ບຸນຊ້າງປີນີ້ຈະຈັດພຽງວັນດຽວ ພ້ອມຈຳກັດແຂກຄົນເຂົ້າຮ່ວມ

ບຸນຊ້າງປີນີ້ຈະຈັດພຽງວັນດຽວ ພ້ອມຈຳກັດແຂກຄົນເຂົ້າຮ່ວມ - An elephant performing circus during the festival 1 - ບຸນຊ້າງປີນີ້ຈະຈັດພຽງວັນດຽວ ພ້ອມຈຳກັດແຂກຄົນເຂົ້າຮ່ວມ
ບຸນຊ້າງປີນີ້ຈະຈັດພຽງວັນດຽວ ພ້ອມຈຳກັດແຂກຄົນເຂົ້າຮ່ວມ - kitchen vibe - ບຸນຊ້າງປີນີ້ຈະຈັດພຽງວັນດຽວ ພ້ອມຈຳກັດແຂກຄົນເຂົ້າຮ່ວມ

ໃນວັນທີ 17 ມັງກອນນີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ, ທັງເປັນປະທານຈັດງານບຸນຊ້າງ ໄດ້ຖະແຫລງໃຫ້ຮູ້ວ່າ: ງານບຸນຊ້າງປີ 2021 ນີ້, ຈະຈັດຂຶ້ນຕາມຮີດຄອງປະເພນີ, ໃນວັນທີ 13 ກຸມພາທີ່ຈະມາເຖິງນີ້ພຽງວັນດຽວເທົ່ານັ້ນ, ພ້ອມຈະໄດ້ຈໍາກັດແຂກຄົນເຂົ້າຮ່ວມ, ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງ ພະຍາດໂຄວິດ-19 ຕາມມາດຕະການ ຂອງໜ່ວຍສະເພາະກິດແຫ່ງຊາດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດດັ່ງກ່າວ.

ທ່ານ ຮອງເຈົ້າແຂວງໃຫ້ຮູ້ອີກວ່າ: ການຈັດງານມະຫາກໍາບຸນຊ້າງປີນີ້ແມ່ນເປັນປີທີ 15 ແລ້ວຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດມາ, ແຕ່ປີນີ້ ເນື່ອງຈາກ ສະພາບການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ຂະ ຫຍາຍຕົວເປັນວົງກວ້າງ ແລະ ຍາກທີ່ຈະຢັບຢັ້ງເຊື້ອພະຍາດດັ່ງກ່າວ. ດັ່ງນັ້ນ ແຂວງເຈົ້າພາບຈຶ່ງຈຳເປັນຕ້ອງໄດ້ກໍານົດຈັດງານບຸນດັ່ງກ່າວເປັນໄລຍະສັ້ນພຽງວັນດຽວເທົ່ານັ້ນ ແລະ ຈະຈໍາກັດຜູ້ເຂົ້າຮ່ວມພາຍໃນໃຫ້ຢູ່ໃນລະດັບ 200-300 ຄົນເທົ່ານັ້ນ, ຈະບໍ່ມີຕະ ຫລາດນັດວາງສະແດງສິນຄ້າ ແລະ ການບັນເທີງຕ່າງໆຄື: ແລງຂອງວັນທີ 12 ກຸມພາ ຈະໄດ້ເຮັດພິທີກໍາຄອບເລົ່າສິ່ງສັກສິດເຈົ້າຫລັກບ້ານຫລັກເມືອງ, ໃນວັນທີ 13 ກຸມພາ  ເປັນມື້ຈັດງານບຸນ, ຊຶ່ງຈະມີພິທີຕັກບາດ ເພື່ືອອຸທິດສ່ວນບຸນກຸສົນໃຫ້ຊ້າງ, ແຮ່ຂະບວນຊ້າງ, ບາສີສູ່ຂວັນຊ້າງ, ຈັດອາ ຫານໃຫ້ຊ້າງ ເພື່ອເປັນການສ້າງເງື່ອນໄຂໃຫ້ຊ້າງ ມີໂອກາດໄດ້ມາພົບປະກັນ, ໃນຈຳນວນຈຳກັດພຽງ 16-18 ເຊືອກ ທີ່ລ້ຽງຢູ່ພາຍໃນເມືອງໄຊຍະບູລີເທົ່ານັ້ນ.

ບຸນຊ້າງປີນີ້ຈະຈັດພຽງວັນດຽວ ພ້ອມຈຳກັດແຂກຄົນເຂົ້າຮ່ວມ - Visit Laos Visit SALANA BOUTIQUE HOTEL - ບຸນຊ້າງປີນີ້ຈະຈັດພຽງວັນດຽວ ພ້ອມຈຳກັດແຂກຄົນເຂົ້າຮ່ວມ
ບຸນຊ້າງປີນີ້ຈະຈັດພຽງວັນດຽວ ພ້ອມຈຳກັດແຂກຄົນເຂົ້າຮ່ວມ - 5 - ບຸນຊ້າງປີນີ້ຈະຈັດພຽງວັນດຽວ ພ້ອມຈຳກັດແຂກຄົນເຂົ້າຮ່ວມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!