ຍີ່ປຸ່ນ ຫ້າມຄົນຕ່າງປະເທດ ເຂົ້າປະເທດ
January 14, 2021 - 12:04 PM
ລາຍງານຂ່າວຈາກຕ່າງປະເທດ ວັນທີ 14 ມັງກອນນີ້ວ່າ ນາຍົກລັດຖະມົນຕີ ຍີ່ປຸ່ນ ໂຢຊິຫິ ສຶງະ ໄດ້ຢຸດຕິຂໍ້ຕົກລົງທີ່ອະນຸມັດໃຫ້ນັກທ່ອງທ່ຽວຈາກ 11 ປະເທດ ແລະ ຂົງເຂດ ໃນອາຊີ ເຂົ້າໄປໃນຍີ່ປຸ່ນຊົ່ວຄາວໄວ້ກ່ອນ ເພື່ອປ້ອງກັນ ພະຍາດໂຄວິດ-19 ກາຍພັນຊະນິດໃໝ່ ຈະແຜ່ລະບາດເຂົ້າໄປໃນຍີ່ປຸ່ນ ໂດຍຜ່ານເສັ້ນທາງສາຍການບິນ.
ສຳນັກຂ່າວ AP ລາຍງານວ່າ ທ່ານ ສຶງະ ກ່າວວ່າ: “ສະຖານະການແຜ່ລະບາດຂອງພະຍາດຍັງຜັນແປໄປຢ່າງສັບສົນ, ສະນັ້ນ ວິທີການດັ່ງດ່າວຈຶ່ງມີຄວາມຈຳເປັນ ເພື່ອຊ່ວຍໃຫ້ສະຖານະການຜ່ອນຜັນລົງ. ນອກຈາກນີ້ ຂ້າພະເຈົ້າຍັງໄດ້ປະກາດພາວະສຸກເສີນໃນ 7 ແຂວງຕື່ມອີກ ເພື່ອສະກັດກັ້ນການແຜ່ລະບາດລົງສູ່ຕົວເມືອງນ້ອຍ ບ່ອນທີ່ ວຽກງານສາທາລະນະສຸກຍັງອ່ອນແອ”.