ແຜ່ນດິນໄຫວ-ນ້ຳຖ້ວມຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 96 ຄົນ ບໍ່ມີບ່ອນຢູ່ອາໄສເກືອບ 7 ໝື່ນຄົນ
ວັນທີ 18 ມັງກອນ 2021, ສຳນັກງານແກ້ໄຂໄພພິບັດແຫ່ງຊາດຂອງອິນໂດເນເຊຍ ລະບຸວ່າ: ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຮຸນແຮງ ແລະ ເຫດນ້ຳຖ້ວມທາງຕອນກາງຂອງອິນໂດເນເຊຍເພີ່ມຂຶ້ນເປັນ 96 ຄົນ ແລະ ມີປະຊາຊົນຕ້ອງອົບພະຍົບໄປອາໄສຢູ່ບ່ອນພັກຊົ່ວຄາວອີກເກືອບ 70.000 ຄົນ.
ທ່ານ ຣາດິເຕຍ ຈາຕິ ໂຄສົກສຳນັກງານແກ້ໄຂໄພພິບັດແຫ່ງຊາດຂອງອິນໂດເນເຊຍ ລະບຸວ່າ: ມີຜູ້ເສຍຊີວິດ 81 ຄົນ ຫລັງເກີດເຫດແຜ່ນດິນໄຫວຂະໜາດ 6,2 ຕາມມາດຕາແມກນິຈູດ ແລະ ເຫດແຜ່ນດິນໄຫວຂະໜາດແມກນິຈູດ 5,9 ທີ່ເກີດຂຶ້ນຕາມມາ ຢູ່ແຂວງສຸລາເວສີຕາເວັນຕົກຂອງອິນໂດເນເຊຍ ເມື່ອວັນທີ 14 ແລະ 15 ມັງກອນຜ່ານມາ. ນອກຈາກນີ້ ຢູ່ແຂວງກາລິມັນຕັນໃຕ້ມີຜູ້ເສຍຊີວິດແລ້ວ 15 ຄົນ ຫລັງເກີດເຫດອຸທົກກະໄພເມື່ອວັນທີ 14 ມັງກອນຜ່ານມາ ເພາະມີຝົນຕົກໜັກ.
ເຫດແຜ່ນດິນໄຫວເຮັດໃຫ້ປະຊາຊົນປະມານ 28.000 ຄົນຕ້ອງອົບພະຍົບໄປອາໄສຢູ່ສູນອົບພະຍົບ 25 ແຫ່ງໃນເມືອງມາມູຈູ ແລະ ເຂດມາເຈນເນ ຂອງແຂວງສຸລາເວສີຕາເວັນຕົກ. ຂະນະທີ່ເຫດນ້ຳຖ້ວມເຮັດໃຫ້ປະຊາຊົນອີກເກືອບ 40.000 ຄົນຕ້ອງຍ້າຍໄປອາໄສຢູ່ສູນຊົ່ວຄາວໃນແຂວງກາລິມັນຕັນໃຕ້.
ທ່ານ ຈາຕິ ກ່າວວ່າ: ຈຳນວນເຮືອນທີ່ໄດ້ຮັບຄວາມເສຍຫາຍຈາກເຫດແຜ່ນດິນໄຫວເພີ່ມຂຶ້ນເປັນ 1.150 ຫລັງໃນເຂດມາເຈເນ ແລະ ມີຕຶກໂຮງຮຽນທີ່ໄດ້ຮັບຄວາມເສຍຫາຍອີກ 5 ແຫ່ງ ໂດຍປັດຈຸບັນເຈົ້າໜ້າທີ່ກຳລັງປະເມີນຄວາມສ່ຽງຈາກເຫດແຜ່ນດິນໄຫວໃນພື້ນທີ່ໄດ້ຮັບຜົນກະທົບ.
ທ່ານ ໂດນິ ໂມນາໂດ ຫົວໜ້າສຳນັກງານແກ້ໄຂໄພພິບັດແຫ່ງຊາດຂອງອິນໂດເນເຊຍ ລະບຸວ່າ: ເຈົ້າໜ້າທີ່ໄດ້ດຳເນີນການກວດຫາພະຍາດຕິດເຊື້ອໄວຣັສໂຄວິດ-19 ກັບຜູ້ອົບພະຍົບເພື່ອສະກັດກັ້ນການແຜ່ລະບາດ ແລະ ຢູ່ບ່ອນອາໄສຊົ່ວຄາວສຳລັບຜູ້ບໍ່ມີເຮືອນຢູ່ຈະຖືກຈັດໃຫ້ແຍກອອກຈາກັນ.
ຂະນະດຽວກັນ ຢູ່ແຂວງກາລິມັນຕັນໃຕ້ ເຫດນ້ຳຖ້ວມເຮັດໃຫ້ເຮືອນຈົມນ້ຳເກືອບ 25.000 ຫລັງ ໂດຍເຈົ້າໜ້າທີ່ໄດ້ປະກາດສະຖານະການສຸກເສີນແຕ່ວັນທີ 14 ມັງກອນ ແລະ ດຳເນີນການປະເມີນຄວາມສ່ຽງໃນພື້ນທີ່ໄດ້ຮັບຜົນກະທົບແລ້ວ.