລະ ບໍລິສັດທີ່ກ່ຽວຂ້ອງພວມເລັ່ງແກ້ໄຂບັນຫາການເກັບເງິນຄ່າຜ່ານທາງແຕ່ ປາກເຊ ຫາ ປາກຊ່ອງ ທີ່ເປັນຫາງສຽງຈົ່ມວ່າຈາກສັງຄົມນັ້ນໃຫ້ໄດ້ຮັບການແກ້ໄຂໃນໄວໆ.
ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໃຫ້ສໍາພາດນັກຂ່າວພວກເຮົາໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເມື່ອບໍ່ດົນມານີ້ວ່າ: ຕໍ່ບັນຫານີ້ລັດຖະບານ ໄດ້ຊີ້ນໍາໃຫ້ອົງການປົກ ຄອງແຂວງຈໍາປາສັກ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດພັດທະນາໂຄງການຮ່ວມປຶກສາຫາລືກ່ຽວກັບການເກັບຄ່າຜ່ານທາງແຕ່ ດັ່ງກ່າວຄືນໃໝ່, ໂດຍຈະສະເໜີເປັນ 3 ທາງອອກ ຄື: 1). ຈະໃຫ້ຜູ້ພັດທະນາໂຄງການເກັບຄ່າຜ່ານທາງເປັນ 3 ໄລຍະ ເພື່ອໃຫ້ມີລາຄາຫລຸດລົງ ຄື: ເກັບຄ່າຜ່ານທາງສະເພາະແຕ່ໄລຍະຕົ້ນທາງ, ຜ່ານຮອດກາງທາງ ແລະ ຜ່ານຈົນສຸດປາຍທາງ ໝາຍຄວາມວ່າ: ເອົາລາຄາທີ່ຕ້ອງຈ່າຍທັງໝົດຂອງພາຫະ ນະແຕ່ລະປະເພດມາຫານສາມແລ້ວຈ່າຍສະເພາະແຕ່ໄລ ຍະທາງທີ່ພາຫະນະຜ່ານເທົ່ານັ້ນ 2). ລັດຖະບານ ຈະຊອກຫາທຶນມາເພື່ອດັດສົມລາຄາຄ່າຜ່ານທາງ ຫລື ຊື້ເອົາໂຄງການນີ້ຄືນເປັນຂອງລັດແລ້ວປັບປຸງລາຄາຄືນໃໝ່ໃຫ້ຖືກລົງ ແລະ 3). ຈະມີນະໂຍບາຍໃຫ້ປະຊາຊົນທີ່ອາໃສຢູ່ເຂດໃກ້ເສັ້ນທາງ ຫລື ໃຊ້ເສັ້ນທາງດັ່ງກ່າວເປັນປະຈໍາຊື້ບັດເພື່ອຈ່າຍເງິນຄ່າຜ່ານທາງໝົດປີໃນລາຄາຖືກ.
ທ່ານ ວິໄລວົງ ບຸດດາຄໍາ ໃຫ້ຮູ້ຕື່ມວ່າ: ປັດຈຸບັດ ບໍລິສັດພັດທະນາເສັ້ນທາງນີ້ ມີຄວາມຍິນ ດີທີ່ຈະປຶກສາຫາລືກັບອົງການປົກຄອງແຂວງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອຊອກຫາທາງອອກຮ່ວມກັນ ໃຫ້ໄດ້ໃນໄວໆ ນີ້ ຫລື ຊ້າສຸດບໍ່ໃຫ້ກາຍປີ 2021 ນີ້.