5 ຜັກ-ໝາກໄມ້ຄໍລາເຈັນຫລາຍ ກິນບຳລຸງຜິວໃຫ້ງາມສົດໃສ ບໍ່ເຖົ້າກ່ອນອາຍຸ.
January 14, 2021 - 12:22 PM
- ໝາກຖົ່ວລັນເຕົາ : ໃນປະລິມານ 1 ຖ້ວຍນ້ອຍ ໃຫ້ສານອາຫານແກ່ຮ່າງກາຍຫລາຍຊະນິດ ເຊັ່ນ : ວິຕາມິນ C 37% ຕາມຄວາມຕ້ອງການຂອງຮ່າງກາຍໃນ 1 ມື້, ໄຍອາຫານຫລາຍ 15% ແລະ ຟົສຟໍ 8% ເຊິ່ງເມື່ອປຽບທຽບຖົ່ວລັນເຕົາກັບຜັກຊະນິດອື່ນໆແລ້ວ ຖົ່ວລັນເຕົາໃຫ້ສານອາຫານ ເຊັ່ນ : ໄຍອາຫານ ແລະ ຟົສຟໍຫລາຍກ່ວາ. ສິ່ງສຳຄັນໄດ້ມີການຄົ້ນພົບວ່າປະຊາກອນຈາກ 3 ປະເທດ ໄດ້ແກ່ : ເກຣັກ, ອົດສະຕຣາລີ ແລະ ສະວີເດັນ ທີ່ມີຜິວອ່ອນກ່ວາອາຍຸມັກນິຍົມກິນຖົ່ວລັນເຕົາເປັນປະຈຳ ແລະ ຍັງກິນປາ, ກິນຜັກຊະນິດອື່ນໆໃນປະລິມານຫລາຍ ທັງຍັງໃຊ້ນຳ້ມັນໝາກກອກໃນການປຸງແຕ່ງອາຫານນຳອີກ.
- ໝາກເຜັດຫວານ : ໝາກເຜັດຫວານທັງ 3 ສີ ບໍ່ວ່າຈະເປັນສີແດງ, ສີເຫລືອງ ແລະ ສີຂຽວ ໃຫ້ວິຕາມິນ C ແກ່ຮ່າງກາຍແຕກຕ່າງກັນ ເຊິ່ງສີແດງ ແລະ ສີເຫລືອງຈະໃຫ້ວິຕາມິນ C ຫລາຍກ່ວາສີຂຽວ. ນອກຈາກນີ້, ໝາກເຜັດຫວຫວານສີເຫລືອງ ແລະ ສີແດງຍັງມີສານເບຕ້າແຄໂຣທີນ ເຊິ່ງເປັນສານຕັ້ງຕົ້ນຂອງວິຕາມິນ A ແລະ ວິຕາມິນ A ກໍເປັນສານທີ່ຊ່ວຍໃຫ້ມີຄວາມແຂງແຮງ ພ້ອມທັງຊ່ວຍເສີມສ້າງເນື້ອເຍື່ອຕ່າງໆໄດ້ນຳ.
- ໝາກໃສ່ : ເປັນຜັກທີ່ມີລົດຊາດຂົມ, ແຕ່ໃຫ້ວິຕາມິນ C ຫລາຍກ່ວາຜັກຊະນິດອື່ນ ທັງຍັງມີສານອາຫານປະເພດໄຍອາຫານ ແລະ ລູທີນ ເຊິ່ງລູທີນຖືເປັນສານແອນຕີອັອກຊີແດນທີ່ຢູ່ໃນກຸ່ມແຄໂຣທີນອຍ ທີ່ຊ່ວຍປ້ອງກັນບໍ່ໃຫ້ແຊນຖືກທຳລາຍຈາກຟຣີແຣດີຄັອນ ເຊິ່ງເກີດຈາກຂະບວນການເຜົາຜານພະລັງງານໃນຮ່າງກາຍນັ້ນເອງ. ສິ່ງສຳຄັນຍັງມີສ່ວນດີຕໍ່ການບຳລຸງສາຍຕາ ແລະ ຊ່ວຍໃນເລື່ອງຂອງການເບິ່ງເຫັນໄດ້ດີນຳອີກ.
- ໝາກສີດາ : ເປັນໝາກໄມ້ທີ່ໃຫ້ວິຕາມິນ C ຫລາຍກ່ວາໝາກກ້ຽງ 6 ເທົ່າ ແລະ ຫລາຍກ່ວາໝາກນັດເຖິງ 18 ເທົ່າ. ນອກຈາກນີ້ຍັງໄດ້ມີການວິເຄາະເຖິງປະລິມານຂອງສານອາຫານທີ່ມີຢູ່ໃນໝາກສີດາໄວ້ວ່າ ມີການຄົ້ນພົບສານແອນຕີອັອກຊິແດນຫລາຍກ່ວາໝາກໄມ້ຊະນິດອື່ນໆ ເຊິ່ງພົບທັງວິຕາມິນ C ແລະ ສານໂພລິຟີນັອນ. ນອກຈາກນີ້, ຍັງມີຂໍ້ມູນຢັ້ງຢືນໄວ້ວ່າການກິນໝາກສີດາໝົດເປືອກຈະຊ່ວຍໃຫ້ຮ່າງກາຍໄດ້ຮັບສານແອນຕີອັອກຊິແດນທັງສອງຊະນິດຫລາຍກ່ວາການກິນໝາກສີດາທີ່ປອກເປືອກອອກ.
- ໝາກລິ້ນຈີ່ : ການກິນໝາກລິ້ນຈີ່ 4 ໜ່ວຍໃຫຍ່ ຈະຊ່ວຍໃຫ້ຮ່າງກາຍໄດ້ຮັບວິຕາມິນ C ທີ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໃນ 1 ມື້ ເຊິ່ງໃນໝາກລິ້ນຈີ່ຈະມີສານແອນຕີອັອກຊິແດນ ທັງໂພລິຟິນັອນ, ແທນນິນ, ຄາເທຊິນ ແລະ ໄຟເຕດ ທີ່ຫລາຍກ່ວາເມື່ອປຽບທຽບກັບໝາກໄມ້ຊະນິດອື່ນໆ, ແຕ່ກໍເປັນທີ່ຮູ້ຈັກກັນດີວ່າ ໝາກລິ້ນຈີ່ໃຫ້ປະລິມານນຳ້ຕານຫລາຍຄືກັນ. ດັ່ງນັ້ນ, ຈຶ່ງຄວນກິນໃຫ້ພໍດີພໍງາມ ຈະດີຕໍ່ສຸຂະພາບຮ່າງກາຍຂອງເຮົາເອງ.