ປະທານາທິບໍດີອິນໂດເນເຊຍຮັບວັກຊີນຕ້ານໂຄວິດ-19 ໂດສທຳອິດ ຂອງ Sinovac ຖ່າຍທອດສົດທົ່ວປະເທດ ກ່ອນເລີ່ມສັກໃຫ້ປະຊາຊົນ
ປະທານາທິບໍດີ ໂຈໂກ ວິໂດໂດ ຂອງອິນໂດເນເຊຍ ເຂົ້າຮັບການສັກວັກຊີນ CoronaVac ເຂັມທຳອິດທີ່ພັດທະນາໂດຍ Sinovac Biotech ຂອງຈີນ ພ້ອມຖ່າຍທອດສົດຜ່ານໂທລະພາບທົ່ວປະເທດ. ຂະນະທີ່ຂໍ້ມູນປະສິດທິພາບຂອງວັກຊີນສັນຊາດຈີນດັ່ງກ່າວຍັງບໍ່ແນ່ນອນ ໂດຍຫລ້າສຸດຜົນການທົດລອງທາງຄລີນິກຢູ່ບຣາຊິລພົບປະສິດທິພາບປ້ອງກັນເຊື້ອໄວຣັສພຽງ 50,4%.
ທ່ານ ໂຈໂກ ວິໂດໂດ ຖືເປັນຊາວອິນໂດເນເຊຍຄົນທຳອິດຂອງປະເທດທີ່ຮັບການສັກວັກຊີນ ຫລັງວັນທີ 11 ມັງກອນ ລັດຖະບານໄດ້ອະນຸມັດການນຳໃຊ້ວັກຊີນ CoronaVac ເປັນກໍລະນີສຸກເສີນ, ເຖິງວ່າຜົນການທົດລອງຢູ່ອິນໂດເນເຊຍພົບວ່າ: ວັກຊີນຈີນໄດ້ຜົນໃນການຕ້ານເຊື້ອໂຄວິດ-19 ພຽງ 65,3% ເທົ່ານັ້ນ.
ການສັກວັກຊີນຖ່າຍທອດສົດຜ່ານໂທລະພາບຂອງຜູ້ນຳອິນໂດເນເຊຍຖືເປັນສັນຍານເລີ່ມຕົ້ນການແຈກຢາຍວັກຊີນໃຫ້ປະຊາຊົນ ໂດຍຄາດການວ່າຈະສາມາດສັກວັກຊີນໃຫ້ເຈົ້າໜ້າທີ່ດ້ານສາທາລະນະສຸກ 560.000 ຄົນໄດ້ພາຍໃນເດືອນນີ້ ແລະ ອີກ 9 ແສນຄົນໃນເດືອນກຸມພາ. ຂະນະທີ່ເຈົ້າໜ້າທີ່ລັດທີ່ຢູ່ໃນກຸ່ມສ່ຽງຕິດເຊື້ອຈະໄດ້ຮັບການສັກວັກຊີນເປັນລຳດັບຕໍ່ໄປ.
ປັດຈຸບັນ ອິນໂດເນເຊຍມີຜູ້ຕິດເຊື້ອໂຄວິດ-19 ຫລາຍກວ່າ 840.000 ຄົນ ແລະ ມີຜູ້ເສຍຊີວິດສະສົມແລ້ວ 24.500 ຄົນ ຖືເປັນປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດຫລາຍທີ່ສຸດໃນອາຊີຕາເວັນອອກສຽງໃຕ້.
ໃນວັນທີ 12 ມັງກອນ, ລັດຖະມົນຕີສາທາລະນະສຸກອິນໂດເນເຊຍຊີ້ແຈງຕໍ່ສະພາວ່າ: ທາງການຈະເລີ່ມສັກວັກຊີນໃຫ້ຜູ້ອາຍຸສູງ 21,5 ລ້ານຄົນໃນເດືອນເມສາ ໂດຍຈະເປັນວັກຊີນຈາກບໍລິສັດ Pfizer-BioNTech ແລະ AstraZeneca ຈາກນັ້ນຈຶ່ງແຈກຢາຍວັກຊີນໃຫ້ປະຊາຊົນໃນຊ່ວງອາຍຸ 18-59 ປີ ເປັນລຳດັບຕໍ່ໄປ.
ອິນໂດເນເຊຍເຈລະຈາຈັດຊື້ວັກຊີນຕ້ານໂຄວິດ-19 ໄດ້ແລ້ວຫລາຍກວ່າ 300 ລ້ານໂດສ ໃນຈຳນວນນີ້ເປັນວັກຊີນຂອງ Sinovac ຈາກຈີນຢ່າງໜ້ອຍ 125,5 ລ້ານໂດສ, ວັກຊີນຂອງ Pfizer-BioNTech ແລະ AstraZeneca 50 ລ້ານໂດສ, ວັກຊີນຂອງບໍລິສັດ Covax 54 ລ້ານໂດສ ແລະ Novavax 30 ລ້ານໂດສ.
ເຖິງຢ່າງໃດກໍດີ, ສູນຊີວະການແພດ Butantan ຂອງເຊົາເປົາໂລ ເຊິ່ງຈັບມືກັບ Sinovac ເພື່ອຜະລິດວັກຊີນຕ້ານໂຄວິດ-19 ຢູ່ບຣາຊິລ ໄດ້ເປີດເຜີຍຜົນການທົດລອງທາງຄລີນິກສຳລັບວັກຊີນ CoronaVac ພົບວ່າມີປະສິດທິພາບພຽງ 50,4% ໃນການຕ້ານເຊື້ອໂຄວິດ-19 ເຊິ່ງຖືວ່າຫລຸດລົງຫລາຍຈາກອາທິດຜ່ານມາ ເຊິ່ງທາງສູນລະບຸວ່າມີປະສິດທິພາບ 78%.
ຂໍ້ດີຂອງວັກຊີນສັນຊາດຈີນຊະນິດນີ້ຄືສາມາດເກັບໃນຕູ້ເຢັນປົກກະຕິໃນອຸນຫະພູມ 2-8 ອົງສາ ຈຶ່ງສະດວກຕໍ່ການເກັບຮັກສາ ແລະ ຂົນສົ່ງ. ເຖິງຢ່າງໃດກໍຕາມ, ຂໍ້ມູນດ້ານປະສິດທິພາບທີ່ຕໍ່າ ແລະ ຂາດການຮັບຮອງຈາກໜ່ວຍງານເບິ່ງແຍງທີ່ກ່ຽວຂ້ອງ ເຮັດໃຫ້ຄົນຈຳນວນຫລາຍເກີດຄວາມກັງວົນຕໍ່ວັກຊີນນີ້.