ການສົ່ງອອກສິນຄ້າໄປ ສປ ຈີນ ເພີ່ມຂຶ້ນ 231 ລ້ານໂດລາ
ປີ 2019 ມູນຄ່າການສົ່ງອອກພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ໄປ ສປ ຈີນ ມີມູນຄ່າທັງໝົດ 181 ລ້ານກວ່າໂດລາສະຫະລັດ, ປີ 2020 ມູນຄ່າການສົ່ງອອກ ໄດ້ເພີ່ມຂຶ້ນເປັນ 231 ລ້ານກວ່າໂດລາສະຫະລັດ, ໃນນັ້ນ, ກ້ວຍມີມູນຄ່າການສົ່ງອອກ 170 ລ້ານກວ່າໂດລາສະຫະລັດ, ສາລີ 28 ລ້ານກວ່າໂດລາສະຫະລັດ, ໝາກໂມ 26 ລ້ານກວ່າໂດລາສະຫະລັດ, ມັນດ້າງ 10 ລ້ານກວ່າໂດລາສະຫະລັດ ແລະ ເຂົ້າ 5 ລ້ານກວ່າໂດລາສະຫະລັດ.
ອີງຕາມບົດລາຍງານຂອງກະຊວງກະສິກໍາ ແລະ ປ່າໄມ້ ແຈ້ງໃຫ້ຮູ້ວ່າ: ໃນລະຫວ່າງປີ 2012-2019, ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ໄດ້ເຊັນອະນຸສັນຍາ ກັບອົງການຄຸ້ມຄອງ, ບໍລິຫານ, ຄຸນນະພາບ, ຄວາມປອດໄພ ແລະ ກັກກັນພືດ-ສັດ ແຫ່ງ ສປ ຈີນ (AQSIQ) ກ່ຽວກັບ ຂໍ້ກໍານົດເງື່ອນໄຂ ສຸຂະນາໄມພືດ ສໍາລັບສົ່ງອອກ ສິນຄ້າ 6 ປະເພດ ປະກອບ ມີ: ສາລີ, ມັນຕົ້ນ, ກ້ວຍ, ເຂົ້າ, ໝາກໂມ ແລະ ມັນດ້າງ. ຕໍ່ມາໄດ້ສືບຕໍ່ຮ່ວມມືສ້າງອະນຸສັນຍາ ໂດຍໄດ້ຕົກລົງເປັນເອ ກະພາບກັນ ແລະ ມີແຜນຈະລົງນາມເຊັນອະນຸສັນຍາຕື່ມອີກຈໍານວນ 3 ສະບັບ ຄື: ໝາກໄມ້ສົດຕະກູນໝາກກ້ຽງ, ໃບຢາສູບ ແລະ ໝາກນອດ ໃນກາງເດືອນພະຈິກ 2020, ແຕ່ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ລ້າຊ້າໂດຍບໍ່ມີກໍານົດ.
ນອກຈາກອະນຸສັນຍາ ທີ່ສອງຝ່າຍລົງນາມກັນແລ້ວ, ຍັງມີໂຄງການປູກພືດທົດແທນການປູກຝິ່ນທີ່ ສປປ ລາວ ໄດ້ຮັບນະໂຍບາຍຈາກລັດຖະບານ ສປ ຈີນ, ຊຶ່ງມີມູນຄ່າການສົ່ງອອກທັງໝົດ 121 ລ້ານກວ່າໂດລາສະຫະລັດ ປະກອບ ມີ: ໝາກເດືອຍ, ພືດຕະກູນຖົ່ວ, ພືດຜັກ ແລະ ອື່ນໆ. ໃນນີ້ພືດທີ່ສົ່ງອອກຫລາຍກວ່າໝູ ເປັນອັບດັບໜຶ່ງ ແມ່ນໝາກເດືອຍ 9,3 ລ້ານກວ່າໂດລາສະຫະລັດ, ພືດຕະກຸນຖົ່ວ 3 ລ້ານກວ່າໂດລາສະຫະລັດ ແລະ ພືດຜັກສົດອື່ນໆ 189.170 ໂດລາສະຫະລັດ.ການຜະລິດ ແລະ ການສົ່ງອອກສິນຄ້າດັ່ງກ່າວ, ສ່ວນຫລາຍແມ່ນ ບັນດາແຂວງພາກເໜືອ ຄື: ຜົ້ງສາລີ, ຫລວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ ແລະ ອຸດົມໄຊ. ຍ້ອນການເອົາໃຈໃສ່ເປັນພິເສດ ຂອງລັດຖະບານສອງຝ່າຍ, ຈຶ່ງເຮັດໃຫ້ບັນດາໂຄງການຮ່ວມມືຕ່າງໆ ປະສົບຜົນສໍາເລັດໃນລະດັບດີ ເຮັດໃຫ້ບັນດາບໍລິສັດ ທີ່ຮ່ວມທຶນທັງຝ່າຍລາວ ແລະ ຝ່າຍຈີນ ກໍາລັງຊຸກຍູ້ສົ່ງເສີມ ປຸກລະດົມປະຊາຊົນ ເຂົ້າຮ່ວມຂະບວນການປູກພືດຕ່າງໆ ທີ່ເປັນທ່າແຮງຈໍານວນຫລາຍພັນເຮັກຕາ ເພື່ອສົ່ງອອກໄປ ສປ ຈີນ. ພາຍຫລັງການເຊັນອະນຸສັນຍາດັ່ງກ່າວ, ການສົ່ງອອກພືດ ແລະ ຜະລິດຕະພັນພືດ ຂອງ ລາວ ໄປ ສປ ຈີນ ແມ່ນມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ສປ ຈີນ ເປັນກ້າວໆ ບົນພື້ນຖານປະຕິບັດຕາມອະນຸສັນຍາສອງຝ່າຍ, ເຊິ່ງ ສປປ ລາວ ສາມາດດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຜະລິດສິນຄ້າປະເພດດັ່ງ ກ່າວຢ່າງເປັນຂະບວນຟົດຟື້ນ ແລະ ມີການຂະຫຍາຍຕົວຢ່າງວ່ອງໄວ ເຊິ່ງສາມາດປະກອບສ່ວນອັນ ສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ຄອບຄົວຊາວກະສິກອນມີອາຊີບ ທີ່ເປັນຫລັກແຫລ່ງໃນການສ້າງລາຍຮັບທີ່ໝັ້ນຄົງ, ສາມາດປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ນັບມື້ນັບດີຂຶ້ນ.