5 ສາເຫດສຳຄັນທີ່ຄວນຮູ້ ຍ້ອນຫຍັງປະຈຳເດືອນຈຶ່ງມາຊ້າກ່ວາປົກກະຕິ
January 14, 2021 - 12:29 PM
- ເຂົ້າສູ່ໄວທອງ (ໄວໝົດປະຈຳເດືອນ) : ແມ່ຍິງທີ່ມີອາຍຸລະຫ່ວາງ 45 – 55 ປີ ຖືເປັນໄລຍະທີ່ເຂົ້າສູ່ໄວທອງ ຫລື ໄວໝົດປະຈຳເດືອນ ໂດຍໄລຍະນີ້ຮ່າງກາຍຈະເລີ່ມໃກ້ໝົດປະຈຳເດືອນ ນັ້ນເປັນຍ້ອນລະດັບຮໍໂມນເອສໂຕຣເຈັນຫລຸດລົງ ເຊິ່ງບາງຄົນອາດປະສົບກັບປະຈຳເດືອນທີ່ຂາດໄປແດ່ ແລະ ບາງຄົນອາດໝົດປະຈຳເດືອນໃນໄລຍະອາຍຸ 40 ປີ ເຊິ່ງຖືເປັນການໝົດປະຈຳເດືອນກ່ອນກຳນົດ.
- ຮໍໂມນບໍ່ດຸ່ນດ່ຽງກັນ : ມີແມ່ຍິງຈຳນວນຫລາຍທີ່ຕົກຢູ່ໃນສະພາບຮ່າງກາຍມີຮໍໂມນທີ່ບໍ່ດຸ່ນດ່ຽງກັນ ນັ້ນແມ່ນແມ່ຍິງບາງຄົນມີຮໍໂມນເອສໂຕຣເຈັນ ເຊິ່ງເປັນຮໍໂມນເພດຍິງຕໍ່າ ແລະ ມີຮໍໂມນໂປຣເຈສເຕີໂຣນຫລາຍ ຫລື ໜ້ອຍຈົນເກີນໄປ ເຊິ່ງຮໍໂມນຊະນິດນີ້ເປັນໂຕຄວບຄຸມການມາຂອງປະຈຳເດືອນນັ້ນເອງ.
- ເຄັ່ງຄຽດ ແລະ ກັງວົນຕະຫລອດ : ການທີ່ຮ່າງກາຍພະເຊີນກັບຄວາມເຄັ່ງຄຽດ ແລະ ມີຄວາມວິຕົກກັງວົນຢູ່ສະເໝີ ກໍເປັນໜຶ່ງໃນສາເຫດທີ່ເຮັດໃຫ້ປະຈຳເດືອນມາຊ້າກ່ວາປົກກະຕິ ເນື່ອງຈາກຄວາມເຄັ່ງຄຽດຈະສົ່ງຜົນກະທົບຕໍ່ຮໍໂມນພາຍໃນຮ່າງກາຍ ແລະ ບາງຄົນທີ່ມີອາການເຈັບທ້ອງປະຈຳເດືອນຂັ້ນຮຸນແຮງ ສາເຫດໜຶ່ງກໍມາຈາກການທີ່ຮ່າງກາຍຢູ່ໃນສະພາບເຄັ່ງຄຽດຄືກັນ.
- ພັກຜ່ອນບໍ່ພຽງພໍ : ການພັກຜ່ອນບໍ່ພຽງພໍລ້ວນສົ່ງຜົນຮ້າຍຕໍ່ສຸຂະພາບຮ່າງກາຍຢ່າງຮຸນແຮງ ພຽງແຕ່ບາງຄົນອາດມີການສະແດງອອກຂອງອາການທີ່ບໍ່ຮຸນແຮງປານໃດ ແຕ່ດົນໄປອາການຜິດປົກກະຕິທີ່ເກີດຂຶ້ນກັບຮ່າງກາຍຈາກການພັກຜ່ອນບໍ່ພຽງພໍຈະຍິ່ງຮຸນແຮງຢ່າງເຫັນໄດ້ແຈ້ງ ຄືກັນກັບການທີ່ປະຈຳເດືອນມາຊ້າກ່ວາປົກກະຕິ ສາເຫດໜຶ່ງກໍມາຈາກການທີ່ຮ່າງກາຍພັກຜ່ອນບໍ່ພຽງພໍ ເນື່ອງຈາກການຜະລິດຮໍໂມນໃນຮ່າງກາຍເກີດບັນຫາ.
- ຈ່ອຍ ຫລື ຕຸ້ຍເກີນໄປ : ຄົນທີ່ມີນຳ້ໜັກໂຕເພີ່ມຂຶ້ນ ຫລື ຫລຸດລົງຢ່າງວ່ອງໄວຜິດປົກກະຕິ ເຮັດໃຫ້ປະຈຳເດືອນມາຊ້າໄດ້ຄືກັນ ເນື່ອງຈາກການທີ່ຈ່ອຍເກີນໄປຈະບໍ່ມີສານອາຫານທີ່ເຂົ້າໄປຊ່ວຍກະຕຸ້ນການຜະລິດຮໍໂມນທີ່ເຮັດໃຫ້ໄຂ່ຕົກ. ສ່ວນຫາກຕຸ້ຍຈົນເກີນໄປຈະເຮັດໃຫ້ຮ່າງກາຍປ່ຽນໄຂມັນໃຫ້ເປັນຮໍໂມນເອສໂຕຣເຈັນ ຈຶ່ງເຮັດໃຫ້ລະດັບຮໍໂມນເອສໂຕຣເຈັນເພີ່ມສູງຂຶ້ນ ເຊິ່ງເຮັດໃຫ້ຮໍໂມນໃນຮ່າງກາຍບໍ່ດຸ່ນດ່ຽງກັນ ສົ່ງຜົນໃຫ້ການມາຂອງປະຈຳເດືອນຊ້າກ່ວາປົກກະຕິ.