ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຂອງພັກຢ່າງສຸດອົກສຸດໃຈ
ໂດຍ: ທິດກໍ່າ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງໄດ້ດຳເນີນມາແຕ່ວັນທີ 13 ຫາ 15 ມັງກອນ 2021 ໄດ້ປິດລົງຢ່າງສະຫງ່າງາມ ດ້ວຍຄວາມປິຕິຊົມຊື່ນ ແລະ ມີຜົນສຳເລັດຢ່າງໃຫຍ່ຫລວງ ທັງມີຄວາມສະຫງົບປອດໄພທຸກປະການ. ໃນກອງປະຊຸມທີ່ມີຄວາມໝາຍດ້ານປະຫວັດສາດຂອງພັກຄັ້ງນີ້, ນອກຈາກໄດ້ຮັບຟັງສູນທອນພົດ ແລະ ບົດລາຍງານການເມືອງຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ບຸນຍັງ ວໍລະຈິດ ຢ່າງຮຽບຮ້ອຍແລ້ວ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ສືບຕໍ່ສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025). ຈາກນັ້ນ ສະຫາຍ ປະທານກວດກາພັກ ບຸນທອງ ຈິດມະນີ ກໍໄດ້ສະເໜີລາຍງານການປັບປຸງກົດລະບຽບພັກຕໍ່ກອງປະຊຸມໃຫຍ່ ແລະ ຍັງມີການປະກອບຄຳເຫັນຂອງຜູ້ຕາງໜ້າອົງຄະນະພັກບາງກະຊວງ, ບາງເຂດແຂວງ ແລະ ຜູ້ຕາງໜ້າໃນຂົງເຂດການຜະລິດທຸລະກິດພາຍໃຕ້ຫົວຂໍ້ຕ່າງໆຢ່າງຄົບຖ້ວນ ແລະ ອຸດົມສົມບູນ.
ຈາກນັ້ນ, ໃນມື້ທີສອງຂອງກອງປະຊຸມ ກໍໄດ້ຮັບຟັງການຜ່ານບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ສະເໜີໂດຍ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນການນຳພາວຽກງານ ກໍຄືນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ, ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ຕະຫລອດໄລຍະ 5 ປີຜ່ານມາ ເຫັນວ່າໄດ້ຮັບຜົນສຳເລັດ ແລະ ພົ້ນເດັ່ນໃນຫລາຍດ້ານ ອັນສຳຄັນທີ່ສຸດແມ່ນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ການເຕີບໃຫຍ່ທາງດ້ານເສດຖະກິດໂດຍສະເລ່ຍ 5,8% ຕໍ່ປີ, ລາຍຮັບໂດຍສະເລ່ຍຕໍ່ຫົວຄົນ 2.664 ໂດລາສະຫະລັດ ທຽບໃສ່ປີ 2015 ລື່ນ 694 ໂດລາສະຫະລັດ. ໂຄງການລົງທຶນໃນຫລາຍຂົງເຂດໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ເປັນຮູບປະທຳ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເທື່ອລະກ້າວ.
ໃນມື້ທີສອງນັ້ນ, ກອງປະຊຸມໃຫຍ່ຍັງໄດ້ດຳເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XI ເຊິ່ງຜ່ານການປ່ອນບັດໄດ້ຄັດເລືອກເອົາກຳມະການສົມບູນສູນກາງພັກຈຳນວນ 71 ສະຫາຍ ຈາກຜູ້ສະໝັກທັງໝົດ 79 ສະຫາຍ. ສ່ວນກຳມະການສຳຮອງໄດ້ 10 ສະຫາຍ ຈາກຜູ້ສະໝັກທັງໝົດ 15 ສະຫາຍ. ມື້ທີສາມໃນຕອນເຊົ້າຂອງວັນທີ 15 ມັງກອນ 2021 ໄດ້ເປີດກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ເລືອກຕັ້ງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ເລືອກຕັ້ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ພ້ອມທັງເລືອກປະທານ ແລະ ຮອງປະທານຄະນະກວດກາສູນກາງພັກສະໄໝທີ XI. ຜ່ານການຄັດເລືອກຢ່າງເປັນເອກະສັນໃນກອງປະຊຸມຄັ້ງປະຖົມມະເລີກ ສະຫາຍ ທອງລຸນ ສີສຸລິດ ໄດ້ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ມີກົມການເມືອງ 13 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຍັງໄດ້ເປັນເອກະສັນເລືອກເອົາ ສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ທ່ານ ຄຳພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ. ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ XI ປະກອບມີກຳມະການສົມບູນສູນກາງພັກຈຳນວນ 71 ສະຫາຍ, ຍິງ 12 ສະຫາຍ; ກຳມະການສຳຮອງສູນກາງພັກມີ 10 ສະຫາຍ, ຍິງ 2 ສະຫາຍ.
ເມື່ອວິເຄາະເບິ່ງແລ້ວ, ບຸກຄະລາກອນການນຳຂອງພັກສະໄໝທີ XI ນີ້ແລ້ວມີແຕ່ຜູ້ທີ່ຄົບຕາມມາດຖານເງື່ອນໄຂໃນໄລຍະໃໝ່ຂອງການປະຕິວັດ. ອັນສຳຄັນທີ່ສຸດກໍແມ່ນລ້ວນແລ້ວແຕ່ຜູ້ມີຄວາມຮູ້ຄວາມສາມາດທີ່ຫລາກຫລາຍສາຂາວິຊາຊີບ ບໍ່ວ່າທັກສະໃນດ້ານທິດສະດີການເມືອງ, ຄວາມຮູ້ທາງດ້ານວິຊາສະເພາະທີ່ຈະນຳພາຊາດບ້ານເມືອງກ້າວກຸ່ງຮຸ່ງເຮືອງ ສົມກັບຄວາມມຸ້ງມາດປາດຖະໜາຂອງຊາດ, ຂອງພັກ ແລະ ປະຊາຊົນບັນດາເຜົ່າທີ່ຈະຂັບເຄື່ອນພາລະກິດຂອງຊາດເດີນໜ້າຕາມຍຸກສະໄໝທັນສະໄໝ. ຂໍຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວຢ່າງສຸດອົກສຸດໃຈ !