ທາຍາດຊຳຊຸງຕິດຄຸກ 2 ປີ 6 ເດືອນ ຂໍ້ຫາໃຫ້ສິນບົນ-ສໍ້ໂກງ

ທາຍາດຊຳຊຸງຕິດຄຸກ 2 ປີ 6 ເດືອນ ຂໍ້ຫາໃຫ້ສິນບົນ-ສໍ້ໂກງ - c9eaefk8b5fb8cha9fag5 - ທາຍາດຊຳຊຸງຕິດຄຸກ 2 ປີ 6 ເດືອນ ຂໍ້ຫາໃຫ້ສິນບົນ-ສໍ້ໂກງ
ທາຍາດຊຳຊຸງຕິດຄຸກ 2 ປີ 6 ເດືອນ ຂໍ້ຫາໃຫ້ສິນບົນ-ສໍ້ໂກງ - kitchen vibe - ທາຍາດຊຳຊຸງຕິດຄຸກ 2 ປີ 6 ເດືອນ ຂໍ້ຫາໃຫ້ສິນບົນ-ສໍ້ໂກງ

ສຳນັກ​ຂ່າວ​ຍອນ​ຮັບ ລາຍ​ງານ​ໃນ​ວັນ​ທີ 18 ມັງກອນ​ວ່າ: ທ່ານ ອີ ​ແຈ​ຍອງ ຮອງ​ປະທານ ບໍລິສັດ ຊຳ​ຊຸງ ​ເອ​ເລັກ​ໂຕ​ຣນິກ ຖືກ​ສານ​ສູງ​ນະຄອນຫລວງ​ເຊ​ອຸນ ຕັດສິນວ່າມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​​ໃຫ້​ສິນ​ບົນ ​ແລະ ສໍ້​ໂກງ ​ເຊື່ອມ​ໂຍງ​ກັບ​ເລື່ອງ​ຮື​ຮາ​ທີ່​ນຳ​ໄປ​ສູ່​ການ​ຖອດ​ຖອນ​ປະທານາທິບໍດີ ປາກ​ກິນ​ເຮ.

ຄຳ​ພິພາກສາ​ກ່າວ​ວ່າ: ທ່ານ ອີ ​ແຈ​ຍອງ ​ໃຫ້​ສິນ​ບົນ​ໂດຍ​ກົງ ​ແລະ ຂໍ​ຮ້ອງ​ຕໍ່​ອະດີດປະທານາທິບໍດີ ປາກ​ກິນ​ເຮ ​ໃຫ້​ໃຊ້​ອຳນາດ​ຂອງ​ນາງ​ຊ່ວຍ​ລາວ​ໃຫ້​ສືບ​ທອດ​ຕຳ​ແໜ່​ງປະທານ​ອານາຈັກ​ຊຳ​ຊຸງຢ່າງ​ລາບ​ລື່ນ. ຖື​ເປັນ​ເລື່ອງ​ໜ້າ​ເສຍດາຍ​ຢ່າງ​ຍິ່ງ​ທີ່​ຊຳ​ຊຸງ ​ເຊິ່ງ​ເປັນ​ບໍລິສັດ​ຊັ້ນນຳ​ຂອງ​ປະ​ເທດ ​ແລະ ​ເປັນ​ຜູ້​ສ້າງ​ນະ​ວັດຕະ​ກຳ​ລະດັບ​ໂລກ​ທີ່​ເປັນຄວາມ​ພູມ​ໃຈ, ​ແຕ່​ພັດ​ກ່ຽວຂ້ອງ​ກັບ​ອາ​ຊະ​ຍາ​ກຳ​ຊ້ຳ​ແລ້ວ​ຊ້ຳອີກ​ເມື່ອ​ມີ​ການ​ປ່ຽນ​ອຳນາດ​ທາງ​ການ​ເມືອງ.

ທາຍາດຊຳຊຸງຕິດຄຸກ 2 ປີ 6 ເດືອນ ຂໍ້ຫາໃຫ້ສິນບົນ-ສໍ້ໂກງ - Visit Laos Visit SALANA BOUTIQUE HOTEL - ທາຍາດຊຳຊຸງຕິດຄຸກ 2 ປີ 6 ເດືອນ ຂໍ້ຫາໃຫ້ສິນບົນ-ສໍ້ໂກງ

ສານ​ຕັດສິນ​ວ່າ: ທ່ານ ອີ ​ແຈ​ຍອງ ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​​ໃຫ້ສິນ​ບົນ, ສໍ້​ໂກງ ​ແລະ ປົກ​ປິດ​ການ​ກະທຳ​ຄວາມ​ຜິດ​ອາຍາ ​ໂດຍ​ມີ​ການ​ຕິດ​ສິນ​ບົນ​ມູນ​ຄ່າ​ປະມານ 8.600 ລ້ານ​ວອນ ​ແລະ ພິພາກສາ​​ໃຫ້​ລາວ​ຕິດ​ຄຸກ 2 ປີ 6 ​ເດືອນ.

ທາຍາດຊຳຊຸງຕິດຄຸກ 2 ປີ 6 ເດືອນ ຂໍ້ຫາໃຫ້ສິນບົນ-ສໍ້ໂກງ - 3 - ທາຍາດຊຳຊຸງຕິດຄຸກ 2 ປີ 6 ເດືອນ ຂໍ້ຫາໃຫ້ສິນບົນ-ສໍ້ໂກງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!