ທ່ານ ຮຸນເຊນ ອາສາສັກວັກຊີນຕ້ານໂຄວິດ-19 Sinopharm ຈາກຈີນຄົນທຳອິດ ສ້າງຄວາມເຊື່ອໝັ້ນໃນກຳປູເຈຍ
ວັນທີ 17 ມັງກອນ 2021, ສຳນັກຂ່າວທ້ອງຖິ່ນຂອງກຳປູເຈຍ ລາຍງານວ່າ: ນາຍົກລັດຖະມົນຕີ ຮຸນເຊນ ປະກາດອາສາສັກວັກຊີນຕ້ານໂຄວິດ-19 Sinopharm ຈາກຈີນເປັນຄົນທຳອິດຂອງກຳປູເຈຍ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຄົນພາຍໃນປະເທດວ່າວັກຊີນມີຄວາມປອດໄພ ແລະ ມີປະສິດທິພາບສູງພຽງພໍຈະໃຊ້ຮັບມືການແຜ່ລະບາດຂອງໂຄວິດ-19 ເຖິງວ່າວັກຊີນຕ້ານໂຄວິດ-19 ຈາກຈີນ ໂດຍສະເພາະຈາກ Sinovac ກຳລັງຖືກຕັ້ງຄຳຖາມເຖິງປະສິດທິພາບ ແລະ ຄວາມປອດໄພຢູ່ໃນປັດຈຸບັນ.
ການອາສາດັ່ງກ່າວເກີດຂຶ້ນຫລັງຈາກທ່ານ ຮຸນເຊນ ກ່າວວ່າ: ກຳປູເຈຍຈະໄດ້ຮັບວັກຊີນຕ້ານໂຄວິດ-19 ຈຳນວນ 1 ລ້ານໂດສຈາກ Sinopharm ທີ່ໄດ້ຮັບອະນຸມັດໃຫ້ນຳໃຊ້ວັກຊີນເປັນກໍລະນີສຸກເສີນແລ້ວໃນຫລາຍປະເທດ ບໍ່ວ່າຈະເປັນຈີນ, ສະຫະລັດອາຣັບເອມິເຣດ, ບາເຣນ ແລະ ອີຢິບ ໂດຍມີປະສິດທິພາບໃນການຕ້ານໂຄວິດ-19 ຢູ່ 79,34% ສັກ 2 ໂດສ ຫ່າງກັນ 3 ອາທິດ. ອີກທັງຍັງເກັບຮັກສາງ່າຍໃນອຸນຫະພູມປະມານ 2-8 ອົງສາ ເມື່ອທຽບໃສ່ວັກຊີນຈາກຜູ້ຜະລິດແຫ່ງອື່ນ.
ຫລ້າສຸດ, ກຳປູເຈຍມີຜູ້ຕິດເຊື້ອສະສົມແລ້ວ 439 ຄົນ, ຜູ້ເສຍຊີວິດຈາກໂຄວິດ-19 ຍັງເປັນສູນ, ກວດຫາການຕິດເຊື້ອແລ້ວປະມານ 3,64 ແສນຕົວຢ່າງ ຫລັງການແຜ່ລະບາດຜ່ານມາກວ່າ 1 ປີ ມີຜູ້ຕິດເຊື້ອສະສົມ 94.994.496 ຄົນທົ່ວໂລກ, ປິ່ນປົວຫາຍ 68.151.807 ຄົນ ຫລື ປະມານ 72% ຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດແລ້ວ 2.029.808 ຄົນ ອັດຕາການເສຍຊີວິດປະມານ 2,2%.