ຈຳປາສັກກຽມຫັນປ່າສະຫງວນແຫ່ງຊາດເຊປຽນ-ເຊນ້ຳນ້ອຍ ເປັນສວນອຸທິຍານແຫ່ງຊາດ
ເພາະແຂວງຈຳປາສັກມີປ່າສະຫງວນແຫ່ງຊາດຫລາຍແຫ່ງ, ແຕ່ມີພຽງ 3 ແຫ່ງທີ່ໃຫຍ່ມີເນື້ອທີ່ຫລາຍແສນເຮັກຕາ ນັ້ນກໍຄືປ່າສະຫງວນດົງຫົວສາວ, ປ່າສະຫງວນເຊປຽນ-ເຊນ້ຳນ້ອຍ ແລະ ປ່າສະຫງວນດົງຄັນທຸງ. ໃນໄລຍະຜ່ານມາ ປ່າສະຫງວນແຫ່ງຊາດດັ່ງກ່າວນີ້ໄດ້ຮັບທຶນຈາກລັດຖະບານ ເພື່ອປົກປັກຮັກສາ ແລະ ຄຸ້ມຄອງເຂດປ່າດັ່ງກ່າວ.
ທ່ານເຈົ້າແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງທ້າຍສະໄໝ ເມື່ອບໍ່ດົນມານີ້ວ່າ: ແຂວງຈຳປາສັກ ມີແຜນກຽມຫັນປ່າສະຫງວນແຫ່ງຊາດເຊປຽນ-ເຊນ້ຳນ້ອຍເປັນສວນອຸທິຍານແຫ່ງຊາດ ເຊິ່ງປັດຈຸບັນນີ້ຢູ່ໃນຂັ້ນຕອນສະເໜີຕໍ່ກະຊວງກະສິກຳ ແລະ ປ່າໄມ້ ເພື່ອນຳສະເໜີລັດຖະບານໃຫ້ຄົ້ນຄວ້າພິຈາລະນາ ເພື່ອສະເໜີສະພາຮັບຮອງເອົາໃນໂອກາດຕໍ່ໄປ.
ປ່າສະຫງວນເຊປຽນ-ເຊນ້ຳນ້ອຍນີ້ ເປັນເຂດທີ່ມີປ່າໄມ້ຕຶບໜາ, ມີຊາຍແດນຕິດກັບແຂວງອັດຕະປື ພ້ອມທັງເປັນເຂດຕົ້ນນ້ຳ ແລະ ຮັກສາແຫລ່ງນ້ຳໃຫ້ແກ່ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍອີກດ້ວຍ. ສະນັ້ນທັງ 4 ແຂວງພາກໃຕ້ຈະໄດ້ຮັບຜົນປະໂຫຍດຮ່ວມກັນ.
ທ່ານເຈົ້າແຂວງເວົ້າວ່າ: ການທີ່ພວກເຮົາຢາກຫັນປ່າສະຫງວນແຫ່ງນີ້ເປັນສວນອຸທິຍານແຫ່ງຊາດ ກໍເນື່ອງມາຈາກຈະໄດ້ທຶນຈາກລັດຖະບານ ແລະ ທຶນຊ່ວຍເຫລືອ ແລະ ການຮ່ວມມືຈາກສາກົນ ໂດຍສະເພາະ ສ.ເກົາຫລີ, ຍີ່ປຸ່ນ ແລະ ສປ ຈີນ ເພື່ອສ້າງເປັນແຫລ່ງທ່ອງທ່ຽວຕິດພັນກັບການປົກປັກຮັກສາປ່າໄມ້ທຳມະຊາດ, ສ້າງເປັນແຫລ່ງອາກາດທີ່ປອດໂປ່ງຂອງປະເທດ ແລະ ໂລກໄດ້ນໍາອີກ. ພ້ອມນີ້ ຍັງເປັນແຫລ່ງທີ່ຢູ່ອາໄສ ແລະ ບ່ອນທຳມາຫາກິນຂອງປະຊາຊົນ ທັງສາມາດເຮັດເປັນແຫລ່ງທ່ອງທ່ຽວທຳມະຊາດ ແລະ ຟື້ນຟູປ່າໄປພ້ອມໆກັນ. ແຕ່ເພື່ອໃຫ້ບັນລຸການຈັດຕັ້ງປະຕິບັດ 5 ຍຸດທະສາດຂອງແຂວງໄດ້ວາງອອກນັ້ນ ເພື່ອຮັບປະກັນໃຫ້ລະບົບການເມືອງ, ການປົກຄອງມີສະຖຽນລະພາບ ມີປະຊາທິປະໄຕ ແລະ ຍຸຕິທຳ ເສດຖະກິດຂະຫຍາຍຕົວເຂັ້ມແຂງໝັ້ນທ່ຽງ, ສັງຄົມມີຄວາມສະຫງົບເປັນລະບຽບ ແລະ ໄດ້ຮັບການພັດທະນາຮອບດ້ານຕາມທິດຍືນຍົງ ແລະ ສີຂຽວ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ຢູ່ດີກິນດີສີວິໄລ, ກ້າວສູ່ຈຸດໝາຍສັງຄົມນິຍົມ. ສະນັ້ນ, ແຂວງຈຳປາສັກ ຕ້ອງໃຫ້ມີປ່າປົກຫຸ້ມຢ່າງຫນ້ອຍ 70% ເຊິ່ງປັດຈຸບັນແຂວງສາມາດປະຕິບັດໄດ້ແລ້ວ 68% ແລະ ຈະສູ້ຊົນໃນ 5 ປີຂ້າງໜ້າໃຫ້ໄດ້ຫລາຍກວ່າ 70%. ສະນັ້ນ, ແຂວງພວກເຮົາວາງ 4 ຈຸດສຸມຕົ້ນຕໍຄື: ການປົກປັກຮັກສາ ແລະ ຟື້ນຟູທຳມະຊາດ, ຄຸ້ມຄອງການນຳໃຊ້ຊັບພະຍາກອນທຳມະຊາດ, ກຽມພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຈຸດສຸມປົກປັກຮັກສາສິ່ງແວດລອມໃຫ້ຍືນຍົງ.
ປັດຈຸບັນແຂວງຈຳປາສັກມີປ່າສະຫງວນແຫ່ງຊາດຫລາຍແຫ່ງ, ແຕ່ມີພຽງ 3 ແຫ່ງທີ່ມີເນື້ອທີ່ຫລາຍແສນເຮັກຕານັ້ນກໍຄື: ປ່າສະຫງວນດົງຫົວສາວ, ປ່າສະຫງວນເຊປຽນ-ເຊນ້ຳນ້ອຍ ແລະ ປ່າສະຫງວນດົງຄັນທຸງ ໃນໄລຍະຜ່ານມາປ່າສະຫງວນແຫ່ງຊາດດັ່ງກ່າວນີ້ ກໍໄດ້ຮັບທຶນຈາກລັດຖະບານ ເພື່ອປົກປັກຮັກສາ ແລະ ຄຸ້ມຄອງເຂດປ່າດັ່ງກ່າວຍືນຍົງ.