ຂັບລົດໃຫ່ຍຕະເວນລັກເຄື່ອງຢູ່ຫຼາຍແຂວງ
January 15, 2021 - 2:04 PM
ລາຍງານຂ່າວຈາກຫວຽດນາມ ວັນທີ 15 ມັງກອນນີ້ໃຫ້ຮູ້ວ່າ: ສອງອ້າຍນ້ອງຄົນຫວຽດນາມຊື່ ເຈິນຮຶ້ງ ອາຍຸ 47 ປີ ພ້ອມກັບພັກພວກອີກ 4 ຄົນ ໄດ້ຂັບລົດໃຫ່ຍຕະເວນລັກເຄື່ອງຢູ່ຫຼາຍແຂວງເຊັ່ນ: ແຂວງ ໄຕນິງ, ບິ່ງເຟືອ, ດົງນາຍ ແຕ່ຖືກເຈົ້າໜ້າທີ່ກັກຕົວ ໃນຂໍ້ຫາລັກຊັບພົນລະເມືອງ.
ເຈົ້າໜ້າທີ່ໄດ້ຢຶດຂອງກາງໄວ້ໄດ້ຫຼາຍຢ່າງເຊັ່ນ: ຄີມເຄົ້າ, ເລື່ອຍຕັດເຫຼັກ, ພ້າ, ມີດ…ພ້ອມ ໂທລະສັບມືຖືອີກ 4 ເຄື່ອງ. ຟູ້ ຜູ້ເປັນນ້ອງຊາຍ ໄດ້ມີຄະດີຕິດຕົວຢູ່ 5 ຄະດີ ໃນຂໍ້ຫາລັກຊັບຂອງພົນະລະເມືອງເຊັ່ນດຽວກັນ.
ກ່ອນໜ້ານັ້ນ, ເດືອນທັນວາ 2020 ມີຮ້ານຄ້າ, ຮ້ານຂາຍໂທລະສັບຫຼາຍແຫ່ງ ຖືກງັດເອົາຊັບສິນໄປເປັນມູນຄ່າຫຼາຍຮ້ອຍລ້ານດົງ.
ຂະນະນີ້ ພັກພວກດັ່ງກ່າວ ຖືກເຈົ້າໜ້າທີ່ກຳລັງກັກຕົວເພື່ອສືບສວນສອບສວນ ແລະ ດຳເນີນຄະດີຕໍ່ໄປ.