ແຜ່ນດິນໄຫວຢູ່ ອິນໂດເນເຊຍ ໄດ້ຮັບບາດເຈັບຫຼາຍສິບຄົນ
January 15, 2021 - 11:41 AM
ລາຍງານຈາກຂ່າວຕ່າງປະເທດ ຈາກສຳນັກຂ່າວ ຣອຍເຕີ ຕອນເຊົ້າວັນທີ 15 ມັງກອນນີ້ວ່າ: ໄດ້ເກີດເຫດແຜ່ນດິນໄຫວຂຶ້ນຢູ່ທີ່ໝູ່ເກາະ Sulawesi ຂອງ ອິນໂດເນເຊຍ, ຄວາມແຮງວັດແທກໄດ້ 6,2 ຣິກເຕີ, ຫ່າງຈາກເມືອງ Majene ອອກໄປ ທາງທິດຕາເວັນອອກສ່ຽງເໜືອ 6 ກິໂລແມັດ, ຢູ່ໃນຄວາມເລິກໃນໃຕ້ດິນ 10 ກິໂລແມັດ. ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ບາດເຈັບອີກ 24 ຄົນ.