ຮັກສາການລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ຂອງສະຫະລັດ ລາອອກຈາກຕຳແໜ່ງ

ຮັກສາການລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ຂອງສະຫະລັດ ລາອອກຈາກຕຳແໜ່ງ - 960x0 - ຮັກສາການລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ຂອງສະຫະລັດ ລາອອກຈາກຕຳແໜ່ງ
ຮັກສາການລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ຂອງສະຫະລັດ ລາອອກຈາກຕຳແໜ່ງ - kitchen vibe - ຮັກສາການລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ຂອງສະຫະລັດ ລາອອກຈາກຕຳແໜ່ງ

ສຳນັກຂ່າວ Sputnik ລາຍງານເມື່ອວັນທີ 12 ມັງກອນນີ້ ໃຫ້ຮູ້ວ່າ ຮັກສາການລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ຂອງສະຫະລັດ Chad Wolf ໄດ້ລາອອກ ແຕ່ວັນທີ 11 ມັງກອນ.

ໃນໃບຂໍລາອອກຂອງເຂົາ ບໍ່ໄດ້ເວົ້າເຖິງ ເຫດການຈາລະຈົນໃນວັນທີ 6 ມັງກອນ ທີ່ເກີດຂຶ້ນຢູ່ໃນຫໍລັດຖະສະພາແຕ່ຢ່າງໃດ, ມີພຽງແຕ່ບອກຊື່ຜູ້ທີ່ຈະຂຶ້ນປ່ຽນແທນຕົນແມ່ນທ່ານ Peter Gaynor ຫົວໜ້າອົງການຄຸ້ມຄອງສະຖານະການສຸກເສີນຂອງສະຫະລັດ(FEMA).

Sputnik ຍັງໃຫ້ຮູ້ວ່າ ທ່ານ Wolf ເປັນສະມາຊິກຄົນທີ 3 ໃນຄະນະລັດຖະບານຂອງປະທານາທິບໍດີ ທຣຳ ທີ່ລາອອກ ພາຍຫຼັງເກີດເຫດການ ຈາລະຈົນຢູ່ທີ່ປ້ອມ Capitol ທີ່ຂຶ້ນກັບນະຄອນຫຼວງ ວໍຊິງຕັນ ດີຊີ, ອັນເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ກ່ອນໜ້ານັ້ນ ລັດຖະມົນຕີ ກະຊວງຄົມມະນາຄົມ ແລະ ຂົນສົ່ງ Elaine Chao ແລະ ລັດຖະມົນຕີກະຊວງສຶກສາ Betsy DeVos ກໍໄດ້ລາອອກໃນວັນທີ 7 ມັງກອນ ຕາມລຳດັບ.

ຮັກສາການລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ຂອງສະຫະລັດ ລາອອກຈາກຕຳແໜ່ງ - 4 - ຮັກສາການລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ຂອງສະຫະລັດ ລາອອກຈາກຕຳແໜ່ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!