ຫໍສະພາແຫ່ງຊາດ ຂອງສະຫະລັດ ໄດ້ກາຍເປັນ ເປັນທີ່ຕັ້ງຂອງກອງທັບ
January 14, 2021 - 11:50 AM
ລາຍງານຂ່າວຈາກສື່ຕ່າງປະເທດ ວັນທີ 14 ມັງກອນນີ້ວ່າ ຫໍສະພາແຫ່ງຊາດຂອງສະຫະລັດທີ່ຕັ້ງຢູ່ໂນນພູ Capitol ໄດ້ກາຍເປັນທີ່ຕັ້ງຂອງກອງທັບ. ສຳນັກຂ່າວ RT ລາຍງານວ່າ ການທີ່ທະຫານໄປຕັ້ງຄ້າຍຢູ່ໃນຫໍສະພາແຫ່ງຊາດນັ້ນ ກໍເນື່ອງຈາກວ່າ ວັນທີ 13 ມັງກອນນີ້, ສະພາຜູ້ແທນສະຫະລັດໄດ້ ລົງຄະແນນສຽງ ກ່າວໂທດກຳຂອງປະທານາທິບໍດີ ໂດນັລທຣຳ ອັນເນື່ອງມາຈາກ ການກໍ່ຈະລາຈົນໃນອາທິດຜ່ານມາ ພາຍໃຕ້ການປຸກປັ່ນ ຂອງ ທຣຳ, ບໍ່ສະເພາະແຕ່ເທົ່ນນັ້ນ ທຣຳ ຍັງໄດ້ເຂົ້າຮ່ວມຂະບວນການດັ່ງກ່າວນຳອີກດ້ວຍ.
ເມື່ອເປັນເຊັ່ນນີ້, ເພື່ອກະກຽມຮັບມືກັບ ການກໍ່ຈະລາຈົນຮອບສອງ ທີ່ຈະມີຂຶ້ນໃນວັນທີ 20 ເດືອນ ມັງກອນ ຊຶ່ງເປັນວັນເຂົ້າສາບານຮັບຕຳແໜ່ງຂອງປະທານາທິບໍດີສະຫະລັດຄົນໃໝ່ ໂຈໄບເດັນ. ກອງທັບຈຶ່ງຈຳເປັນຕ້ອງໄດ້ຂະຫຍາຍກຳລັງ ປ້ອງກັນໃນຫໍລັດຖະສະພາຢ່າງໜາແໜ້ນ.
No comments yet! You be the first to comment.